ຜູ່ຊ່ຽວຊານ​ກ່າວ​ວ່າ​ຈີນ​ພັດທະນາ​ກ່ຳ​ປັ່ນ​ບັນທຸກ​ເຮືອບິນ​ຈະ​ບໍ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ປະ​ເທດ​ອື່ນ

(GMT+08:00) 2011-08-04 19:18:00     cri
ໂດຍ​ແນ​ໃສ່​ຂ່າວກ່ຽວ​ກັບ​ຈີນ​ປະກາດ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ​ພວມ​ດັດ​ແປງ​​ແທ່ນ​ກ່ຳ​ປັ່ນ​ບັນທຸກ​ເຮືອບິນລຳ​ໜຶ່ງ​ທີ່​ເຊົາ​ໃຊ້​ແລ້ວ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຄົ້ນຄວ້າ​ທາງ​ວິທະຍາສາດ​ແລະການຝຶກ​ຊ້ອມ,ພົນ​ຕີ​ອິນ​ໂຈ ຊ່ຽວຊານ​ການ​ທະຫານຂອງ​ຈີນ​ກ່າວ​ໃນ​ຫວ່າງ​ມໍ່​ໆ​ມາ​ນີ້​ວ່າ,​ຈີນ​ພັດ​ທະນາ​ກ່ຳ​ປັ່ນ​ບັນທຸກ​ເຮືອບິນ​ຈະ​ບໍ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ປະ​ເທດ​ອື່ນ.ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​​ແບບ​ປ້ອງກັນ​ຕົນ​ເອງ​ຂອງ​ຈີນ​ຈະ​ບໍ່​ປ່ຽນ​ແປງ​ຍ້ອນ​ການພັດທະ​ນາ​ກ່ຳ​ປັ່ນ​ບັນທຸກ​ເຮືອບິນ,ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ມີ​ສັນຕິພາບ,​ເອ​ກະ​ລາດ​ແລະ​ເປັນ​ເຈົ້າຕົນ​ເອງ​ຂອງ​ຈີນ​ກໍ່ຈະ​ບໍ່​ປ່ຽນ​ແປງ​ຢ່າງ​ເດັດ​ຂາດ​ຍ້ອນ​ໄດ້​ພັດ​ທະ​ນາ​ກ່ຳ​ປັ່ນ​ບັນທຸກ​ເຮືອບິນ.

ທ່ານ​ອິນ​ໂຈ​ກ່າວ​ວ່າ,ການ​ດັດ​ແປງ​ກ່ຳ​ປັ່ນ​ບັນທຸກ​ເຮືອບິນ"ວາລ​ຽນ​ເກ"(Varyange)​ແມ່ນ​ເສັ້ນ​ທາງ​ພັດ​ທະ​ນາ​ກ່ຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ.​ເລີ່​ມ​ຈາກ​ການ​ດັດ​ແປງ​ແທ່ນ​ກ່ຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ທີ່​ເຊົາ​ໃຊ້​ແລ້ວ,​ຜ່ານ​ຂະ​ບວນ​ການ​ນຳ​ເຂົ້າ,​ຖອດ​ຖອນ​ບົດ​ຮຽນ​ແລະ​ປະດິດ​ສ້າງ​ໃໝ່​,ນີ້​ແມ່ນ​ເສັ້ນ​ທາງ​ພັດ​ທະ​ນາ​ກ່ຳ​ປັ່ນ​ບັນທຸກ​ເຮືອບິນ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​​ເຊິ່ງ​ເປັນຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ຈະ​ປ່ຽນ​ແປງ​ປະຫວັດສາດ​ທີ່​ບໍ່​ມີ​ກ່ຳ​ປັ່ນ​ບັນ​ທຸກ​ເຮືອບິນ.

ທ່ານ​ອິນ​ໂຈ​ຊີ້​ອອກ​ວ່າ,ຈີນ​ພັດທະນາ​ກ່ຳ​ປັ່ນ​ບັນທຸກ​ເຮືອບິນ​ແມ່ນ​ເລື່ອງ​ທີ່​ຕ້ອງ​ເປັນ​ໄປ​ໃນ​ປະຫວັດສາດ.ຈີນ​ດັດ​ແປງ​ກ່ຳ​ປັ່ນ​ບັນທຸກ​ເຮືອບິນ"ວາລ​ຽນ​ເກ"(Varyange)​​ແມ່ນ​ຖືກຕ້ອງ​ກັບ​ກົດ​​ເກນກໍ່ສ້າງ​ແລະ​ພັດທະນາ​ກອງທັບ​ຂອງ​ປະ​ເທດ​ຕ່າງໆ.ປະຈຸ​ບັນ,ຄວາມ​ສາມາດ​ໃນ​ການ​ປ້ອງ​ກັນ​ທາງ​ທະ​ເລ​ຂອງ​ກອງທັບ​ເຮືອ​ຈີນ​ຍັງ​ບໍ່​ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຢ່າງ​ພຽງພໍ.ກອງທັບ​ເຮືອ​ຕ້ອງການ​ມີ​ກ່ຳ​ປັ່ນ​ບັນທຸກ​ເຮືອບິນ​ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​​ແລະຜົນ​ປະ​ໂຫຍດ​ດ້ານ​ການ​ພັດທະນາ​ໃຫ້​ດີກ​ວ່າ​ເກົ່າ.ພ້ອມ​ກັນ​ນັ້ນ,ທ່ານ​ອິນ​ໂຈ​ຍັງ​ກ່າວ​ເນັ້ນ​ວ່າ, ຈີນ​ພັດທະນາ​ກ່ຳ​ປັ່ນ​ບັນທຸກ​ເຮືອບິນ​ຈະ​ບໍ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ປະ​ເທດ​ອື່ນ,ປະ​ເທ​ດ​ຕາ​ເວັນ​ຕົກຄວນ​ຍອມຮັບ​ ​ສະພາບ​ຄວາມ​ເປັນ​ຈິງ​ກ່ຽວ​ກັບ​ຈີນ​ພັດທະນາ​ກ່ຳ​ປັ່ນ​ບັນທຸ​ກ​ເຮືອບິນຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ