ເຄື່ອງ​ດຳ​ນ້ຳ​ບັນ​ທຸກ​ຄົນ​"ຈ່ຽວ​ຫຼົງ"ຂອງ​ຈີນ​ດຳ​ເນີນ​ການ​ທົດ​ລອງ​ດຳ​ນ້ຳ​5​ພັນ​ແມັດ​ເທື່ອ​ທີ​4

(GMT+08:00) 2011-07-31 18:29:02     cri
ວັນ​ທີ30​ກໍລະກົດ​ນີ້,ໜ່ວຍນຳພາ​ການ​ທົດ​ລອງ​​ດຳນ້ຳຢູ່5​ພັນ​ແມັດ​ຂອງ​ເຄື່ອງ​ດຳ​ນ້ຳ​ບັນ​ທຸກ​ຄົນ​"ຈ່ຽວ​ຫຼົງ"​ຂອງ​ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ,​ເວ​ລາ​13​ໂມງ​ຂອງ​ວັນ​ທີ​30​ກໍ​ລະ​ກົດ​ນີ້​ເວ​ລາ​ປັກ​ກິ່ງ,​ເຄື່ອງ​ດຳ​ນ້ຳ​ບັນ​ທຸກ​ຄົນ​"ຈ່ຽວ​ຫຼົງ"​ໄດ້​ສຳ​ເລັດ​ການ​ທົດ​ລອງ​ດຳ​ນ້ຳ​5​ພັນ​ແມັດ​ເທື່ອ​ທີ​4,​ພາຍ​ຫຼັງ​ວາງ​ເຄື່ອງ​ສັນ​ຍາ​ລັກ​ຢູ່​ພື້ນ​ທະ​ເລ​ແລ້ວ​ໄດ້​ກັບ​ຄືນ​ເຮືອ​"ຊ້ຽງ​ຢາງ​ຮົງ​ເລກ​09"​ເຊິ່ງ​ເປັນ​ເຮືອ​ບັນ​ທຸກ​ຢ່າງ​ສະ​ດວກ.​ການ​ທົດ​ລອງ​ດຳ​ນ້ຳ​ທີ່​ດຳ​ເນີນ​ເປັນ​ເວ​ລາ​ເກືອບ​9​ຊົ່ວ​ໂມງ​ເທື່ອ​ນີ້​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

ການ​ທົດ​ລອງດຳນ້ຳ​ເທື່ອນີ້,​ໄດ້ດຳ​ເນີນ​ການ​ທົດ​ລອງ​ຫຼາຍຢ່າງ,​ເຊັ່ນ:​ເກັບ​ເອົາ​ຕົວຢ່າງ​ຊີວະ​ຊາດ​​ແລະ​ທົດ​ລອງ​ໄລຍະ​ຍາວ​ຂອງ​ສານ​ຂອງ​ສຽງ​ໃນ​ນ້ຳ​ເປັນ​ຕົ້ນ,​ໄດ້​ຖ່າຍ​ຮູບ​ຊີ​ວະ​ຊາດ​ຈຳ​ນວນ​ຫຼວງ​ຫຼາຍ​ແລະ​ວາງ​ເຄື່ອງ​ສັນ​ຍາ​ລັກ​ຢູ່​ພື້ນ​ທະ​ເລ,​ເຊິ່ງ​ໄດ້​ຢືນ​ຢັນ​ຄວາມ​ສາ​ມາດ​ແລະ​ຄວາມ​ໝັ້ນ​ທ່ຽງ​ຂອງ​ເຄື່ອງ​ດຳ​ນ້ຳ​ຢູ່​ບ່ອນ​ນ້ຳ​ເລິກ.

ເຄື່ອງ​ດຳນ້ຳບັນທຸກ​ຄົນ"ຈ່ຽວຫຼົງ"ດຳນ້ຳ​ລົງ​ຮອດ​ລະດັບ​ນ້ຳ​ເລິກ5​ພັນ​ແມັດຢ່າງ​ສຳ​ເລັດ​ຜົນ​ສະ​ແດງ​ໃຫ້​ເຫັນ​ວ່າ,​ຈີນ​ມີ​ຄວາມ​ສາ​ມາດ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ຢູ່​ບ່ອນ​ເລິກ​ຂອງ​ທະ​ເລ​ທີ່​ກວມ​70%​ຂອງ​ເນື້ອ​ທີ່​ທັງ​ໝົດ​ຂອງ​ໂລກ,​ກໍ່​ໄດ້​ສ້າງ​ພື້ນ​ຖານ​​​ໃຫ້​ແກ່​ຈີນ​ທີ່​ຈະ​ດຳ​ເນີນ​ການ​ທົດ​ລອງ​ດຳ​ນ້ຳ​7​ພັນ​ແມັດ​ໃນ​ປີ​2012,​ເຊິ່ງ​ເປັນ​ສະ​ຖິ​ຕິ​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ