ການ​ເງິນ​ສູນ​ກາງ​ຈີນ​ຈັດ​ງົບ​ປະ​ມານ​ອີກ​11​ຕື້​600​ລ້ານ​ຢວນ​ເລັ່ງ​ລັດ​ການ​ສ້າງ​ຊົນ​ລະ​ປະ​ທານ

(GMT+08:00) 2011-08-05 17:18:42     cri

ວັນ​ທີ5 ສິງຫາ​ນີ້,ກະຊວງ​ການ​ເງິນ​ຈີນ​ເປີດເຜີຍ​ໃຫ້​ຮູ້​ວ່າ,ຫວ່າງ​ມໍ່ໆ​ນີ້,ການ​ເງິນ​ສູນ​ກາງ​ຈີນ​ໄດ້​ຈັດ​ສັນ​ງົບ​ປະ​ມານ​ອີກ​11​ຕື້​600​ລ້ານ​ຢວນ,​ເພື່ອ​ສົ່ງ​ເສີມ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຊົນລະປະທານ​ຂະໜາດ​ໃຫຍ່​ທີ່ສຳຄັນຂອງ29​ແຂວງ​ຄື​ແຂວງ​ເສ​ສວນ,​ກຸ່ຍ​ໂຈ່ວ,​ກວາງ​ຊີ​ເປັນ​ຕົ້ນ,​ເພື່ອຍົກ​ສູງ​ຄວາມ​ສາມາດ​ປ້ອງ​ກັນ​ໄພ​ແລະ​ຫຼຸດ​ໄພພິບັດ​ຈາກ​ທຳ​ມະ​ຊາດ​ທາງ​ກະສິກຳ.

ປີ​ນີ້,ຄະນະ​ລັດຖະບານ​ຈີນ​ອອກ​ເອກະສານສຳຄັນ​ເນັ້ນ​ວ່າ,ຕ້ອງ​ຫັນປ່ຽນ​ສະພາບ​ການ​ສ້າງສາ​ຊົນລະປະທານ​ຈີນ​ແບບ​ຫຼ້າ​ຫຼັງ​ໂດຍ​ຜ່ານ​ຄວາມ​ພະຍາຍາມ5ຫາ10ປີ​ໃຫ້​ສຳ​ເລັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ