ລັດ​ຖະ​ບານ​ຈີນ​ຮຽກ​ຮ້ອງ​ໃຫ້​ເຮັດ​ວຽກ​ງານ​ເປີດ​ເຜີຍ​ເຫດ​ການ​ສຸກ​ເສີນ​ອັນ​ສຳ​ຄັນ​ໃຫ້​ດີ

(GMT+08:00) 2011-08-04 17:30:33     cri
ຫວ່າງ​ມໍ່ໆ​ມາ​ນີ້,ຫ້ອງວ່າການ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ,​ຫ້ອງ​ວ່າ​ການ​ລັດ​ຖະ​ບານ​ຈີນ​ໄດ້ ພິມ​ເອ​ກະ​ສານ​ສະ​ບັບ​ນຶ່ງ​ທີ່​ພາດ​ຫົວ​ເລື່ອງ​ວ່າ​"ຄວາມ​ເຫັນ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ເປີດ​ເຜີຍ​ວຽກ​ງານ​ບໍ​ລິ​ຫານ​ແລະ​ເພີ່ມ​ທະ​ວີ​ການ​ບໍ​ລິ​ການ​ດ້ານ​ການ​ບໍ​ລິ​ຫານ",​ສະ​ເໜີ​ອອກ​ວ່າ,​ຈະ​ເອົາ​​ໃຈ​ໃສ່​ວຽກ​ງານ​ເປີດ​ເຜີຍ​ເຫດ​ການ​ສຸກ​ເສີນ​ອັນ​ສຳ​ຄັນ​ແລະ​ບັນ​ຫາ​​ທີ່​ປະ​ຊາ​ຊົນ​ມີ​ຄວາມ​ສົນ​ໃຈ.

​ເອກະສານ​ສະບັບ​ນີ້​ໄດ້​​ໃຫ້​ຄຳ​ຕອບ​ກ່ຽວ​ກັບ​ເຫດການ​ຈຸດ​ສຸມ​ຫຼາຍ​ຢ່າງ​ທີ່​ເກີດ​ຂຶ້ນ​ຢູ່​ຈີນ​ໃນ​ຫວ່າງ​ມໍ່​ມາ​ນີ້,​ສະ​ເໜີ​ອອກ​ວ່າ,​ຄວນ​ປະ​ດິດ​ສ້າງ​ວິ​ທີ​ໃໝ່​ແລະ​ຮູບ​ການ​​ໃໝ່​ທີ່​ເປີດ​ເຜີຍ​ວຽກ​ງານ​ບໍ​ລິ​ຫານ,​ຍຶດ​ໝັ້ນ​ຫຼັກ​ການ​ທີ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຮັບ​ຮູ້​ຄວາມ​ເປັນ​ຈິງ​ແລະ​ຕິດ​ຕາມ​ກວດ​ກາ​ຢ່າງ​ງ່າຍ​ແລະ​ສະ​ດວກ,​ເປີດ​ກວ້າງ​ຂົງ​ເຂດ​ວຽກ​ງານ​ຕ່າງໆ,​ລົງ​ເລິກ​ເນື້ອ​ໃນ​ທີ່​ເປີດ​ເຜີຍ,​ຊຸກ​ຍູ້​ໃຫ້​ລັດ​ຖະ​ບານ​ປະ​ດິດ​ສ້າງ​ການ​ປັບ​ປຸງ​ຕົນ​ເອງ​ແລະ​ຄຸ້ມ​ຄອງ​ຕົນ​ເອງ.​ຍຶດ​ໝັ້ນ​ໃນ​ຫຼັກ​ການ​ຖາມ​ຄວາມ​ຄິດ​ເຫັນ​ຈາກ​ປະ​ຊາ​ຊົນ​ກ່ຽວ​ກັບ​ການ​ບໍ​ລິ​ຫານ​ເປັນ​ແນວ​ໃດ,​ຖາມ​ປະ​ຊາ​ຊົນ​ມີ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຫຍັງ,​ແລະ​ປະ​ຊາ​ຊົນ​ມີ​ວິທີ​ປັບປຸງ​ແນວ​ໃດ,​ເຮັດ​ໃຫ້​ຊ່ອງ​ທາງ​ການ​ຕິດ​ຕໍ່​ພົວ​ພັນ​ລະ​ຫວ່າງ​ລັດ​ຖະ​ບານ​ກັບ​ປະ​ຊາ​ຊົນ​ລຸ​ລ່ວງ​ແລະ​ສະດວກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ