ນາງ​ຍິ່ງ​ລັກ​ໄດ້​ຮັບ​ເລືອກຕັ້ງ​​ເປັນ​ນາຍົກ​ຜູ່​ຍິງ​ຜູ່​ທຳ​ອິດ​ຂອງ​ໄທ ຄະນະ​ລັດຖະບານ​ຊຸດ​ໃໝ່​ຈະ​ສ້າງ​ຕັ້ງ​ຂຶ້ນ​ໃນ​ກາງ​ເດືອນ​ສິງຫາ

(GMT+08:00) 2011-08-05 17:24:00     cri

ຕາມ​ຂ່າວສາ​ນຊິນ​ຮວາ: ວັນ​ທີ 5 ສິງຫາ​ນີ້, ​ໃນ​ກອງ​ປະຊຸມ​ເທື່ອ​ທີ​ສອງ​ຂອງ​ສະພາ​ຜູ່ແທນລາຊະ​ດອນ​ຊຸດທີ 24ຂອງ​ໄທ,ທ່ານນາງ​ຍິ່ງ​ລັກ ຊິນນະ​ວັດ ຜູ່​ສະໝັກ​ຮັບ​ເລືອກຕັ້ງ​ນາຍົກລັດຖະມົນຕີຂອງ​ພັກ​ເພື່ອ​ໄທ​​ໄດ້​ຮັບ​ເລືອກຕັ້ງ​ເປັນນາຍົກລັດຖະມົນຕີຜູ່ທີ 28 ຂອງ​ໄທ, ​ແລະ​ກາຍ​ເປັນ​ນາຍົກລັດຖະມົນຕີຜູ້ຍິງ​ຜູ່​ທຳ​ອິດ​​ໃນ​ປະ​ຫວັດ​ສາດ​ຂອງ​ໄທ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຫຼັງ​ການ​ເລືອກຕັ້ງ, ທ່ານນາງ​ຍິ່ງລັກ​ກ່າວ​ວ່າ​, ກ່ອນ​ອື່ນ​ໝົດ,ລັດຖະບານ​ຊຸດ​ໃໝ່​ຈະ​ແກ້​ໄຂ​ບັນຫາ​ຕ່າງໆ​ທີ່​ປະ​ເຊີນ​ໜ້າ​, ຢູ່​ໃນ​ປະຈຸ​ບັນນີ້​ຕ້ອງການ​ໃຫ້​ປະຊາຊົນ​ມີ​ຄວາມສາມັກ​ຄີ​ ​ແລະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ.

ໃນ​ດ້ານຂັ້ນ​ຕອນ​ທາງ​ກົດໝາຍ, ທ່ານນາງ​ຍິ່ງ​ລັກ​ຈະດຳລົງ​ຕຳ​ແໜ່​ງ​ເປັນ​ນາຍົກລັດຖະ​ມົນຕີ​ນັ້ນຍັງ​ຕ້ອງ​​ໄດ້ຜ່ານ​ການ​ອະ​ນຸມັດ​ຂອງ​ສົມ​ເດັດພູມິ​ພົນ ອະດຸ​ນຍະ​ເດດ ​ເຈົ້າ​ຊີວິດ​ຂອງ​ໄທ. ​​ແລະ​ຄາດ​ວ່າຄະນະ​ລັດຖະບານ​ຊຸດ​ໃໝ່​ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ກາງ​ເດືອນ​ສິງຫາ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ