ຄວາມ​ວຸ້ນວາຍ​ຢູ່​ອັງກິດ​ໄດ້​ສະຫງົບ​ລົງ

(GMT+08:00) 2011-08-11 16:45:55     cri
ຄຽງ​ຄູ່​ກັບ​ລັດຖະ​ບານ​ອັງກິດ​ເພີ່ມ​ກຳລັງ​ຕຳຫຼວດ​ຂຶ້ນ​ເຖິງ1​ໝື່ນ6​ພັນ​ຄົນ​ໃນ​ການ​ຮັກສາ​ຄວາມ​ປອດ​ໄພ, ວັນ​ທີ10​ສິງຫາ​ນີ້, ຄວາມ​ວຸ້ນ​ວາຍ​ທີ່​ເກີດ​ຂຶ້ນ​ຢູ່​ນະຄອນ​ຫຼວງ​ລອນ​ດອນ​ແລະ​ຕົວ​ເມືອງ​ອື່ນໆ​ຂອງ​ອັງກິດ​ໃນ​ຫຼາຍ​ມື້ມາ​ນີ້​ໄດ້ສະ​ຫງົບ​ລົງ. ຜູ້​ກໍ່​ຄວາມ​ວຸ້ນ​ວາຍ​ຢູ່​ຕາມ​ຕົວ​ເມືອງ​ຕ່າງໆ​ລວມ​1000ກວ່າ​ຄົນ​ຖືກ​ຈັບ​ຕາມ​ຕາມ​ກັນ, ສານ​ໄດ້​ເລີ່​ມດຳ​ເນີນ​ຄະດີ​ຕໍ່​ຜູ້​ກໍ່​ຄວາມ​ວຸ້ນວາຍ​ຈຳ​ນວນ​ໜຶ່ງ. ປະຊາ​ຊົນ​ຈຳນວນ​ບໍ່​ໜ້ອຍ​ຍັງ​ຈັດ​ຕັ້ງ​​ຕົນ​ເອງ​ເພື່ອ​ຊ່ວຍ​ເຫຼືອ​ອຳນາດ​ການ​ປົກຄອງ​ເຮັດ​ອະນາ​ໄມ​ຕາມ​ຕົວ​ເມືອງ, ​ແລະ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ເຂດ​ຊຸມ​ຊົນ.


ພ້ອມ​ກັນ​ນັ້ນ, ສື່​ມວນ​ຊົນ​ແລະ​ວົງ​ການ​ຕ່າງໆ​ທາງ​ສັງຄົມ​ໄດ້​ເລີ່ມຄົ້ນ​ຄວ້າ​ຫາ​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ຄວາມ​ວຸ້ນວາຍ​ຈາກ​ດ້ານ​ຕ່າງໆ. ນັກວິ​ເຄາະ​ຊີ້​ອອກ​ວ່າ, ​ໃນ​​ໄລຍະ​ເບື້ອງ​ຕົ້ນ​ທີ່​ເກີດ​ຄວາມ​ວຸ້ນ​ວາຍ​ນັ້ນ, ຕຳຫຼວດ​ແລະ​ລັດ​ຖະບານ​ບໍ່​ໄດ້​ຮັບ​ມື​ຢ່າງ​ມີ​ປະສິດ​ທິ​ຜົນ, ​ແມ່ນ​ສາ​ເຫດ​ໂດຍ​ກົງ​ທີ່​ສຳຄັນ​ອັນ​ໜຶ່ງ​ທີ່​ເຮັດ​ໃຫ້​ເຫດການ​ວຸ້ນ​ວາຍ​ແຜ່ລາມ​ຢ່າງ​ວ່ອງ​ໄວ. ນອກ​ນີ້, ​ເວັບ​ໄຊ​ສື່ສານ, ​ໂທລະ​ສັບ​ມື​ຖື​ແລະ​ເຄື່ອງມື​ທີ່​ໃຊ້​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ​ກໍ່​ເປັນ​ສິ່ງ​ທີ່​ສາ​ເຫດ​ລະດົມ​ຄົນ​ໃຫ້​ເຂົ້າ​ຮ່ວມ​ເຫດ​ການ​ກໍ່​ຄວາມ​ວຸ້ນວາຍ​ໃຫ້​​ແຜ່​ລາມ​ອອກ​ໄປ.


ຄວາມ​ວຸ້ນວາຍ​ຢູ່​ອັງກິດ​ໄດ້​ສະຫງົບ​ລົງ


ສ່ວນ​ສາ​ເຫດອັນ​ຕົ້ນຕໍ​ນັ້ນ​ມີ​ຫຼາຍ​ຫາງ​ສຽງ​ເຫັນ​ວ່າ​ຄວາມ​ວຸ້ນ​ວາຍ​ເກີດ​ຂຶ້ນ​ແມ່ນ​ມີ​ການ​ພົວພັນ​ເຖິງ​ສະ​ພາບ​ການ​ເສດ​ຖະ​ກິດ​ຂອງ​ອັງກິດ​ໃນ​ປະຈຸ​ບັນ​​ໄດ້​ຊຸດ​ໂຊມ​ລົງ.
1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ