ກຸ່ມ​7​ປະ​ເທດ​ອອກ​ຖະ​ແຫຼງ​ການ​ຮ່ວມ​ວ່າ,​ຈະ​ຮັບ​ປະ​ກັນ​ໃຫ້​ການ​ເງິນ​ມີ​ຄວາມ​ໝັ້ນ​ທ່ຽງ​ແລະ​ເສດ​ຖະ​ກິດ​ຮັກ​ສາ​ການ​ເຕີບ​ໂຕ

(GMT+08:00) 2011-08-08 15:42:59     cri
ເມື່ອ​ບໍ​ລິ​ສັດ​ສະ​ແຕນ​ດາດ ​ແອນດ໌ ປົວ ​ເຣດ​ຕິງ ​ເຊີ​ວິສ,​ເຊິ່ງ​ເປັນ​ອົງ​ການ​ປະ​ເມີນ​ລະ​ດັບ​ຄວາມ​ໜ້າ​ເຊື່ອ​ຖື​ສາ​ກົນ​ໄດ້​​ຫຼຸດ​ລະ​ດັບ​ຄວາມ​ໜ້າ​ເຊື່ອ​ຖື​ໃນ​ການ​ຊຳ​ລະ​ໜີ້​ຂອງ​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ຈາກ​ລະ​ດັບ​AAA​ຫຼຸດ​ລົງ​ຮອດ​AA+​​ແລ້ວ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ​ແລະ​ຜູ່​ວ່າ​ການ​ທະ​ນາ​ຄານ​ກາງ​ຂອງ​ກຸ່ມ​7​ປະ​ເທດ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ອນ​ໄຂ​ຕະ​ຫຼາດ​ຫຸ້ນ​ອາ​ຊີ​ໃນ​ວັນ​ທີ​8​ສິງ​ຫາ​ນີ້​ວ່າ, ​ໃນ​ຫຼາຍ​ອາ​ທິດ​ຂ້າງ​ໜ້າ,​ຈະ​ຮັກ​ສາ​ການ​ຕິດ​ຕໍ່​ພົວ ພັນ​ແລະ​ຮ່ວມ​ມື​ກັນ​ຢ່າງ​ໃກ້​ຊິດ,​ໃຊ້​ມາດ​ຕະ​ການ​ອັນ​ຈຳ​ເປັນ​ທຸກ​ຢ່າງ​ເພື່ອ​ຮັບ​ປະ​ກັນ​​ໃຫ້ ການ​ເງິນ​ມີ​ຄວາມ​ໝັ້ນທ່ຽງ​ແລະ​ຮັກ​ສາ​ລະ​ດັບ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​.

ຖະ​ແຫຼງການ​ຂຽນ​ວ່າ,ກຸ່ມ​7ປະ​ເທດ​ຈະຕັ້ງໜ້າ​ຮັບ​ມື​ກັບຂຸມ​ການ​ເງິນ,ໜີ້​ສິນ​ພາກ​ລັດ​ແລະ​ຄວາມ​ກົດ​ດັນ​ຕ່າງໆ​ທີ່​ຈະ​ເປັນ​ການກີດ​ຂວາງ​ການ​ພັດທະນາ​ເສດຖະກິດ,​ພ້ອມ​ທັງ​ສະ​ແດງ​ຄວາມ​ຊົມ ​ເຊີຍ​ຕໍ່​ອາ​ເມ​ລິ​ກາ​ແລະ​ເອີຣົບ​ທີ່​ໄດ້ໃຊ້​ມາດ​ຕະ​ການ​ຮັບ​ມື​ທີ່​ເດັດຂາດ.

ຂ່າວ​ແຈ້ງອີກ​ວ່າ,ຍ້ອນ​ຖື​ກຜົນ​ກະທົບ​ຈາກການ​ປະ​ເມີນ​ຜົນ​ລະດັບ​ຄວາມ​ໜ້າ​ເຊື່ອ​ຖື​ໃນ​ການ​ຊຳ​ລະ​ໜີ້​ຂອງ​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ຫຼຸດ​ຕ່ຳ​ລົງ,​ວັນ​ທີ​8​ສິງ​ຫາ​ນີ້,​ດັດ​ຊະ​ນີ​ນິກ​ເກ​ອີ​ຂອງ​ຕະ​ຫຼາດ​ຫຸ້ນ​ໂຕ​ກຽວ​ໃນ​ເວລາ​ໄຂ​ຕະ​ຫຼາດ​ກໍ່​ຫຼຸດ​ລົງ​1,4% ຄືຈາກ130,21ຈຸດ,​ຫຼຸດ​ລົງ ຮອດ​9169,67​ຈຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ