ຈຳ​ນວນ​ນັກ​ຮຽນ​ນັກ​ສຶກ​ສາ​ຂອງ​ປະ​ເທດ​ອາ​ຊຽນ​ທີ່​ຮຽນ​ຢູ່​ຈີນ​ມີ​ຫຼາຍ​ກວ່າ​3​ໝື່ນ​ຄົນ

(GMT+08:00) 2011-08-01 16:28:03     cri
ຕາມ​ຂ່າວສານ​ຊິນ​ຮວາ:ຕົວ​ເລກ​ສະຖິຕິ​ຂອງ​ກອງ​ເລຂາ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ສະ​ແດງ​ໃຫ້​ເຫັນ​ວ່າ,​ຈຳ​ນວນ​ນັກ​ຮຽນ​ນັກ​ສຶກ​ສາ​ຈາກ​ບັນ​ດາ​ປະ​ເທດ​ອາ​ຊຽນ​ທີ່​ມາ​ຮຽນ​ຢູ່​ຈີນ​ມີ​ຫຼາຍ​ກວ່າ​3​ໝື່ນ​ຄົນ,​ສ່ວນ​ຈຳ​ນວນ​ນັກ​ຮຽນ​ນັກ​ສຶກ​ສາ​ຈີນ​ທີ່​ໄປ​ຮຽນ​ຢູ່​ໃນ​ບັນດາ​ປະ​ເທດ​ອາ​ຊຽນ​ມີ​ເກືອບ​7 ​ໝື່ນ​ຄົນ​ແລ້ວ.​ຈີນ​ໄດ້​ຕັ້ງ​ສະ​ຖາ​ບັນ​ຂົງ​ຈື້​35​ແຫ່ງ​ຢູ່​ບັນ​ດາ​ປະ​ເທດ​ອາ​ຊຽນ.​ການ​ຮ່ວມ​ມື​ແລະ ການ​ແລກ​ປ່ຽນ​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ອາ​ຊຽນ​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ຈະ​ແຈ້ງ.

ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ພັດທະນາ​ບຸກຄະລາ​ກອນ​ໃຫ້ມີ​ຄວາມ​ຮູ້​ຄວາມ​ສາມາດ​ເພື່ອ​ການ​ສ້າງ​ສາ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ​ນັບ​ມື້​ນັບ​ສູງ​ຂຶ້ນ,​ຢູ່​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​-​ອາ​ຊຽນ​ທີ່​ຈະ​ຈັດ​ຂຶ້ນ​​ແຕ່​ວັນ​ທີ​21​​ຫາ​ວັນ​ທີ​26​ຕຸ​ລາ​ປີ​ນີ້​ຈະ​ຈັດ​ໃຫ້​ມີ​ການ​ວາງ​ສະ​ແດງ​ການ​ບໍ​ລິ​ການ​ດ້ານ​ການ​ສຶກ​ສາ​ຕື່ມ​ອີກ​ເປັນ​ປີ​ທີ​2​ຕິດ​ຕໍ່​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ