ງານ​ແຂ່ງຂັນ​ລອຍ​ນ້ຳ​ໂລກ​ປີ2011​ຢູ່​ຊຽງ​ໄຮສິ້ນ​ສຸດ​ລົງ​ແລ້ວ

(GMT+08:00) 2011-08-01 11:08:52     cri
ວັນ​ທີ31ກໍ​ລະກົດ​ແລ້ວ​ນີ້, ງານ​ແຂ່ງ​ຂັນ​ລອຍ​ນ້ຳ​ໂລກ​ປີ2011​ຢູ່​ນະຄອນ​ຊຽງ​ໄຮ​ຂອງ​ຈີນໄດ້​ສິ້ນ​ສຸດ​ລົງ​ແລ້ວ, ອາ​ເມ​ລິ​ກາໄດ້​ຄອງ​ຫຼຽນ​ຄຳ​ເປັນອັນ​ດັບທີ1, ຈີນ​ເປັນ​ທີ2, ​ແລະຣັດ​ເຊຍ​​ເປັນ​ທີ3.


ງານ​ແຂ່ງຂັນ​ລອຍ​ນ້ຳ​ໂລກ​ປີ2011​ຢູ່​ຊຽງ​ໄຮສິ້ນ​ສຸດ​ລົງ​ແລ້ວ


ໃນ​ການ​ແຂ່ງ​ຂັນ​ທີ່​ດຳ​ເນີນມາ​ເປັນ​ເວລາ16ວັນ, ມີ​ນັກ​ກິລາ, ຄູ​ເຝິກ​ແລະ​ຄະນະ​ຮັບຜິດ​ຊອບ​ລວມ​5724ຄົນ​ຈາກ181ປະ​ເທດ​ແລະ​ເຂດ​ແຄວ້ນ​​ເຂົ້າ​ຮ່ວມ​ການ​ແຂ່ງຂັນ5​ລາຍການ​ໃຫຍ່, ຄື, ​ລອຍ​ນ້ຳ, ໂດດ​ນ້ຳ, ການ​ລອຍສະ​ແດງ​ວາດຊົງ, ບານ​ນ້ຳ​ໃນ​ຮົ່ມ, ການລອຍ​ນ້ຳຢູ່​ເຂດ​ກາງ​ແຈ້ງ, ​ເພື່ອ​ຊີງ​ຫຼຽນ​ຄຳ66​ຫຼຽນ. ຜົນ​ການ​ແຂ່ງຂັນ​ນັກ​ກິລາລອຍ​ນ້ຳ​ຈາກອ​າ​ເມ​ລິ​ກາ​​ໄດ້​17ຫຼຽນຄຳ, 6ຫຼຽນ​ເງິນ, ​ແລະ​9ຫຼຽນ​ທອງລວມ​32ຫຼຽນ​ຂຶ້ນ​ເປັນ​ທີ1​ໃນ​ຕາຕະ​ລາງ​ຫຼຽນ​ຄຳ, ຈີນ​ເປັນ​ທີ2​ໄດ້15​ຫຼຽນ​ຄຳ, 13ຫຼຽນ​ເງິນ, ​ແລະ8​ຫຼຽນ​ທອງ, ຣັດ​ເຊຍ​ເປັນ​ທີ3ຄື​​ໄດ້8​ຫຼຽນ​ຄຳ, 6ຫຼຽນ​ເງິນແລະ​4ຫຼຽນ​ທອງ.
 


ງານ​ແຂ່ງຂັນ​ລອຍ​ນ້ຳ​ໂລກ​ປີ2011​ຢູ່​ຊຽງ​ໄຮສິ້ນ​ສຸດ​ລົງ​ແລ້ວ


ງານ​ແຂ່ງຂັນ​ລອຍນ້ຳ​ໂລກ​ຈະ​ຈັດ​ຂຶ້ນ​ຢູ່​ບາ​ເຊ​ລອນ​ຂອງ​​ແອັດ​ສະ​ປາຍ​ໃນ​ປີ2013.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ