ໃຈກາງ​ເສດຖະກິ​ດ​ໂລກ​ກຳລັງ​ຍ້າຍ​ໄປ​ຢູ່​ຈີນ,ອິນ​ເດຍ​ແລະ​ປະ​ເທດ​ທີ່​ພວມ​ພັດທະນາ​ອື່ນໆ​ຢ່າງ​ວ່ອງ​ໄວ

(GMT+08:00) 2011-08-14 17:14:55     cri

ວັນ​ທີ13 ສິງຫາ​ນີ້,ທ່ານ​ໂລ​ເບີດ ບຼຸສ ​ໂຊ​ເອວລິກ,ຜູ່​ວ່າການ​ທະນາຄານ​ໂລກ​ທີ່​ກຳລັງ​ຢ້ຽມຢາມ​ຢູ່​ອົສຕາ​ລີ​ກ່າວ​ວ່າ,ທົ່ວ​ໂລກ​ກຳລັງ​ຕັ້ງ​ລະບົບ​ການ​ທະນາຄານ​ຄືນ​ໃຫມ່,​ໃຈກາງ​ດ້ານ​ເສດຖະກິດ​ກຳລັງ​ຍ້າຍ​ໄປ​ຢູ່​ຈີນ,ອິນ​ເດຍ,​ເບຼ​ຊິນ,ອາຊີ​ອາຄະ​ເນ​ແລະ​ປະ​ເທດ​ທີ່​ພວມ​ພັດທະນາ​ແລະ​ເຂດ​ແຄວ້ນ​ຢ່າງ​ວ່ອງ​ໄວ.ທ່ານ​ຍັງ​ກ່າວ​ວ່າ,ອົສຕຼາລີ​ມີ​ການ​ພົວພັນ​ດ້ານ​ເສດຖະກິດ​ຢ່າງ​ແຫ​ນ້ນ​ແຟ້ນກັບ​ທະວີບອາຊີ,​ເສດຖະກິດມີ​ອະນາ​ຄົດຢ່າງ​ດີງາມ.


ທ່ານ​ໂຊ​​ເອວລິກກ່າວ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ອົສຕຼາລີ​ວ່າ,ຫຼັງ​ຈາກ​ເກີດ​ວິ​ກິດ​ການ​ການ​ເງິນ​ແລ້ວ,ອົງ​ກອນ​ເສດຖະກິດ​ທີ່​ຈະ​ເລີ​ນ​ໃຫມ່​ໄດ້​ເຕີບ​ໂຕ​ເປັນ​ຢ່າງ​ດີ,ສະພາບ​ການ​ຟຶ້ນຟືຂອງ​ອົງ​ກອນ​ເສດຖະກິດ​ທີ່​ພັດທະນາ​ແລ້ວ​ຍັງ​ບໍ່​ດີ​ປານ​ໃດ.ຍ້ອນ​ວ່າ​ທະວີບ​ເອີ​ລົບ​ເກີດ​ວິ​ກິດ​ການ​ຫນີ້​ສິນ​ພາກ​ລັດ,​ເສດຖະກິດ​ໂລກ​​ໄດ້​ເຂົ້າ​ສູ່​ໄລຍະ​ໃຫມ່​ທີ່​ມີ​ຄວາມ​ອັນຕະລາຍ​ກວ່າ​ເກົ່າ,ອະນາຄົດ​ຈະ​ບໍ່​ຈະ​ແຈ້ງ​ກວ່າ​ເກົ່າ,ຖ້າ​ທຽບ​ກັບ​ບັນຫາ​ເສດຖະກິດ​ຂອງ​ອາ​ເມ​ລິ​ກາ,ບັນຫາ​ເສດຖະກິດ​ຂອງ​ເອີ​ລົບ​ຈະ​ຫຍຸ້ງຍາກ​ແລະ​ຮ້າຍ​ແຮງ​ກວ່າ​ເກົ່າ.ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ໂຊ​ເອວລິກຮຽກຮ້ອງ​ໃຫ້​ຜູ່​ນຳ​ເອີ​ລົບ​ພະຍາຍາມ​ຊຳລະ​ແກ້​ໄຂ​ວິ​ກິດ​ການ​ຫນີ້​ສິນ​ພາກ​ລັດ​ໂດຍ​ໄວ,​ແລະ​ໄດ້​ຊີ້​ອອກ​ວ່າ​ຂໍ້​ບົກ​ຜ່ອງ​ດ້ານ​ອົງ​ປະ​ກອບ​ຂອງ​ສະຫະພາບ​ເອີ​ລົບ​ໄດ້​ເຮັດ​ໃຫ້​ຍາກ​ທີ່​ຈະ​ດຳ​ເນີນ​ການ​ປະຕິ​ຮູບ​ດ້ານ​ເສດຖະກິດຢ່າງ​ມີ​ປະສິດທິ​ຜົນ.

ກ່ຽວ​ກັບ​ສະພາບ​ລວມດ້ານ​ເສ​ດຖະກິດ​ທົ່ວ​ໂລກ​ໃນ​ປະ​ຈຸ​ບັນ,ທ່ານ​ໂຊ​ເອວລິກຊີ້​ອອກ​ວ່າ,ສະພາບ​ການ​ເສດຖະກິດ​ທົ່ວ​ໂລກ​ໃນ​ປະຈຸ​ບັນ​ນີ້​ຕ່າງ​ກັບ​ໃນ​ໄລຍະ​ວິ​ກິດ​ການ​ການ​ເງິນ,ອາດ​ຈະ​ບໍ່​ເກີດ​ວິ​ກິດ​ການ​ການ​ເງິນ​ຢ່າງ​ກະທັນຫັນ​ທີ່​ຄ້າຍຄືປີ2009
 
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ