ສະຖານທູດ​ເອກ​ອັກຄະ​ລັດ​ຖະທູດ​ສປປລາວ​ປະຈຳ​ສປ​ຈີນ​ຈັດ​ພິທີ​ຊັກ​ທຸງ​ອາ​ຊຽນ​ຂຶ້ນ​ສູ່​ຍອດ​ເສົາ

(GMT+08:00) 2011-08-08 15:32:39     cri

ໃນ​​ເວລາ08​ໂມງ30ຂອງມື້​ວັນ​ຈັນທີ8​ສິງຫາ2011,ສະຖານ​ເອກ​ອັກຄະ​ລັດຖະທູດ​ແຫ່ງ​ສປປ​ລາວ​ປະຈຳ​ສປຈີນ​ໄດ້​ຈັດ​ພິທີຊັກ​ທຸງ​ອາຊຽນຂຶ້ນ​ສູ່​ຍອດ​ເສົາຄ​ຽງຂ້າງ​ກັບ​ທຸງ​ຊາດ​ສປປ​ລາວ​ຕາມ​ລະບຽບ​ວ່າ​ດ້ວຍ​ການ​ນຳ​ໃຊ້​ທຸງ​ອາຊ​ຽນ​ໃນ​ປະ​ເທດ​ສະມາຊິກ​ອາ​ຊຽນ​ກັບ​ປະ​ເທດ​ຄູ່​ເຈ​ລະ​ຈາ​ໂດຍ​ທີ່​ສປຈີນ​ແມ່ນ​ໜຶ່ງ​ໃນ​ປະ​ເທດ​ຄູ່​ເຈລະຈາຂອງ​ອາຊ​ຽນ​ຊຶ່ງ​ລະບຽບ​ການ​ນີ້​ໄດ້​ຖືກ​ຮັບ​ຮອງ​ໃນ​ກອງ​ປະຊຸມ​ຄັ້ງ​ທີ8​ຂອງ​ສະພາ​ປະສານ​ງານ​ອາຊ​ຽນທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ6​ພຶດ​ສະ​ພາ​2011​ນີ້​ທີ່​ນະຄອນຫຼວງຈາກາ​ກຕາຂອງ​ອິນ​ໂດ​ເນ​ເຊຍ.ການ​ຊັກ​ທຸງ​ອາຊ​ຽນຂຶ້ນ​ສູ່​ຍອດ​ເສົາຢູ່​ສະ​ຖານ​ເອກ​ອັກຄະ​ລັດ​ຖະທູດ​ສປປລາວ​ປະຈຳ​ສປຈີນ​ຄັ້ງ​ນີ້​ແມ່ນ​ໄດ້​ດຳ​ເນີນ​ໄປ​ຕາມ​ຂັ້ນ​ຕອນ​ຢ່າງ​ເຄັ່ງຂຶມ​ດ້ວຍ​ການບັນ​ເລັງ​ເພງ​ອາຊ​ຽນ.ສ່ວນ​ສະຖານທູດ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ອື່ນໆ​ທີ່​ປັກ​ກິ່ງ​ກໍ່​ໄດ້​ຈັດ​ຕັ້ງ​ພິທີ​ໃນ​ເວລາ​ໃກ້​ຄຽງ​ກັນ​ເພື່ອ​ໃຫ້​ສຳ​ເລັດ​ກ່ອນ​ເວ​ລາ​9​ໂມງ​ຊຶ່ງ​ພິ​ທີ​ລວມ​ແມ່ນ​ຈັດ​ຂຶ້ນ​ຢູ່​ສະຖານທູດ​ບຼູ​ໄນ​ໃນ​ນາມ​ເປັນ​ປະ​ເທດ​ປະ​ທານ​ສະ​ພາ​ອາ​ຊຽນ​ທີ່​ປັກ​ກິ່ງ.​ໃນ​ບັນດາ10​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ມີ​ພຽງ​ສະ​ຖານ​ທູດ​ໄທ​ທີ່​ບໍ່​ສາມາດ​ຊັກ​ທຸງ​ອາຊ​ຽນ​ຂຶ້ນ​ສູ່​ຍອດ​ເສົາໄດ້​ເນື່ອງ​ຈາກ​ວ່າ​ບໍ່​ທັນ​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ທາງ​ການ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ