ສ.ເກົາ​ຫຼີ​ແລະ​ສປປ​ເກົາ​ຫຼີ​ຍິງ​ປືນ​ໃຫຍ່​ໃສ່​ກັນ​ຫຼາຍ​ເທື່ອ​ຢູ່​ໃກ້​ເສັ້ນ​ຊາຍ​ແດນ​​ທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນ​ຢູ່​ເຂດ​ທະ​ເລ​ພາກ​ຕາ​ເວັນ​ຕົກ

(GMT+08:00) 2011-08-11 14:54:11     cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ10​ສິງຫາ​ນີ້,ສຳນັກຂ່າວສານ​ຢົນຮັບ​ຂອງ​ສ.​ເກົາ​ຫຼີ​ແຈ້ງ​ຂ່າວ​ວ່າ,​ພາຍ​ຫຼັງ​ກອງ​ທະ​ຫານ​ສ.​ເກົາ​ຫຼີ​ຍິງ​ປືນ​ໃຫຍ່​ເພື່ອ​ເປັນ​ການ​ຕອບ​ໂຕ້​ຄືນ​ການ​ຍິງ​ປືນ​ຈາກ​ກອງ​ທະ​ຫານ​ສປປ​ເກົາ​ຫຼີ​ຢູ່​ໃກ້​"ເສັ້ນ​ຊາຍ​ແດນ​ພາກ​ເໜືອ​ຫຼື​NLL"​ໃນ​ຕອນ​ບ່າຍ​ວັນ​ທີ​10​ສິງ ຫາ​ນີ້​ແລ້ວ,​ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ,​ມີ​ລູກ​ປືນ​ໃຫຍ່​ຈາກ​ສປປ​ເກົາ​ຫຼີ​ຕົກ​ຢູ່​ໃກ້​"ເສັ້ນ​ຊາຍ​ແດນ​ພາກ​ເໜືອ"​ ອີກ,​ກອງ​ທະ​ຫານ​ສ.​ເກົາ​ຫຼີ​ຈຶ່ງ​ຍິງ​ປືນ​ໃຫຍ່​ຕອບ​ໂຕ້​ຄືນ​ອີກ​ເທື່ອ​ໜຶ່ງ.

ສຳນັກຂ່າວສານ​ຢົນຮັບ​ນຳ​ເອົາ​ຄຳ​ເວົ້າຂອງ​​ເຈົ້າໜ້າ​ທີ່​ທາງ​ທະຫານ​ແລະ​ປະ​ຊາ​ຊົນ​ຢູ່​ເກາະ​ຢົງ​ພຽງ​ມາ​ລາຍ​ງານ​ວ່າ,​ໃນ​13​ໂມງ​ຕອນ​ບ່າຍ​ວັນ​ທີ​10​ສິງ​ຫາ​ນີ້,​ທະ​ຫານ​ສ.​ເກົາ​ຫຼີ​ໄດ້​ຍິນ​ສຽງ​ປືນ​ໃຫຍ່​3​ເທື່ອ​ຈາກ​ທິດ​ສປປ​ເກົາ​ຫຼີ,​ໃນ​ນັ້ນ​ມີ​ລູກ​ປືນ​ໃຫຍ່​ລູກ​1​ຕົກ​ຢູ່​ໃກ້​ກັບ"​ເສັ້ນ​ຊາຍ​ແດນ​ພາກ​ເໜືອ".​ເມື່ອ​ໄດ້​ດຳ​ເນີນ​ການ​ກ່າວ​ເຕືອນ​ທາງ​ສື່​ສານ​ແລ້ວ,​ໃນ​ເວ​ລາ​14​ໂມງ​ກອງ​ທະ​ຫານ​ສ.​ເກົາ​ຫຼີ​ຍິງ​ປືນ​ໃຫຍ່​3​ລູກ​ໃສ່​"​ເສັ້ນ​ຊາຍ​ແດນ​ພາກ​ເໜືອ"​​ເພື່ອ​ເປັນ​ການ​ຕອບ​ໂຕ້​ຄືນ.​ໃນ​ເວ​ລາ​ປະ​ມານ​19​ໂມງ​46​ນາ​ທີ,​ຝ່າຍ​ສປປ​ເກົາ​ຫຼີ​ຍິງ​ປືນ​ໃຫຍ່​ອີກ​2​ລູກ​ໃສ່​ທິດ"​ເສັ້ນ ຊາຍ​ແດນ​ພາກ​ເໜືອ",​ພາຍ​ຫຼັງ​ມາ,​ກອງ​ທະ​ຫານ​ສ.​ເກົາ​ຫຼີ​ຈຶ່ງ​ຍິງ​ລູກ​ປືນ​ໃຫຍ່3​ລູກ​ໃສ່​ທິດ​"​ເສັ້ນ​ຊາຍ​ແດນ​ພາກ​ເໜືອ"​ເພື່ອ​ເປັນ​ການ​ກ່າວ​ເຕືອນ​ກອງ​ທະ​ຫານ​ຂອງ​ສປປ​ເກົາຫຼີ.

ອີງ​ຕາມ​ກອງ​ທະຫານ​ແລະ​ສື່​ມວນ​ຊົນ​ສ.​ເກົາຫຼີລາຍ​ງານ​ວ່າ,ບໍ່​ມີ​ຜູ່​ບາດ​ເຈັບ​ແລະ​ເສຍ​ຊີວິດ ຈາກການ​ຍິງ​ປືນຫຼາຍ​ເທື່ອ​ຕິດ​ຕໍ່​ກັນ​ໃນ​ຄັ້ງນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ