ກວາງຊີ​ສ້າງ​ຕັ້ງ​ສູນ​ທຸລະ​ກິດ​ຊຳລະ​ບັນຊີ​ການ​ຄ້າ​ຂ້າມ​ແດນ​ຈີນ-ອາ​ຊຽນ

(GMT+08:00) 2011-07-27 17:26:08     cri
ຕາມ​ຂ່າວສານ​ຈີນ,ທະນາຄານ​ອ່າວ​​ເປີ​ຍປູ້​ກວາ​ງຊີ​ຈີນ​​ແລະ​ທະນາຄານ​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງລາວຄື​ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​​ການ​ຮ່ວມ​ມື ໃນ​ວັນ​ທີ26​ກໍລະກົດ​ນີ້ ຢູ່​ນະຄອນ​ນານ​ນິງ ​ເທດ​ສະບານ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຂອງ​ຈີນ​.​ເນື້ອ​ໃນ​ບົດ​ບັນທຶກ​ຊີ້​ອອກ​ວ່າສອງ​ຝ່າຍ​ສຸມ​ທຸກ​ກຳ​ລັງ​ຄວາມ​ສາມາດ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ເຊັ່ນທຸລະ​ກິດຊຳລະ​ບັນຊີ​ລະຫວ່າງ​ຊາດ,ທຸລະ​ກິດແລກປ່ຽນ​ເງິນຕາ​ດັ່ງ​ນີ້ເປັນ​ຕົ້ນ.ຜູ່​ວ່າການ​ທະ​ນາ​ຄານ​ການ​ຄ້າ​ຕ່າງ​ປະ​ເທດ​ລາວ​ກ່າວ​ວ່າ,​ເງິນ​ຢວນຈີນ​ຫັນ​ເປັນ​ເງິນຕາ​ສາກົນ​ມີ​ອະນາຄົດ​ອັນ​ສົດ​ໃສ.

ທະນາຄານ​ອ່າວ​ເປີ​ຍປູ້​ກວາງຊີ​ມີ​ແຜນ​ຈະ​ເປີດການ​ນຳ​ໃຊ້​ສູນ​ທຸລະ​ກິດຊຳລະ​ບັນຊີ​ການ​ຄ້າ​ຂ້າມ​ແດນ​ຈີນ-ອາ​ຊຽນຢ່າງ​ເປັນ​ທາງ​ການ​ໃນ​​ເດືອນ​ຕຸລາ​ປີ​ນີ້,ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ການ​ແລກປ່ຽນ​ເງິນ​ຢວນກັບ​ເງິນຕາ​ອາຊີ​ອາຄະ​ເນ.ຕາມ​ແຜນການ​ແ​ລ້ວ,ປີ​ນີ້,ຈະ​ຮ່ວມ​ມື​ກັບ​ທະ​ນາ​ຄານ​ຂອງ​ລາວ,​ຫວຽດ​ນາມ​ແລະ​ກຳ​ປູ​ເຈຍ​ໃນ​ດ້ານ​ທຸລະ​ກິດ​ແລກ​ປ່ຽນ​ເງິນ​ຕາ​ແລະ​ຍັງ​ຈະ​ຂະຫຍາ​ຍ​ຕາ​ໜ່າງ​ທະ​ນາ​ຄານ​ໄປ​ທົ່ວ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.

ວັນ​ທີ28​ມິຖຸນາ​ປີ​ນີ້​ໄດ້​ຈັດ​ພິທີ​ແຂວນ​ປ້າຍ​ສູນທຸລະ​ກິດ​ຊຳລະ​ບັນຊີ​ການ​ຄ້າ​ຂ້າມ​ແດນ​ດ້ວຍ​ເງິນ​ຢວນຈີນ-ອາ​ຊຽນຂອງ​ທະນາຄານ​ອຸດສາຫະກຳ​ການ​ຄ້າ​ຈີນ​ຢູ່​ນະຄອນ​ນານ​ນິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ