ງານ​ກິລາ​ນັກ​ສຶກ​ສາ​ໂລກ​ເຊິ່ນ​ເຈິ້ນ​ມີ​152​ຄະ​ນະ​ນັກ​ກິ​ລາ​ຮ້ອງ​ຂໍ​ຂຶ້ນ​ທະ​ບຽນ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ,​ຄະ​ນະ​ຜູ່​ແທນ​ນັກ​ກິ​ລາ​ຈີນ​ມີ​ຈຳ​ນວນ​ຄົນ​ຫຼາຍ​ກວ່າ​ໝູ່

(GMT+08:00) 2011-08-03 16:55:38     cri

ຕາມ​ຂ່າວ​ສານ​ຊິນ​ຮວາ:ຕອນ​ບ່າຍ​ວັນ​ທີ2 ສິງຫາ​ນີ້, ​ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ກິລາ​ນັກ​ສຶກສາ​ໂລກ​ເຊິ່ນ​ເຈິ້ນ​ລາຍ​ງານ​ໃຫ້​ຊາບວ່າ,​ຮອດ18​ໂມງຂອງ​ວັນ​ທີ1 ສິງຫາ​ນີ້,ຄະນະ​ກຳ​ມະ​ການຈັດ​ຕັ້ງ​​ງານ​ກິລາ​ນັກ​ສຶກສາ​ໂລກ​ເຊິ່ນ​ເຈິ້ນ​ໄດ້ຂຶ້ນ​ທະບຽນຄະນະ​ນັກ​ກິລາ​ທີ່​ຈະ​ເຂົ້າ​ຮ່ວມ​ແຂ່ງຂັນ​ເຖິງ152ຄະນະ,ມີ​ຈຳນວນ​ຄົນ​ທີ່​ຂຶ້ນ​ທະບຽນ​ທັງ​ໝົດ​ຫຼາຍ​ກວ່າ1ໝື່ນ2ພັນ​ຄົນ,​ໃນ​ນັ້ນ​ມີ​ນັກ​ກິລາ​ປະ​ມານ8000ຄົນ,​ເຈົ້າ​ໜ້າ​ທີ່ນຳ4042ຄົນ.

ອີງ​ຕາມ​ທ່ານ​ນາງ​​ພ່ານສຽວ​ຮຸ້ຍ​ ​ໂຄສົກ​ຂອງ​ຄະນະ​ກຳມະການ​ງຈັດ​ຕັ້ງງານ​ກິລາ​ນັກ​ສຶກສາ​ໂລກ​ແຈ້ງວ່າ,ຄະນະ​ນັກ​ກິລາຈີນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ມະຫາວິທະຍາ​ໄລ​ປັກ​ກິ່ງ​ໃນ​ຕອນ​​ເຊົ້າ​ວັນ​ທີ1 ສິງຫາ​ນີ້,ມີທັງ​ໝົດ​ມີ804ຄົນ,​ໃນ​ນັ້ນ​ມີ​ນັກ​ກິລາ505ຄົນ,​ມີ​ຈຳນວນ​ຄົນ​ຫຼາຍ​ທີ່​ສຸດ​​ເປັນອັນ​ດັບ​ໜຶ່ງ.ຮອງ​ລົງ​ມາແມ່ນ​ຄະນະ​ນັກ​ກິລາ​ຈາກຣັດ​ເຊຍ​ແລະຍີ່ປຸ່ນຕາມ​ລຳດັບ.

ທ່ານ​ນາງ​ພ່ານສຽວ​ຮຸ້ຍຍັງ​ແຈ້ງ​ໃຫ້​ຮູ້​ອີກ​ວ່າ:ມາຮອດ​ວັນ​ທີ27 ກໍລະກົດ​​ແລ້ວນີ້,ມີ​ນັກ​ຂ່າວທັງ​ໝົດ3121ຄົນ​ທີ່​ມາ​ຈາກສະ​ຖາ​ບັນສື່​ມວນ​ຊົນ323​ແຫ່ງ​ໃນທົ່ວ​ໂລກ​ໄດ້ຍຶ່ນຄຳຮ້ອງ​ຂໍ​ຂຶ້ນ​ທະບຽນ​​ເຂົ້າ​ລາຍ​ງານ​ຂ່າວ​ຜົນ​ການ​ແຂ່ງຂັນ​ໃນງານ​ກິລາ​ນັກ​ສຶກສາ​ໂລກ​ເຊິ່ນ​ເຈິ້ນຄັ້ງ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ