ບົດ​ລາຍ​ງານຂອງADB​ຂຽນ​ວ່າ​ອາ​ຊີ​ຈະ​ຮັ່ງມີ​​ແລະ​ເຂັ້ມ​ແຂງ​ໃນ​ກາງ​ສະຕະວັດ​ນີ້ຄື​​ກັນ​ກັບເອີ​ລົບ​ໃນ​ປະຈຸ​ບັນ​

(GMT+08:00) 2011-08-03 17:43:42     cri

ວັນ​ທີ2​ສິງຫາ​ນີ້, ທະ​ນາ​ຄານ​ພັດ​ທະນາ​ອາຊີ​ໄດ້​ເຜີຍ​ແຜ່ບົດ​ລາຍ​ງານ​ທີ່​ມີ​ຫົວ​ຂໍ້​ວ່າ, "ອາ​ຊີ​ໃນ​ປີ2050:ສະ​ໄໝ​ອາຊີ​ຈະ​ມາ​ຮອດ", ​ບົດ​ລາຍ​ງານ​ຂຽນ​ວ່າ, ຄົນອາຊີ​ອາດ​ຈະ​ຮັ່ງມີ​ໃນ​ກາງ​ສະ​ຕະ​ວັດ​ນີ້​ຄື​ກັນ​ກັບ​ຄົນ​ເອີ​ລົບ, ​ແຕ່​ກ່ອນ​ໜ້າ​ນີ້, ຈໍາ​ເປັນ​ຕ້ອງ​ຜ່ານ​ຜ່າ​ບາງ​ສິ່ງ​ທ້າ​ທາຍ​ສໍາຄັນ,ລວມ​ທັງ​ບັນຫາ​ຄວາມ​ຜິດ​ໂຕນ​ກັນ​ລະຫວ່າງ​ຄວາມ​ທຸກ​ກັບ​ຄວາມ​ຮັ່ງ,​ການສໍ້​ຫລາດ​ບັງ​ຫລວງ ,​ແລະ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ບົດ​ລາຍ​ງານ​ຂຽນວ່າ, ອາຊີ​ມີ​ຄວາມ​ຈະ​ເລີ​ນ​ແລະ​ການ​ເຕີບ​ໂຕໃນ​ຫລາຍ​ສິບ​ປີ​ມາ​ແລ້ວ, ​ແມ່ນ​ໄດ້​ຮັບ​ການ​ນໍາ​ພາ​ຈາກ7​ອົງ​ກອນ​ເສດ​ຖະກິດ​ຊຶ່ງ​ທັງ​ໝົດ​ມີ​ປະຊາກອນ​ຫລາຍ​ກວ່າ3​ຕື້​ຄົນ​ເຊັ່ນ, ຈີນ, ອິນ​ເດຍ,ຍີ່​ປຸ່ນ,ສ​.​ເກົາ​ຫລີ​ແລະ​ອື່ນໆ. ອີງ​ຕາມ​ທ່າ​ອ່ຽງ​ຂອງ​ການພັດທະນາ​ໃນ​ປະຈຸ​ບັນ, ​ໃນ​ປີ2050,ມູນ​ຄ່າ​ຜະລິ​ດຕະພັນ​ທາງດ້ານ​ເສດຖະກິດ​ຂອງ​ອາຊີ​ຈະ​ກວມ50%ຂອງ​ໂລກ, ປະຊາຊົນ3​ຕື້​ຄົນ​ໃນ​ອາຊີ​ຈະ​ກາຍ​ເປັນ​ຄົນ​ຮັ່ງມີ, ລາຍ​ໄດ້​ຂອງ​ເຂົາ​ເຈົ້າ​ຈະ​ເທົ່າ​ທຽ​ມກັບ​ຄົນ​ເອີ​ລົບ. ບົດ​ລາຍ​ງານ​ຍັງ​ຂຽນ​ວ່າ, ​ເພື່ອ​ຮັບ​ປະ​ກັນ​ຄວາມ​ຈະ​ເລີ​ນຂອງ​ອາຊີ​ສາມາດຍືນ​ຍົງ​ຄົງ​ຕົວ​ໄດ້, ປະ​ເທ​ດຕ່າງໆ​ຈໍາ​ເປັນ​ຕ້ອງ​ຮຽນ​ເອົາ​ບົດຮຽນທີ່​ສໍາ​ເລັດ​ຜົນ​ຂອງ​ຍີ່​ປຸ່ນ,ສ.​ເກົາຫລີ​ແລະ​ສິງກະ​ໂປ, ລິ​​ເລີ່​ມການ​ເຕີບ​ໂຕ​ທີ່​ທຸກຄົນ​ສາມາດ​ຮັບຜົນ​ປະ​ໂຫຍດນໍາ​ກັນ​ແລະ​ຍຸດຕິ​ທໍາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ