ນາ​ໂຕ​ຖິ້ມ​ລະ​ເບີດ​ໃສ່​ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ລີ​ບີ,​ພາ​ໃຫ້​3​ຄົນ​ເສຍ​ຊີ​ວິດ,​15​ຄົນ​ບາດ​ເຈັບ

(GMT+08:00) 2011-07-31 17:41:36     cri
ວັນ​ທີ30​ກໍລະກົດ​ນີ້,ຍົນ​ຮົບ​ຂອງ​ນາ​ໂຕ​ໄດ້ຫຼອນ​ໂຈມ​ຕີ​ທາງ​ອາກາດ​ຕໍ່​ສະຖານີ​ໂທລະ​ພາບ​ແຫ່ງ​ຊາດ​ລີ​ບີ​ທີ່​ຕັ້ງຢູ່​ນະຄອນຫຼວງຕຼິ​ໂປ​ລີຂອງ​ລີ​ບີ,ພາ​ໃຫ້3​ຄົນ​ເສຍ​ຊີວິດ,51ຄົນ​ໄດ້​ຮັບ​ບາດ​ເຈັບ.

​ທ່ານ​ຮາ​ລິດ ບາ​ຊີ​ເລຍ,ຫົວໜ້າ​ຊ່ອງ​ພາສາ​ອັງກິດ​ຂອງ​ສະຖາ ນີ​ໂທລະພາບ​ແຫ່ງ​ຊາດ​ລີ​ບີ​ກ່າວ​ໃນ​ຖະ​ແຫຼງ​ການ​ວ່າ,​ການ​ຫຼອນ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ລີ​ບີ​ເຮັດ​ໃຫ້​3​ຄົນ​ເສຍ​ຊີ​ວິດ,​15​ຄົນ​ບາດ​ເຈັບ,​ແຕ່​​ເຂົາ​ເຈົ້າ​ພຽງ​ແຕ່​ແມ່ນ​ນັກ​ຂ່າວ​ແລະ​ພະ​ນັກ​ງານ​ເຕັກ​ນິກ​ເທົ່າ​ນັ້ນ.​ທ່ານ​ກ່າວ​ປະ​ທານ​ການ​ຫຼອນ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ນາ​ໂຕ​ເປັນ​"ການ​ກະ​ທຳ​ລັດ​ທິ​ກໍ່​ການ​ຮ້າຍ​ສາ​ກົນ",​ໄດ້​ລະ​ເມີດ​ມະຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ເຖິງ​ຖອງ.

ກ່ອນ​ໜ້າ​ນີ້​ເຊິ່ງ​ໃນ​ວັນ​ດຽວ​ກັນ,ນາ​ໂຕ​ປະກາດ​ວ່າ​ໄດ້ໂຈມ​ຕີ​ສູນ​ສົ່ງ​ສັນຍານ3​ແຫ່ງ​ຂອງ​ສະ ຖານີ​ໂທລ​ະ​ພາບ​ແຫ່ງ​ຊາດ​ລີ​ບີ​ຢ່າງ​ແມ່ນ​ຢຳ,​ເຊິ່ງ​ມີ​ຈຸດ​ປະ​ສົງ​ຫຼຸດ​ຜ່ອນ​ຄວາມ​ສາ​ມາດ​ດ້ານ​ການ​ໂຄ​ສະ​ນາ​ຂອງ​ກັດ​ດາ​ຟີ,​ຜູ່​ນຳ​ລີ​ບີ,​ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ກັດ​ດາ​ຟີ​ຂົ່ມ​ຂູ່​ປະ​ຊາ​ຊົນ,​ແລະ​ຢຸດ​ຕິ​ການ​ຍຸ​ຍົງ​ການ​ເຄື່ອນ​ໄຫວ​ດ້ວຍ​ກຳ​ລັງ​ຮຸນ​ແຮງ.

ເຖິງ​ວ່າ​ໄດ້​ຖືກ​ຖິ້ມລະ​ເບີດ,​ແຕ່​ການ​ອອກ​ອາກາດ​ລາຍການ​ຂອງ​ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ລີ​ບີ​ໃນ​ວັນ​ທີ​30​ກໍ​ລະ​ກົດ​ນີ້​ບໍ່​ໄດ້​ຖືກ​ກະ​ທົບ,​ແລະ​ໄດ້​ອອກ​ອາ​ກາດ​ພາບ​ຂອງ​ອາ​ຄານ​ສູນ​ວິ​ທະ​ຍຸ​ໂທ​ລະ​ພາບ​ແລະ​ເຄື່ອງ​ສົ່ງ​ສັນ​ຍານ​ດາວ​ທຽມ​ຫຼັງ​ຖືກ​ນາ​ໂຕ​ຫຼອນ​ໂຈມ​ຕີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ