ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໄທ​ສະ​ເໜີ​ໃຫ້​ຫົວ​ໜ້າ​ລັດ​ຖະ​ບານ​ໄທ​ແລະ​ກຳ​ປູ​ເຈຍ​ພົບ​ປະ​ເຈ​ລະ​ຈາ​ກັນ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ດ້ານ​ຊາຍ​ແດນ

(GMT+08:00) 2011-08-11 14:35:36     cri

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ10​ສິງຫາ​ນີ້,ທ່ານ​ຍຸດ​ທະ​ສັກ ສະສິ​ປະພາ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໄທ​ຄົນ​ໃໝ່​ໄດ້​ສະ​ເໜີ​ໃຫ້​ຫົວໜ້າ​ລັດຖະບານ​ໄທ​ແລະ​ກຳປູ​ເຈຍ​ພົບ​ປະ​ເຈລະຈາ​ກັນ​ເພື່ອ​ແກ້​ໄຂບັນຫາ​ຄວາມ​ຂັດ​ແຍ່ງ​ທາງ​ດ້ານ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ.

ໃນ​ມື້​ດຽວ​ກັນ,ທ່ານ​ຍຸດ​ທະ​ສັກ​ສະສິ​ປະພາ​ໄດ້​ກ່າວ​ວ່າ​ທ່ານຈະ​​ໄປຢ້ຽມຢາມກຳປູ​ເຈຍ​ໃນ​ໄລຍະ​​ໃກ້ໆ​ນີ້.ທ່ານ​ກ່າວ​​ໃຫ້​ຮູ້​ອີກວ່າ,​ເນື່ອງ​ຈາກ​ວ່າ​ສົມ​ເດັດຮຸ​ນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ​ໄດ້​ສະ​ແດງ​ທ່າ​ທີ​ຄວາມ​ເປັນ​ມິດທີ່​ດີ​ຕໍ່​ທ່ານ​ນາງຍິ່ງ​ລັກ ຊິນນະ​ວັດ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ,​ສະ​ນັ້ນ,​ທ່ານ​ຫວັງ​ວ່າ​ຫົວໜ້າ​ລັດຖະບານ​ຂອງ​ສອງ​ປະ​ເທດ​ຈະ​ພົບ​ປະ​ເຈລະຈາ​ກັນ​ເພື່ອສ້າງ​ເງື່ອນ​ໄຂ​ອັນ​ດີ​ເພື່ອ​ຊຸກ​ຍູ້​ໃຫ້​ທ່ານ​ເອງ​ພ້ອມ​ກັບ​ທ່ານ​ເຕຍ ບັນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກຳ​ປູ​ເຈຍ​ຈະ​ໄດ້​ຮ່ວມ​ກັນ​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ​ຂຶ້ນ​ໃນ​ອະ​ນາ​ຄົດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ