ຈີນ​ຮັກ​ສາ​ຄວາມ​ອົດ​ກັ້ນ​ແລະ​ສຸ​ຂຸມ​ຮອບ​ຄອບ​ໃນ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ໂດຍ​ຕະຫຼອດ

(GMT+08:00) 2011-07-28 14:39:02     cri
ຕາມ​ຂ່າວສານ​ຈີນ:ວັນ​ທີ27​ກໍລະກົດ​ນີ້,​ໃນ​ກອງປະຊຸມ​ຂ່າວ​ປະຈຳ,ທ່ານ​ເກີ​ງຢ້ຽນ​ເຊີ່ງ,​ໂຄສົກ​ຖະ​ແຫຼງ​ຂ່າວ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ,​ຫວ່າງ​ມໍ່​ມາ​ນີ້,​ມີ​ສື່​ມວນ​ຊົນ​ຕ່າງປະ​ເທດ​ລາຍ​ງານ​ວ່າ,​ກຳ​ປັ່ນ​ຍົນ​ຮົບ​ແລະ​ບຸກ​ຄົນ​ຂອງ​ກອງ​ທັບ​ຈີນ​ໄດ້​ຂັບ​ໄລ່​ເຮືອ​ປະ​ມົງ​ແລະ​ຊາວ​ປະ​ມົງ​ຕ່າງ​ປະ​ເທດ​ຢູ່​ທະ​ເລ​ຈີນ​ໃຕ້,ນີ້​ແມ່ນ​ຖ້ອຍ​ຄວາມ​ທີ່​ເສກ​ສັນ​ປັ້ນ​ແຕ່ງ​ຂຶ້ນ​ມາ​ໂດຍ​ບໍ່​ມີ​ມູນ​ຄວາມ​ຈິງ​ຫຍັງ​ເລີຍ.​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ສະ​ແດງ​ອອກ​ຢ່າ​ງຈະ​ແຈ້ງ​ເຖິງ​ທັດ​ສະ​ນະ​ຫຼັກ​ໝັ້ນ​ຂອງ​ຕົນ​ກ່ຽວ​ກັບ​ສະ​ພາບ​ການ​ກວດ​ກາ​ລາດ​ຕະ​ເວນ​ແ​ລະ​ປະ​ຕິ​ບັດ​ກົດ​ໝາຍ​ເປັນ​ປະ ຈຳ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້​ແລ້ວ.

ທ່ານ​ເກີ​ງຢ້ຽນ​ເຊີ່ງ​ກ່າວ​ເນັ້ນວ່າ,ຈີນ​ມີ​ເຈດ​ຈຳນົງ​ຕະຫຼອດ​ແລະ​ຈະ​ແຈ້ງ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້, ​ຈີນ​ມີ​ອະ​ທິ​ປະ​ໄຕ​ໃນ​ໝູ່​ເກາະ​ຕ່າງໆ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້​ແລະ​ເຂດ​ທະ​ເລ​ອ້ອມ​ແອ້ມ,​ໂດຍ​ທີ່​ບໍ່​ມີ​ປະ​ເທດ​ໃດ​ຖົກ​ຖຽງ​ໄດ້.​ຈີນ​ມີ​ເຈດ​ຈຳ​ນົງ​ໃຫ້​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ດ້ວຍ​ສັນ​ຕິ​ວິ​ທີ,​ແລະ​ກໍ່​ໄດ້​ຮັກ​ສາ​ຄວາມ​ອົດ​ກັ້ນ​ແລະ​ສຸຂຸມ​ຮອບ​ຄອບ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.​ຈີນ​ຫວັງ​ໃຫ້​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຈະ​ມີ​ການ​ກິ​ລິ​ຍາ​ວາ​ຈາ​ຢ່າງ​ສຸ​ຂຸມ​ຮອບ​ຄອບ,​ຄວນ​ສ້າງ​ແຕ່ ເລື່ອງ​ທີ່​ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ,​ສະ​ຖຽນ​ລະ​ພາບ​ຂອງ​​ເຂດ​ທະ​ເລ​ຈີນ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ