ຈີນ​ຍິງ​ສົ່ງ​ດາວ​ທຽມ​ສື່​ສານ​ປາ​ກີ​ສະ​ຖານ​1R​ຢ່າງ​ສຳ​ເລັດ​ຜົນ

(GMT+08:00) 2011-08-12 14:23:52     cri
ຕາມ​ຂ່າວສານ​ຊິນ​ຮວາ:​ໃນ​ເວລາ0​ໂມງ15​ນາທີ​ວັນ​ທີ12​ສິງຫາ​ນີ້,ຈີນ​ໄດ້​ຍິງ​​ຈະ​ຫຼວດ"ຊາງ​ເຈິ່ງ​ເລກ​3​ຂ"​ຈາກ​ສູນ​ຍິງ​ສົ່ງ​ດາວ​ທຽມ​ຊີ່​ຊ່າງ,​ສົ່ງ​ດາວ​ທຽມ​ສື່​ສານ​ປາ​ກີ​ສະ​ຖານ​1R​(Paksat-1R) ​ຂຶ້ນ​ສູ່​ວົງ​ໂຄ​ຈອນ​ໃນ​ອາ​ວະ​ກາດ​ທີ່​ກຳ​ນົດ​ໄວ້.​ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຈີນ​ສົ່ງ​ອອກ​ດາວ​ທຽມ​ໃຫ້​ແກ່​ລູກ​ຄ້າ​ໃນ​ອາ​ຊີ​ດ້ວຍ​ວິ​ທີ​ທີ່"ມອບ​ດາວ​ທຽມ​ໃຫ້​ແກ່​ລູກ​ຄ້າ​ເມື່ອ​ຂຶ້ນ​ສູ່​ວົງ​ໂຄ​ສອນ​ໃນ​ອາ​ວະ​ກາດ​ແລ້ວ",​ແລະ​ກໍ່​ແມ່ນ​ເທື່ອ​ທຳ​ອິດ​ໃນ​ປີ​ນີ້​ທີ່​ຈີນ​ສົ່ງ​ອອກ​ດາວ​ທຽມ​ການ​ຄ້າ​ໃຫ້​​ແກ່ລູກ​ຄ້າ​ສາ​ກົນ.

ດາວ​ທຽມ​ສື່ສານ​ປາກີ​ສະຖານ1Rປົກ​ຄຸມ​ເຂດ​ອາຊີ​ໃຕ້,​ເຂດຕາ​ເວັນ​ອອກ​ກາງ,​ເຂດ​ອາ​ຟຼິກ​ກາ​ຕາ​ເວັນ​ອອກ​ແລະ​ບາງ​ຕົວ​ເມືອງ​ແລະ​ບາງ​ທ້ອງ​ຖິ່ນ​ຢູ່​ເອີ​ຣົບ.​ຈຸດ​ປະ​ສົງ​ຕົ້ນ​ຕໍ​ແມ່ນ​ເພື່ອ​ຕອບ​ສະ ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອ​ງການ​ຂອງ​ປາ​ກີ​ສະ​ຖານ​ໃນ​ດ້ານ​ໂທ​ລະ​ຄົມ​ມະ​ນາ​ຄົມ,​ວິ​ທະ​ຍຸ​ແລະ​ການ​ນຳ​ໃຊ້​ອິນ​ເຕີ​ເນັດ​ດ້ວຍ​ຄວາມ​ໄວ​ສູງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ