ທ່ານ​ມູບາ​ລັກຮັບ​ການ​ສອບສວນຢູ່ນະຄອນຫຼວງ​​ເລີ​ແກ

(GMT+08:00) 2011-08-04 19:06:06     cri

ວັນ​ທີ 3 ສິງຫາ​ນີ້, ທ່ານ​ໂຮ​ສນີ ມູບາ​ລັກ ອະດີດ​ປະທານ​າທິບໍດີ​ຂອງເອຢິບ​ໄດ້​ອອກຈາກ​ໂຮງໝໍ​ສາກົນ​ຊາມ ອັນ​ເຊ​ເຮີ​ເດີນ​ທາງ​ດ້ວຍ​ຍົນ​ເຮ​ລີ​ກົບ​ແຕ​ໄປ​ນະ​ຄອນ​ຫຼວງ​ໂລ​ແກ,​ເພື່ອ​ຮັບ​ການ​ສອບ​ສວນ​ຢູ່​ໂຮງ​ຮຽນ​ຕຳ​ຫຼວດ​ເລີ​ແກ.

ຮູບ​ວິດີ​ໂອ​ຂອງ​ໂທລະພາບ​ແຫ່ງ​ຊາດ​ເອຢິບ​ສະ​ແດງ​ໃຫ້​ເຫັນ​ວ່າ, ທ່ານ​ມູບາ​ລັກ ພ້ອມ​ທັງ​ລູກ​ຊາຍ​ສອງ​ຄົນ​ຂອງ​ທ່ານ, ທ່ານຮາ​ບິ​ບ ອັດລີ ອະດີດ​ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ​ເອຢິບ ​ແລະ ເຈົ້າໜ້າທີ່ຕຳຫຼວດ 6 ຄົນ ລວມ​ເປັນ 10 ຄົນຖືກ​ກັກ​ຂັງ​ຢູ່​ຮ່ວມ​ກັນ,  ກ່ອນ​ທ່ານ​ມູບາ​ລັກ​ຈະເດີ​ນທາງ​ມາຮອດ, ກຸ່ມຜູ່​ສະ​ໜັບສະ​ໜູນ​ແລະ​ຜູ່​ຄັດ​ຄ້ານ​ທ່ານ​ມູບາຣັກມີ​ການ​ປະ​ທະ​ກັນ​ຢູ່​ນອກ​ສານ,​ດ້ວຍ​ການ​ແກ​ວ່ງກ້ອນ​ຫີນ​ໃສ່​ກັນ,ຕຳຫຼວດ​ພັນ​ກວ່າ​ຄົນ​ໄດ້​ເຂົ້າ​ຄວບ​ຄຸມ​ສະຖານະ​ການ​​ໃຫ້​ເຂົ້າ​ສູ່​ຄວາມສະຫງົບ.

ການ​ສອບສວນ​ເລິ່ມ​ແຕ່​ເວລາ 10 ​ໂມງ​ເຊົ້າ​ ຕາມ​ເວລາ​ທ້ອງ​ຖິ່ນ. ທ່ານ​ມູບາ​ລັກ​ມີ​ຂໍ້​ຫາກ່ຽວ​ກັບ​ການ​ໃຊ້​ອຳ​ນາດ​ໄປ​ໃນ​ທາງ​ທີ່​ບໍ່​ຖືກ​ຕ້ອງ​ເພື່ອ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍ​ດ​ສ່ວນ​ຕົວ​ແລະ ສັ່ງ​ໃຫ້​ຍິງ​ປືນ​​ໃສ່ຜູ່​ປະ​ທ້ວງ​ໃນ​​ເວລາ​ທີ່ປະຊາຊົນ​ຈັດການ​ປະ​ທ້ວງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ