ຄວາມ​ວິຕົກ​ກັງວົນ​ໃນ​ຕະຫຼາດ​ພາ​ໃຫ້​ຕົວ​ເລກ​ດັດຊະນີ​ຕະຫຼາດ​ຫຸ້ນ​ແລະ​ລາຄາ​ນ້ຳມັນ​ໃນ​ທົ່ວ​ໂລກ​ຕົກ​ຕ່ຳລົງ​ຢ່າງ​ຫຼວງຫຼາຍ

(GMT+08:00) 2011-08-05 18:43:20     cri
ເນື່ອງ​ຈາກ​ວ່າ​ນັກ​ລົງທຶນ​ເບິ່ງ​ອະນາຄົດ​ຂອງ​ເສດຖະກິດ​ໄປ​ໃນ​ທາງ​ລົບ​ຊຶ່ງພາ​ໃຫ້​ເກີດ​ມີ​ຄວາມ​ວິຕົກ​ກັງວົນ​ຢ່າງ​ກວ້າງຂວາງໃນ​ຕະຫຼາດ,ສະ​ນັ້ນ,ຕົວ​ເລກ​ດັດຊະນີ​ຂອງ​ຕະຫຼາດ​ຫຸ້ນ​ທີ່​ສຳຄັນ​ໃນ​​ໂລກ​ຈິ່ງ​ຕົກ​ຕ່ຳລົງ​ເປັນ​ປະຫວັດ​ການໃນ​ວັນ​ທີ4​ສິງຫາ​ນີ້.​ເວົ້າ​ສຳ​ລັບ​ຕະຫຼາດ​ຫຸ້ນ​ອາ​ເມ​ລິ​ກາ​ແລ້ວ,ວັນ​ທີ4​ສິງຫາ​ເປັນ​ມື້​ທີ່ຕົວ​ເລກ​ດັດຊະນີ​ຕົກລົງ​ຕ່ຳທີ່​ສຸດ​ນັບ​ແຕ່​ຕັ້ງ​ເກີດ​ວິ​ກິດ​ການ​ການ​ເງິນ​ໂລກ​ແຕ່​ປີ2008ມາ​ນີ້,ຄືຕົວ​ເລກ​ດັດ​ຊະ​ນີ​ຂອງ​ຕະ​ຫຼາດ​ຫຸ້ນ​ທີ່​ສຳ​ຄັນ​3​ແຫ່ງ​ລ້ວນ​ແຕ່​ຕົກ​ຕ່ຳລົງກາຍ​4%.​ຕະ​ຫຼາດ​ຫຸ້ນ​ທີ່​ສຳ​ຄັນ​ຂອງ​ເອີ​ລົບ​ໂດຍ​ທົ່ວ​ໄປ​ລ້ວນ​ແຕ່​ຕົກ​ຕ່ຳ​ລົງ​ຢ່າງ​ຫຼວງ​ຫຼາຍ​ຄື​ລ້ວນ​ແຕ່​ຕົກ​ລົງ​ຫຼາຍ​ກວ່າ​3%.​ຕະ​ຫຼາດ​ຫຸ້ນ​ໃນ​ທະວີບອາ​ເມ​ລິ​ກາ​ລາ​ຕິນ​ກໍ່​ປະສົບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ,​ຕົວ​ເລກ​ດັດ​ຊະ​ນີ​ຂອງ​ຫຸ້ນ​ສ່ວນ​ທີ່​ສຳຄັນ​ລ້ວນ​ແຕ່​ຕົກ​ຕ່ຳ​ລົງ​ຫຼາຍ​ກວ່າ5%.​ໃນ​ສະພາບ​ທີ່​ຕະຫຼາດ​ຫຸ້ນ​ເອີ​ລົບ,ອາ​ເມ​ລິ​ກາ​ແລະ​ທະວີບອາ​ເມ​ລິ​ກາ​ລາ​ຕິນຕົກ​ຕ່ຳ​ລົງ​ຄື​ແນວ​ນີ້,ວັນ​ທີ5​ສິງຫາ​ນີ້,​ຕະ​ຫຼາດ​ຫຼຸ້ນ​ຂອງ​ອາຊີ​ໂດຍ​ທົ່ວ​ໄປ​ກໍ່​ຕົກ​ຕ່ຳລົງ​ຢ່າງ​ຫຼວງ​ຫຼາຍ​ໃນ​ເວລາ​ເປີດ​ຕະຫຼາດ.ນອກ​ນີ້,ລາຄາ​ນ້ຳມັນ​ຕະຫຼາດ​ໂລກ​ໃນ​ວັນ​ທີ4​ສິງຫາ​ນີ້​ກໍ່​ ​ຕົກ​ຕ່ຳລົງ​ຫຼາຍ​ກວ່າ5%,​ໃນ​ຕະຫຼາດ​ນ້ຳມັນ​ດິບ​ໄດ້​ປະ​ກົດມີ​ສະພາບ​ການ​ທີ່​ພາກັນທຸ້ມ​ເທ​ຂາຍນ້ຳມັນ​ຢ່າງ​ຫຼວງ​ຫຼາຍ.

ນັກວິ​ເຄາະ​ເຫັນ​ວ່າ,ສາ​ເຫດ​ຕົ້ນຕໍ​ທີ່​ພາ​ໃຫ້​ຕະຫຼາດ​ຫຸ້ນ​​ໃນ​ທົ່ວ​ໂລກ​ຕົກ​ຕ່ຳລົງ​ຢ່າງຫຼວງ​ຫຼາຍ​ເທື່ອ​ນີ້​ມີ2ຂໍ້,ຄື​ອັນທີ​ໜຶ່ງ,ວິ​ກິດ​ການ​ໜີ້​ສິນ​ພາກ​ລັດ​ຂອງ​ເອີ​ລົບ​ແຜ່​ລາມ​ອອກ​ພາ​ໃຫ້​ຜູ່​ລົງທຶນ​ມີ​ຄວາມ​ວິຕົກ​ກັງວົນ.ອັນ​ທີ​ສອງ,ອາ​ເມ​ລິ​ກາ​ຫາ​ກໍ່​ພົ້ນ​ອອກ​ຈາກ​ຄວາມ​ສ່ຽງ​ທີ່​ຈະລະ​ເມີດ​ສັນຍາ​ໜີ້​ສິນ,​ແຕ່​ຖືກ​ລະ​ແວງສົງ​ໃສ​ທີ່​ອາດຈະ​ເກີດ​ສະພາບ​ເສດຖະກິດ​ຊຸດ​ໂຊມ​ລົງ​​ເປັນ​ເທື່ອ​ທີ​ສອງ.ນອກ​ນີ້,ປະ​ເທດ​ທີ່​ເປັນ​ຕະຫຼາດ​ຈະ​ເລີ​ນ​ໃໝ່​​ໃນ​ຖານະ​ເປັນ"ຫົວ​ລົດ​ໄຟ"ຂອງ​ເສດຖະກິດ​ໂລກ​ຫຼັງ​ວິ​ກິດ​ການ​ການ​ເງິນ​ສາກົນ​ນັ້ນ​ພາກັນ​ປະຕິບັດ​ນະ​ໂຍ​ບາຍ​ເງິນ​ຕາ​ແບບ​ຮັດກຸມ​ຍ້ອນ​ໄດ້​ຮັບ​ຄວາມ​ກົດ​ດັນ​ດ້ານ​​ເງິນ​ເຟີ້,ການ​ພັດ​ທະນາ​ເສດຖະກິດ​ຂອງ​ປະ​ເທດ​ເຫຼົ່າ​ນີ້​ກໍ່ມີ​ທ່າ​ອ່ຽງທີ່​ຈະ​ຄ່ອຍໆ​ຊ້າ​ລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ