ເລັ່ງ​ບ້າດ​ກ້າວ​ການ​ສ້າງ​ສາ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ

(GMT+08:00) 2011-08-12 12:03:16     cri
ຕາມ​ຂ່າວສານ​ຈີນ:ວັນ​ທີ11ສິງຫາ​ນີ້,ອິນ​ໂດ​ເນ​ເຊຍ​ທີ່​ເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງ​ອາ​ຊຽນ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ວ່າ,​ນັບ​ມາ​ຮອດ​ທ້າຍ​ເດືອນ​ກໍ​ລະ​ກົດ​ປີ​ນີ້,​ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ສຳ​ເລັດ​ເນື້ອ​ໃນ​ຂອງ​ແຜນ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ​ແລ້ວ​73,4%.

ຕາມ​ຂໍ້ມູນ​ສະບັບ​ນີ້,ນັບ​ມາ​ຮອດ​ທ້າຍ​ປີ2010,​ໃນ10​ປະ​ເທດ​ອາ​ຊຽນ,ມີ6​ປະ​ເທດ, ຄື:ບຼູ​ໄນ,ອິນ​ໂດ​ເນ​ເຊຍ,ມະ​ເລ​ເຊຍ,​ຟິ​ລິບ​ປິນ,​ສິງ​ກະ​ໂປ,​ແລະ​ໄທ​ໄດ້​ຍົກ​ເວັ້ນ​ພາ​ສີ​ສິນ​ຄ້າ​ລະ ຫວ່າງ​ກັນ​99,11%,​ອີກ​4​ປະ​ເທດ​ທີ່​ເຫຼືອ​ນັ້ນ,​ຄື:​ລາວ,​ກຳ​ປູ​ເຈຍ,​ມຽນ​ມາ​ແລະ​ຫວຽດ​ນາມ​ກໍ່​ໄດ້​ຫຼຸດ​ພາ​ສີ​ສິນ​ຄ້າ​ລະ​ຫວ່າງ​ກັນ​98,86%​ໃຫ້​ຕ່ຳ​ກວ່າ​5%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ