ຄວາມ​ວຸ້ນ​ວາຍ​ຢູ່​ອັງ​ກິດ​ໄດ້​ສະ​ຫງົບ​ລົງ

(GMT+08:00) 2011-08-12 11:55:04     cri
ຄວາມ​ວຸ້ນວາຍ​ທີ່​ເກີດ​ຂຶ້ນຢູ່​ອັງກິດ​ໃນ​ຫຼາຍມື້ຜ່ານມາ​ນີ້​ໄດ້ສະຫງົບ​ລົງ​ແລ້ວ​ໃນ​ວັນ​ທີ11​ສິງຫາ​ນີ້.​ຢູ່​ຕາມ​ຕົວ​ເມືອງ​ໃຫຍ່​ໃນ​ອັງ​ກິດ​ເປັນ​ຕົ້ນ​ແມ່ນ​ນະ​ຄອນ​ຫຼວງ​ລອນ​ດອນ​ລ້ວນ​ແຕ່​ມີ ຄວາມ​ສະ​ຫງົບ,​ບໍ່​ມີ​ຄວາມ​ວຸ້ນ​ວາຍ.​ປະ​ຈຸ​ບັນ​ນີ້,​ຢູ່​ຕາມ​ຖະ​ໜົນ​ສາຍ​ສຳ​ຄັນ​ໃນ​ລອນ​ດອນ​ຍັງ​ມີ​ຕຳ​ຫຼວດ​ລາດ​ຕະ​ເວນ​ຢູ່,​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ການ​ກະ​ທຳ​ດ້ວຍ​ຄວາມ​ຮຸນ​ແຮງ​ຕື່ມ​ອີກ.

ໃນ​ວັນ​ທີ11​ສິງຫາ​ນີ້,ທ່ານ​ແດ​ວິດ ຄາ​ເມຣອນ,ນາຍົກລັດຖະມົນ​ຕີ​ອັງ​ກິດ​ປະ​ກາດ​ວ່າ,​ລັດ​ຖະ​ບານ​ຈະ​ໃຊ້​ມາດ​ຕະ​ການ​ທີ່​ເຂັ້ມ​ງວດ​ຂຶ້ນ​ຕື່ມ​ອີກ​ເພື່ອ​ເຮັດ​ໃຫ້​ສັງ​ຄົມ​ໄດ້​ຄືນ​ເຂົ້າ​ສູ່​ຄວາມ​ເປັນ​ລະ​ບຽບ,​ລວມ​ທັງ​ການ​ເພີ່ມ​ຕຳ​ຫຼວດ​ເຂົ້າ​ໃນ​ການ​ກວດ​ກາ​ລາດ​ຕະ​ເວນ​ປ້ອງ​ກັນ​ຄວາມ​ສະ​ຫງົບ,​ແລະ​ເພີ່ມ​ທະ​ວີ​ການ​ຕິດ​ຕາມ​ຄວບ​ຄຸມ​ຕໍ່​ການ​ກະ​ທຳ​ຜິດ​ດ້ວຍ​ການ​ປ່ອຍ​​ຂ່າວ​ລື​ແລະ​ຈັດ​ຕັ້ງ​ການ​ຕ້ອງ​ໂທດ​ໂດຍ​ຜ່ານ​ອິນ​ເຕີ​ເນັດ.

ທ່ານ​ຄາ​ເມຣອນກ່າວ​ວ່າ,ລັດຖະບານ​ຈະ​​ເຮັດ​ຈົນສຸດ​ຄວາມ​ສາມາດ​ເພື່ອຮັກສາ​ກົດໝາຍ​, ​ເຮັດ​ໃຫ້​ສັງຄົມມີ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ,​ຊອກ​ສາ​ເຫດ​ອັນ​ແທ້​ຈິງ​ທີ່​ພາ​ໃຫ້​ເກີດ​ຄວາມ​ວຸ້ນວາຍ​ໃນ​ເທື່ອ​ນີ້.​ທ່ານ​ຍັງ​ກ່າວ​ວ່າ,​ລັດ​ຖະ​ບານ​ຈະ​ຕອບ​ສະ​ໜອງ​​ເງິນ​ທົດ​ແທນ​ໃຫ້​ແກ່​ບຸກ​ຄົນ​ແລະ​ຮ້ານ​ຄ້າ​ຕ່າງໆ​ທີ່​ຖືກ​ຜົນ​ກະ​ທົບ​ໃນ​ການ​ກໍ່​ເຫດ​ຄວາມ​ວຸ້ນ​ວາຍ,​ແລະ​ໃຊ້​ເງິນ​20​ລ້ານ​ປອນ​ເພື່ອ​ຊ່ວຍ​ເຫຼືອ​ຮ້ານ​ຄ້າ​ຕ່າງໆ​ທີ່​ຖືກ​ກະ​ທົບ​ນັ້ນ​ທຳ​ການ​ເປີດ​ບໍ​ລິ​ການ​ຄືນ​ໃໝ່​ໂດຍ​ໄວ,​ແລະ​ອີກ​10​ລ້ານ​ປອນ​ເພື່ອ​ຊ່ວຍ​ເຫຼືອ​ໃນ​ການ​ປັບ​ປຸງ​ເຂດ​ຄຸ້ມ​ບ້ານ​ປະ​ຊາ​ຊົນ​ໃນ​ການ ຮັກ​ສາ​ຄວາມ​ປອດ​ໄພ​ແລະ​ທຳ​ຄວາມ​ສະ​ອາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ