ເຄື່ອງ​ດໍາ​ນໍ້າ​ບັນທຸກ​ຄົນ "ຈ່ຽວຫລົງ"ຂອງ​ຈີນ​ສໍາ​ເລັດການທົດ​ລອງ​ດໍາ​ນໍ້າ​ເລິກ5​ພັນ​ແມັດ

(GMT+08:00) 2011-08-05 17:30:41     cri

ເຄື່ອງ​ດໍາ​ນໍ້າ​ບັນທຸກ​ຄົນ "ຈ່ຽວຫລົງ"ຂອງ​ຈີນ​ໄດ້​ສໍາ​ເລັດ​ການ​ທົດ​ລອງ​ດໍາ​ນໍ້າ​ໄລ​ຍະຄວາມ​ເລິກ5​ພັນ​​ແມັດ, ປະຈຸ​ບັນ, ​"​ເຮື​ອຊ້ຽງຢາງ​ຮົງ​ເລກ09"​ເຊິ່ງ​ເປັນ​ເຮືອ​ແມ່​ທີ່​ບັນທຸກ​ເຄື່ອງ​ດໍາ​ນໍ້າ​ບັນທຸກ​ຄົນ "ຈ່ຽວຫລົງ"ກໍາ​ລັງ​ກັບຄືນສູ່​ປະ​ເທດ​ຈີນ.

ແຕ່​ວັນ​ທີ1​ກໍ​ລະ​ກົດ​ແລ້ວນີ້ຫາ​ວັນ​ທີ1​ສິງ​ຫາ​ນີ້,​ເຄື່ອງ​ດໍາ​ນໍ້າບັນທຸກ​ຄົນ "ຈ່ຽວ​ຫລົງ"​ໄດ້​ດໍາ​ເນີນ​ການ​ທົດ​ລອງ​ດໍາ​ນໍ້າ​5​ເທື່ອ, ​ໃນ​ນັ້ນ, ລະດັບ​ດໍາ​ນໍ້າ​ເລິກ​ທີ່​ສຸດ​ແມ່ນ5188​ແມັ​ດ, ​ໄດ້ຖ່າຍຮູບ,ວິ​ດີ​ໂອ​ແລະ​ເກັບ​ກໍາຂໍ້​ມູນ​ວັດ​ແທກ​ພູມ​ສັນ​ຖານຈໍານວນ​ຫລວງຫລາຍ, ​ເຊິ່ງ​ໄດ້ກວດກາ​ລະ​ດັບການ​ໃຊ້​ງານ​ແລະ​ຄວາມ​ສາມາດ​ໃນ​ການ​ເຮັດ​ວຽກ​ຕ່າງໆ​ຂອງ​ເຄື່ອງດໍາ​ນໍ້າ​ນີ້​ໃນ​ເວລາ​ຢູ່​ທະ​ເລ​ເລິກ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ