ລົມພາຍຸ "ມຸ່ຍຟ້າ"ຈະພັດ​ເຂົ້າ​ເຂດ​ແຄມ​ທະ​ເລ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ

(GMT+08:00) 2011-08-06 17:31:09     cri

ຕອນ​ຄໍ່າ​ວັນ​ທີ5​ສິງຫາ​ນີ້, ​ລົ​ມພາຍຸ "ມຸ່ຍຟ້າ"​ໄດ້​ພັດ​ເຂົ້າ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງທ​ະ​ເລ​ຕາ​ເວັນ​ອອກ​ຈີນ, ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ເຂດ​ແຄມ​ທະ​ເລ​ແລະ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ. ສະຖານີ​ອຸຕຸນິຍົມ​ສູນ​ກາງ​ຈີນ​ໄດ້​ສືບ​ຕໍ່​ປະກາດ​ເຕື່ອນ​ໄພລົມ​ພາຍຸ "ມຸ່ຍ​ຟ້າ"​ໃນ​ລະດັບ​ສີນໍ້າ​ໝາກກ້ຽງ​ໃນ​ວັນ​ທີ6​ສິງຫາ​ນີ້.

ຕາມ ການ​ພະຍາ ກອນ​ອາກາດ​ແຈ້ງວ່າ, ລົມພາຍຸ "ມຸ່ຍຟ້າ"ອາດ​ຈະ ພັດ​ເຂົ້າ​ແຂວງ​ເຈີ້​ຈ່ຽງ​ແລະ​ແຂວງ​ຈ່ຽງຊູ, ເຊິ່ງ​ເປັນ​ເຂດ​ແຄມ​ທະ​ເລ​ໃນ​ຕອນ​ຂ້ອນ​ແຈ້ງ​ຫລື​ຕອນ​ບ່າຍ​ຂອງ​ວັນ​ທີ7​ສິງ ຫາ​ນີ້, ​ແລະ​ເຂດ ແຄມ​ທະ​ເລ​ຂອງ​ຈີນ​ເຊັ່ນ,​ແຂວງ​ເຈີ້​ຈ່ຽງ, ແຂວງ​ຈ່ຽງ ຊູ,ນະ ຄອນ​ຊຽງ​ໄຮ​ແລະ​ອື່ນໆ​ຈະ​ມີລົມ​ພັດ​ແຮງ​ແລ​ະຝົນຕົກ​ໜັກ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ