ເອກ​ອັກຄະ​ລັດ​ຖະທູດ​ອາ​ເມ​ລິ​ກາ​ປະ​ຈໍາ​ຈີນ​ໃຫ້ຄໍາ​ໝັ້ນ​ສັນຍາ​ວ່າ​ຈະ​ສຸມ​ກໍາ​ລັງ​ເຂົ້າ​ໃນ​ການ​ລົງ​ເລິກ​ການ​ຮ່ວມ​ມື​ຈີນ​ອາ​ເມ​ລິ​ກາ

(GMT+08:00) 2011-08-02 17:49:21     cri

ທ່ານ​ເກ​ລີ ຟາ​ຢາ ​ໂລ​ເກີ,​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ເຊື້ອສາຍ​ຈີນທີ່​ປະ​ຈໍາ​ຈີນ​ຜູ້​ທໍາ​ອິດ​ໄດ້​ສະບາ​ນຕົວ​ຂຶ້ນຮັບ​ຕໍາ​ແໜ່ງຢ່າງ​ເປັນ​ທາງ​ການ​ໃນວັນ​ທີ1​ສິງຫາ​ນີ້ຢູ່​ວໍ​ຊິງ​ຕັນ. ທ່ານ​ໃຫ້ຄໍາ​ໝັ້ນ​ສັນຍາ​ວ່າ,ຈະ​ສຸມ​ກໍາ​ລັງ​ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ,ທໍາ​ຄວາມ​ພະ​ຍາຍາມ​ເຂົ້າ​ໃນ​ການ​ສ້າງ​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ທີ່​ຕັ້ງ​ໜ້າ,ຮ່ວມ​ມື​ກັນ​ແລະ​ຮອບດ້ານ.

ທ່ານ​ເກ​ລີ ຟາ​ຢາ ​ໂລ​ເກີ​ກ່າວ​ວ່າ, ສໍາລັບ​ສິ່ງ​ທ້າ​ທາຍ​ແລະ​ຄວາມ​ຂັດ​ແຍ່ງ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ, ທ່ານ​ຈະ​ພະຍາ​ຍາມ​ຮັກ​ສາຊ່ອງ​ທາງ​ສື່ສານ​ທີ່ດີ, ​ເຜີຍ​ແຜ່​ຫລັກ​ໝັ້ນ​ຂອງ​ລັດຖະບານ​ອາ​ເມ​ລິ​ກາ​ຢ່າງ​ຈະ​ແຈ້ງ, ​ຕິດ​ຕໍ່​ພົວ​ພັນ​ກັບ​ເຈົ້າ​ໜ້າ​ສູງ​ສຸດ​ຂອງລັດຖະບານ​ຈີນ,ພ້ອມ​ກັນ​ນັ້ນ, ຍັງ​ຈະ​ພະ​ຍາ​ຍາມ​ຫລາຍ​ກວ່າ​ເກົ່າ​ໃກ້ຊິດກັບ​ປະຊາຊົນ​ຈີນ​ໂດຍ​ກົງ, ​ເພື່ອ​ຊ່ວຍ​ເຫລືອ​ປະ​ຊາ​ຊົນ​ສອງ​ຊາດ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ