ADBຮຽກຮ້ອງ​ໃຫ້​ຕະຫຼາດ​ທີ່​ຈະ​ເລີ​ນ​ໃໝ່​​ໃນອາຊີ​ໃຊ້​ມາດ​ຕະການ​ຮັບ​ມື​ກັບ​ຜົນ​ການ​ຫຼຸດ​ລະດັບ​ການປະ​ເມີນ​ຜົນ​ຕໍ່​ຄວາມ​ໜ້າ​ເຊື່ອ​ຖື​ໃນ​ການ​ຊຳລະ​ໜີ້​ສິນ​ຂອງ​ອາ​ເມ​ລິ​ກາຕ່ຳລົງ

(GMT+08:00) 2011-08-10 11:03:24     cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ9​ສິງຫາ​ນີ້,ທະນາຄານ​ພັດທະນາ​ອາຊີຫຼືADB​ເຊິ່ງມີ​ສຳນັກງານ​ໃຫຍ່ຕັ້ງ​ຢູ່​ມາ​ນີລາປະ​ເທດ​ຟີ​ລິບ​ປິນ​ໄດ້​ຮຽກຮ້ອງ​ໃຫ້​ຕະຫຼາດ​ທີ່​ຈະ​ເລີ​ນ​ໃໝ່​ໃນ​ອາຊີ​ສ້າງ​ນະ​ໂຍບາຍ​ເສດຖະກິດ​ທີ່​ເຂັ້ມ​ແຂງ​ເພື່ອ​ກະ​ຕຸ້ນ​ໃຫ້​ນັກ​ລົງທຶນ​ມີ​ຄວາມ​​ເຊື່ອໝັ້ນ ​ເພີ່ມ​ຂຶ້ນ,ຫຼຸດຜ່ອນ​ຄວາມ​ປັ່ນ​ປ່ວນຈົນ​ເກີນ​ໄປ​ຂອງ​ຕະຫຼາດ,ຮັກສາ​ຄວາມ​ຄ່ອງ​ຕົວ​ຂອງ​ເສດຖະກິດ​ເພື່ອ​ຮັບ​ມື​ກັບຜົນ​ສະທ້ອນ​ທາງ​ລົບທີ່​ມາ​ຈາກລະດັບ​ການ​ປະ​ເມີນ​ຜົນ​ຕໍ່​ຄວາມ​ໜ້າ​​ເຊື່ອ​ຖື​ຂອງລັດຖະບານ​ອາ​ເມ​ລິ​ກາ​ຖືກ​ຫຼຸດ​ຕ່ຳລົງ​ແລະອະນາຄົດ​ຂອງ​ເສດຖະກິ​ເອີ​ລົບ​ບໍ່​ສົດ​ໃສ.

ບົດ​ລາຍ​ງານ​ຂອງADBຂຽນ​ວ່າ,​ໃນ​ບໍ່​​ເທົ່າ​ໃດ​ເດືອນ​ມ​ານີ້,ສະພາບ​ແວດ​ລ້ອມ​ທາງ​ດ້ານ​ການ​ເງິນ​ທົ່ວ​ໂລກ​ບໍ່ມີ​ຄວາມ​ໝັ້ນ​ທ່ຽງ​,ຕະຫຼາດ​ອາຊີ​ຕ້ອງ​ໄດ້​ຮັບ​ຜົນ​ກະທົບ​ແນ່​ນອນ,​ແຕ່​ເນື່ອງ​ຈາກ​ວ່າ​ໂດຍ​ພື້ນຖານ​ແລ້ວ,​ເສດຖະກິດ​ອາຊີ​ຢູ່​ໃນ​ສະພາບ​ທີ່​ດີ​ແລະ​ອັດຕາ​​ດອກ​ເບັ້ຍ​ກັບ​ປະ​ເທດ​ທີ່​ພັດທະນາ​ແລ້ວມີ​ຄວາມ​ແຕກ​ຕ່າງ​ກັນ,ສະ​ນັ້ນ,​ເງິນ​ທຶນ​ທີ່​ມາ​ຈາກ​ພາຍ​ນອກ ​ອາດ​ຈະ​ໄຫຼ​ເຂົ້າ​ສູ່​ພາກ​ພື້ນ​ອາຊີ​ໃນ​6​ເດືອນ​ທ້າຍ​ປີ​ນີ້ຫຼາຍ​ກວ່າ​ເກົ່າ.

ບົດ​ລາຍ​ງານ​ກ່າວ​ເຕືອນ​ວ່າ,​ເບິ່ງ​ຈາກ​ສະພາບ​ໃນ​ປະຫວັດສາດ​ແລ້ວ,​​ທຶນ​ໄລຍະ​ສັ້ນ​ໄຫຼ​ເຂົ້າປະ​ເທດ​ໃດ​ໜຶ່ງ​ຢ່າງ​ຫຼວງ​ຫຼາຍ​ມັກ​ຈະມີ​ຜົນ​ກະທົບ​ຕໍ່​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ນະ​ໂຍບາຍ​ເງິນຕາ​ຂອງ​ປະ​ເທດ​ນັ້ນ,ທຳລາຍ​ຄວາມ​ໝັ້ນ​ທ່ຽງ​ຂອງ​ລະບົບ​ການ​ເງິນ​ແລະ​ກະທົບ​ເຖິງ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ.

ບົດ​ລາຍ​ງານ​ຊີ້​ອອກ​ວ່າ,ຕະຫຼາດ​ທີ່​ຈະ​ເລີ​ນ​ໃໝ່​ຂອງ​ອາຊີ​ມີ​ຄວາມ​ອ່ອນ​​ໄຫ​ວ​ຕໍ່ຄວາມ​ປັ່ນ​ປ່ວນ​ທາງ​ດ້ານ​ເສດຖະກິດ​ຈາກພາຍ​ນອກ​ເຊິ່ງສ​ແດງ​ໃຫ້​ເຫັນ​ວ່າ​ອາຊີ​ມີ​ຄວາມ​ຈຳ​ເປັນຕ້ອງ​ມີ​ຄວາມ​ພະຍາຍາມ​​ຮ່ວມ​ກັນ​ເພື່ອ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ໃນ​ການ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ສະພາບ​ຕົວ​ຈິງ​ຂອງ​ຕະຫຼາດ.

ຕາມ​ADBຄາດ​ຄະ​ເນ​ວ່າ,​ຈັງຫວະ​ການ​ເຕີບ​ໂຕ​ທາງ​ດ້ານເສດຖະກິດ​ຂອງຕະຫຼາດ​ທີ່​ຈະ​ເລີ​ນ​ໃໝ່​ຂອງ​ອາຊີ​ໃນ​ປີ​ນີ້​ຈະ​ບັນ​ລຸ​ເຖິງ7,9%, ຈະ​ເຕີບ​ໂຕ7,8%​ໃນ​ປີໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ