ສ້າງ​ຕັ້ງສຳນັກງາ​ນຜູ່​ຕາງໜ້າ​​ວາລະສານ"ຈຳປາ"ຂອງ​ຈີນປະຈຳ​ວຽງ​ຈັນ

(GMT+08:00) 2011-08-09 14:46:18     cri

ຕາມ​ຂ່າວສານ​ຊິນ​ຮວາ: ​ໂດຍ​ໄດ້​ຮັບອະ​ນຸມັດຈາກລັດຖະບານ​ແຫ່ງສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ, ຕອນ​ເຊົ້າ​ວັນ​ທີ 8 ສິງຫາ​ນີ້, ສຳນັກງາ​ນຜູ່​ຕາງໜ້າ​ວາລະສານ"ຈຳປາ"ຂອງ​ຈີນປະຈຳ​ວຽງ​ຈັນ​ໄດ້​ຮັບ​ການສ້າງ​ຕັ້ງ​ຂຶ້ນຢ່າງ​ເປັນ​ທາງ​ການ, ທ່ານ​ສິນ​ລະ​ວົງ ຄຸດ​ໄພ​ທູນ ຫົວໜ້າຫ້ອງວ່າການ​ລັດຖະບານ ທັງ​ເປັນປະທານ​ສະມາຄົມ​ມິດຕະພາບ​ລາວ-​ຈີນ ​ແລະ ທ່ານ​ນາງປູ້​ຈ້ຽນກົວເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ລາວ​ໄດ້​​ເຂົ້າ​ຮ່ວມ​ເຂົ້າ​ຮ່ວມເປີດ​ປ້າຍສຳນັກງານ​ຕາງໜ້າ​ວາລະສານ"ຈຳປາ"ປະຈຳ​ນະຄອນຫຼວງ​ວຽງ​ຈັນ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ຈີນ, ທ່ານສິນ​ລະ​ວົງ ຄຸດ​ໄພທູນກ່າວ​ວ່າ,ວາລະສານ"ຈຳປາ"ດີ​ຫຼາຍ,ຢູ່​ແຂວງ​ຕ່າງໆ​ຂອງ​ລາວລ້ວນ​ແລ້ວ​ແຕ່​ໄດ້​ເຫັນ​ໄດ້​ອ່ານ, ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​​ເຂົ້າ​ໃນ​ການ​ແນ​ະນຳ​ລາວຕໍ່​ຈີນ ​ແລະ ​ແນະນຳ​ຈີນຕໍ່​ລາວ, ພ້ອມ​ກັນ​ນັ້ນວາລະສານ​ຈຳປາ,ຍັງ​ໄ​ດ້ສະໜອງ​ຂໍ້​ມູນ​ຂ່າວສານ​ທີ່ສຳຄັນ​ຈຳນວນ​ຫຼາຍ​ທີ່​ເປັນ​ປະ​ໂຫຍ​ດ​ໃຫ້​ແກ່ການ​ພັດທະນາ​ເສດຖະກິດ​ຂອງ​ລາວ.

ທ່ານ​ນາງ​ປູ້​ຈ້ຽນກົວ​ກ່າວ​ວ່າ, ວາລະສານ"ຈຳປາ"​ມີ​ບົດບາດ​ສຳຄັນ​ຫຼາຍ​ໃນ​ການ​ໂຄສະນານະ​ໂຍບາຍດ້ານ​ຕ່າງໆຂອງ​ຈີນ​ຢູ່​ລາວ​ດ້ວຍ​ພາສາ​ລາວ, ​ແມ່ນ​ຂົວ​​ຕໍ່​ໃນ​ການແລກປ່ຽນ​​ເຊິ່ງກັນ​ແລະ​ກັນລະຫວ່າງ​ຈີນ ກັບ ລາວ, ມີ​ຜົນ​ດີ​​ໃນ​ການ​ເຜີ່​ຍ​ແຜ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ