ຈີນ​ອາ​ຊຽນ​ໄດ້​ຮັບ​ໝາກ​ຜົນ​ອັນ​ເດັ່ນ​ຊັດ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ນັບ​ຕັ້ງ​ແຕ່​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ເປັນ​ຕົ້ນ​ມາ

(GMT+08:00) 2011-07-26 18:19:56     cri
ປີ​ນີ້​​ເປັນ​ປີ​ທີ່​ຈີນ​ອາ​ຊຽນສ້າງຕັ້ງການ​ພົວພັນ​ຄູ່ເຈລະຈາ​ຄົບຮອບ20​ປີ.ວັນ​ທີ26​ກໍລະກົດ​ນີ້,ທ່ານ​​ເກົາ​ຫູ​ເຊີງ,​ຜູ່​ຕາງ​ໜ້າ​ການ​ເຈ​ລະ​ຈາ​ການ​ຄ້າ​ສາ​ກົນ,​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,​20ປີ​ມາ​ນີ້,​ການ​ຄ້າ​ລະ​​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຮັບ​ການ​ພັດ​ທະ​ນາ​ດ້ວຍ​ຄວາມ​ໄວ​ສູງ,​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ໄດ້​ຮັບ​ໝາກ​ຜົນ​ອັນ​ເດັ່ນ​ຊັດ.

​ໃນ​ວັນ​ທີ26​ກໍລະກົດ​ນີ້,ຫ້ອງການ​ຖະ​ແຫຼງຂ່າວ​ຂອງ​ລັດຖະບານ​ຈີນ​​ໄດ້ຈັດ​ກອງ​ປະ ຊຸມ​ຂ່າວ,​ແນະ​ນຳ​ສະ​ພາບ​ການ​ຕ່າງໆ ຄື:​​ໝາກ​ຜົນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ໃນ​ໄລ​ຍະ​20​ປີ ທີ່​ຈີນ​ອາ​ຊຽນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ເປັນ​ຕົ້ນ​ມາ,​ແລະ​ສະ​ພາບ​ການ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​-​ອາ​ຊຽນ​ຄັ້ງ​ທີ​8,​ກອງ​ປະ​ຊຸມ​ສຸດ​ຍອດ​ດ້ານ​ການ​ຄ້າ​ການ​ລົງ​ທຶນ​ຈີນ​-​ອາ​ຊຽນ​ຄັ້ງ​ທີ​8.​ທ່ານ​ເກົາ​ຫູ​ເຊີງ​ກ່າວ​ວ່າ,​ປະ​ຈຸ​ບັນ​ນີ້,​ຈີນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊຽນ.

ທ່ານ​ກ່າວ​ວ່າ:"ປີ1991,ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນມີພຽງ​ແຕ່​7​ຕື້​960​ລ້ານ​ໂດ​ລາ​ສະ​ຫະ​ລັດ.​ປີ​2010,​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ມີ​ເຖິງ​292​ຕື້​780​ລ້ານ​ໂດ​ລາ​ສະ​ຫະ​ລັດ,​ເພີ່ມ​ຂຶ້ນ​37​ເທົ່າ.​ປະ​ຈຸ​ບັນ​ນີ້,ຈີນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊຽນ,​ອາ​ຊຽນ​ກໍ່​ໄດ້​ເຂົ້າ​ແທນ​ຍີ່​ປຸ່ນ,​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ສາມ​ຂອງ​ຈີນ."

ໃນ20​ປີຜ່ານມາ,ການ​ລົງທຶນ​ແກ່​ກັນ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ເພີ່ມ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ,ນັບ​ມາ​ຮອດ​ທ້າຍ​ເດືອນ​ມິ​ຖຸ​ນາ​ປີ​ນີ້,​ນັບ​ລວມ​ເຂົ້າ​ກັນ​ແລ້ວ,​ມູນ​ຄ່າ​ການ​ລົງ​ທຶນທັງ​ໝົດ​ມີ​ເຖິງ​80​ຕື້​ໂດ​ລາ.

ໃນ​ວັນ​ທີ1​ມັງກອນ​ປີ2010,​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໄດ້​ສ້າງຕັ້ງຂຶ້ນຕາມ​ເວລາ​ກຳນົດ.ທ່ານ​ເກົາ​ຫູ​ເຊີງ​ກ່າວ​ວ່າ,ການ​ສ້າງຕັ້ງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໄດ້​ສົ່ງຜົນ​ປະ ​ໂຫຍ​ດອັນ​ແທ້​ຈິງ​ໃຫ້​ແກ່​ວິ​ສາ​ຫະກິດ​ແລະ​ປະຊາຊົນ​ຂອງ​ສອງ​ຝ່າຍ.

ທ່ານ​ກ່າວ​ວ່າ:"ນັບ​ຕັ້ງ​ແຕ່​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ສ້າງ​ຕັ້ງ​ຂຶ້ນ​ມາ​ນີ້,ສອງ​ຝ່າຍ​ມີ​ຜະ​ລິດ​ຕະ​ພັນ​ຫຼາຍ​ກວ່າ​90%​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົນ​ເວັ້ນ​ພາ​ສີ.​ພາ​ສີ​ສະ​ເລ່ຍ​ທີ່​ຈີນ​ເກັບ​ນຳ​ອາ​ຊຽນ​ຈາກ​9,8%​ຫຼຸດ​ລົງ​ເປັນ1​%,​ພາ​ສີ​ທີ່​6​ປະ​ເທດ​ສະ​ມາ​ຊິກ​ເກົ່າ​ຂອງ​ອາ​ຊຽນ​ເກັບ​ນຳ​ຈີນ​ຈາກ​12,8%​ຫຼຸດ​ລົງ​ເປັນ​0,6%.​ລະ​ດັບ​ພາ​ສີ​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ​ຄື​ແນວ​ນີ້​ໄດ້​ຊຸກ​ຍູ້​ໃຫ້​ການ​ຄ້າ​ລະ ຫວ່າງ​ສອງ​ຝ່າຍ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ.​"

ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງທີ8,ກອງ​ປະຊຸມ​ສຸດ​ຍອດ​ດ້ານ​ການ​ຄ້າ​ການ​ລົງທຶນ​​ຈີນ-ອາ​ຊຽນ​ຄັ້ງ​ທີ​8​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນີງ​ຂອງ​ຈີນໃນ​ເດືອນ​ຕຸ​ລາ​ປີ​ນີ້,​ປະ​ຈຸ​ບັນ​ນີ້,​ວຽກ​ງານ​ການ​ກະ​ກຽມ​ພວມ​ດຳ​ເນີນ​ໄປ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.​ນອກ​ຈາກ​ຈີນ​ແລະ​10​ປະ​ເທດ​ອາ​ຊຽນ​ແລ້ວ,​ປະ​ຈຸ​ບັນ​ນີ້,​ໄດ້​ມີ​ຄະນະ​ຈັດ​ຊື້​ແລະ​ຄະ​ນະ​ການ​ຄ້າ​ຂອງ​ອີ​ຕາ​ລີ,​ຝະ​ຣັ່ງ,​ເຢຍ​ລະ​ມັນ,ຍີ່ປຸ່ນ​ແລະ​ສ.​ເກົາ​ຫຼີ​ສະ​ເໜີ​ຈຸດ​ປະ​ສົງ​ເຂົ້າ​ຮ່ວມ​ນຳ​ຕື່ມ​ອີກ.​ທ່ານ​ເກົາ​ຫູ​ເຊີງ​ກ່າວ​ວ່າ:​"ພວກ​ຂ້າ​ພະ​ເຈົ້າ​ຈະ​ຍຶດ​ໝັ້ນ​ຮູບ​​ແບບ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​-​ອາ​ຊຽນ​ທີ່​ສອງ​ຝ່າຍ​ຮ່ວມ​ກັນ​ຈັດ​ຂຶ້ນ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ,​ປະ​ດິດ​ສ້າງ​ເນື້ອ​ໃນ​ໃໝ່,​ເຮັດ​ໃຫ້​ງານ​ວາງ​ສະ​ແດງ​ມີ​ສີ​ສັນ​ພິ​ເສດ​ແລະ​ຜົນ​ສຳ​ເລັດ​ດີ​ກວ່າ​ເກົ່າ,​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ສາ​ເຂດ​ການ​ຄ້າ​ເສ​ລີ​ຈີນ​-​ອາ​ຊຽນ,​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ມີ​ຜົນ​ສຳ​ເລັດ​ອັນ​ໃໝ່​ໃຫຍ່​ຫຼວງ​ກວ່າ​ເກົ່າ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ