ຫວຽດ​ນາມ, ກຳ​ປູ​ເຈຍ, ລາວ​ແລະ​ມຽນ​ມາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ

(GMT+08:00) 2011-07-26 14:40:21     cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 25 ກໍລະກົດ​ນີ້, ​ເຈົ້າໜ້າ​ທີ່ອາວຸ​ໂສ​ແລະ​ຜູ້ຕາງໜ້າ​ຈາກ​ຫວຽດນາມ, ລາວ, ກຳປູ​ເຈຍ​ແລະ​ມຽນມາ​​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ​ຂອງ​ຫວຽດນາມ ​ເພື່ອ​ປຶກສາ​ຫາລື​ຮ່ວມ​ກັນ​ໃນ​ການນຳ​ໃຊ້​ນະ​ໂຍບາຍ​ເສດຖະກິດ​ໂລກາ​ພິວັດ​ໃຫ້​ດີກ​ວ່າ​ເກົ່າ​ເພື່ອຮັບ​ໃຊ້​ການ​ພັດທະນາ​ແບບຍືນ​ຍົງ​ຂອງ​ແຕ່ລະ​ປະ​ເທດ.

ຂ່າວສານ​ຫວຽດນາມ​ແຈ້ງ​ຂ່າວ​ວ່າ, ຜູ້​ແທນທີ່​ເຂົ້າຮ່ວມ​ປະ​ຊຸມ​ເຫັນ​ດີ​ວ່າ 4 ປະ​ເທດ​​ຄວນ​ເພີ່​ມທະວີ​ການຮ່ວມ​ມື​ໃນ​​ອະນຸ​ພາກ​ພື້ນແມ່​ນ້ຳຂອງ, ​ພາຍ​​ໃນ​ພາກ​ພື້ນ​ອາຊຽນ​ແລະ​​ພາກ​ພື້ນ​ຕ່າງໆ, ພະຍາຍາມ​ສຸດ​ຂີດ​ເພື່ອ​ກຳ​ໂອກາດ​​ເສດຖະກິດໂລກາ​ພິ​ວັດ, ຫຼຸດຜ່ອນສິ່ງທ້າ​ທາຍ​ໃນ​ດ້ານ​ຕ່າງໆ. ໃນ​ກອງ​ປະຊຸມ, ທ່ານ​ດ໋ວນຊ່ວນຮຸ່ງ, ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມສະ​ເໜີ​ໃຫ້ 4 ປະ​ເທດ​ຕັ້ງໜ້າ​ເຂົ້າຮ່ວມ​ຂະ​ບວນການ​ເສດຖະກິດ​ໂລກາ​ພິວັດ​, ດຳ​ເນີນ​ການຮ່ວມ​ມືກັນ​ຢ່າງ​​​ໃກ້ຊິດ​ເພື່ອ​ເຊື່ອມ​ໂຍງ​ເຂົ້າ​​ເປັນປະຊາ​ຄົມອາຊຽນ.

ຜູ້​ແທນ​ທະນາຄານ​ພັດທະນາ​ອາຊີ​ປະຈຳ​ຫວຽດ​ນາມ​ທີ່​ຮ່ວມ​ປະຊຸມ​ໃຫ້​ແຈ້ງວ່າ, ທະນາຄານ​ພັດ​ທະ​ນາ​ອາ​ຊີ​ຈະຮ່ວມ​ມື​ກັບ 4 ປະ​ເທດ​ນີ້ຕື່ມ​ອີກ, ​ເພື່ອຊ່ວຍ​ເຫຼືອ 4 ປະ​ເທດ​ເຂົ້າຮ່ວມ​ເສດຖະກິດ​ໂລກາ​ພິວັດ​​ໂດຍ​ຜ່ານ​ກົນ​ໄກຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ພ້ອມ​ທັງ​ຮັກສາ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ເສດຖະກິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ