ຈີນ​ຍິນ​ດີ​ຊຸກຍູ້ການ​ພົວພັນ​​ໄມຕີ​ຈິດຮ່ວມ​ມື​ກັບຊູ​ດັງ​ໃຕ້​​ໃຫ້ພັດທະນາ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ຮອບດ້ານ

(GMT+08:00) 2011-08-10 14:17:40     cri

ວັນ​ທີ9ສິງຫາ​ນີ້, ທ່ານ​ຢາງ​ເຈ​ສື, ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ໄປ​ຢ້ຽມຢາມ​ຊູ​ດັງ​ໃຕ້​ໄດ້ພົບ​ປະກັບ​ທ່ານຊານ​ວາ ກິວ​ມາ​ຢາ​ດິດ,ປະ​ທານາ​ທິບໍດີ​ຊູ​ດັງ​ໃຕ້​ແລະ​​ທ່ານ​ເດິ​ງ ​ອາ​ໂລ​ໂຄນ​ລ໌,ລັດ​ຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຊູ​ດັງ​ໃຕ້ຢູ່​ນະຄອນ​ຫຼວງຈູ​ບາ​.

​ໃນ​ການພົບ​ປະ, ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ,ຈີນ​ຈະ​ສືບ​ຕໍ່​ສະໜັບສະໜູ​ນຊູ​ດັງ​ໃຕ້​ທຳ​ຄວາມ​ພະຍາຍ​າມ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແລະ​ເອກະລາດ​,ສະໜັບ​ສະໜູນ​ຊູ​ດັງ​ໃຕ້​​ໃນ​ການເສີມ​ຂະຫຍາຍ​ບົດບາດ​ຢູ່ໃນ​ອົງການ​ສາກົນ​ແລະພາກ​ພື້ນຕ່າງໆ​ໃຫ້​ສູງ​ຂຶ້ນ​ເຊັ່ນ:ສະຫະ​ປະຊາ​ຊາດດັ່ງ​ນີ້​ເປັນ​ຕົ້ນ​ເປັນ​ຕົ້ນ,ຍິນ​ດີ​ໃຫ້ການ​ຊ່ວຍ​ເຫຼືອແກ່​ຊູ​ດັງ​ໃຕ້​ພາຍ​ໃນ​ຂອບ​ເຂດ​ທີ່​ເທົ່າ​ທີ່ຈະ​ຊ່ວຍ​ໄດ້​ຕາມ​ຄວາມ​ສາມາດ​ຂອງ​ຕົນ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ນ້ຳມັນ​ເຊື້ອ​ໄຟ,ອຸດ​ສາຫະ​ກຳບໍ່​ແຮ່,ກະ​ສິກຳ,​ພື້ນຖານ​ໂຄງ​ລ່າງ​ແລະ​ຂົງ​ເຂດ​ອື່ນໆ,​ເພື່ອ​ສະໜັບ​ສະໜູນ​ຊູ​ດັງ​ໃຕ້​ຊຸກຍູ້​ການ​ພັດທະ​ນາ,ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ​ໃຫ້​ດີ​ຂຶ້ນ.

ທ່ານຊານ​ວາ​ກິວ​ມາ​ຢາ​ດີດກ່າວ​ວ່າ,ປະຈຸ​ບັນ,ຊູ​ດັງ​ໃຕ້​ຍັງ​ມີ​ຄວາມ​ຕ້ອງການ​ໃນ​ການ​ພັດທະ​ນາ,ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​​ເປັນ​​ໂອກາດ​ທີ່​ດີ,ມີ​ຄວາມ​ສຳຄັນ​ອັນ​ໃຫຍ່​ຫຼວງ. ຊູ​ດັງ​ໃຕ້​ຖື​ຈີນ​ເປັນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ, ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ສະໜັບ​ສະໜູນ​ຈາກ​ຈີນ​ໃນ​ຂົງ​ເຂດ​ນ້ຳມັນ​ເຊື້ອ​ໄຟ,ກະ​ສິກຳ,ສາ​ທາລະ​ນະ​ສຸກ,ການ​ສຶກສາ​ແລະ​ຂົງ​ເຂດ​ອື່ນໆ.

​ໃນ​ການ​ເຈລະຈາ, ທ່ານ​ຢາງ​ເຈ​ໄດ້ສື​ສະ​ເໜີ​ໃຫ້ ​ເພີ່ມ​ທະວີ​ການ​ຢ້ຽມຢາມ​ກັນ​ລະດັບ​ຜູ້ນຳ​ແລະ​ການ​​ໄປມາຫາສູ່​ກັນ​ໃນ​ລະດັບ​ຕ່າງໆລະ​ຫວ່າງ​ສອງປະ​ເທດ​, ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ແລະ​ຢືນຢັນ​ຂອບ​ກົດໝາຍ​ໃນ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນຂົງ​ເຂດ​ຕ່າ​ງໆຂອງສອງ​ປະ​ເທດ.


ທ່ານ​ເດິ​ງ ​ອາ​ໂລ​ໂຄນ​ລ໌ກ່າວ​ວ່າ,ຊູ​ດັງ​ໃຕ້​ມີ​ຈຸດປະສົງ​ຢາກເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ,ຫວັງ​ວ່າ​ຈີນ​ຈະກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ໃນ​ການ​ພັດທະນາ​ແລະ​ສ້າງສາ​ຊູ​ດັງ​ໃຕ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ