ທ່ານ​ລີ​ເຄີ​ສຽງ ຮອງ​ນາຍົກລັດຖະມົນຕີຈີນ​ປະກາດ​ນະ​ໂຍບາຍ​ໃໝ່​ຂອງ​ລັດ​ຖະ​ບານ​ຈີນ​ກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜູນ​ຮົງ​ກົງ​​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ກ້າວ​ສູ່​ລວງ​ເລິກ

(GMT+08:00) 2011-08-17 17:12:58     cri
ທ່ານ​ລີ​ເຄີ​ສຽງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດຈີນ ທັງ​ເປັນຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ກ່າວ​ຄຳ​ປາ​ໃສ​ໃນ​ເວທີ​ປຶກສາ​ຫາລື​ກ່ຽວ​ກັບ​​ແຜນ​ພັດທະນາ​ເສດຖະກິດ​-ສັງຄົມ​ແຫ່ງ​ຊາດ5​ປີ​ຄັ້ງ​ທີ12​ກ່ຽວກັບ​ການ​​ເສີມ​ຂະຫຍາຍ​ການຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ການ​ຄ້າ​ແລະ​ການ​ທະນາຄານ​ລະຫວ່າງ​ແຜ່ນດິນ​ໃຫຍ່​ຈີນ​ກັບ​ຮົງ​ກົງທີ່​ຈັດ​ຂຶ້ນ​ຢູ່​ຮົງ​ກົງ​ໃນ​ວັນ​ທີ17​ສິງຫາ​ນີ້.

ທ່ານ​ລີ​ເຄີ​ສຽງ​ກ່າວ​ວ່າ,ລັດຖະບານ​ສູນ​ກາງ​ໄດ້ວາງ​ນະ​ໂຍບາຍ​ແລະ​ມາດ​ຕະການ​​ໃໝ່​ໃນ​ດ້ານຕ່າງໆ​ເພື່ອ​ສະໜັບສະໜູນ​ຮົງ​ກົງ​​ເສີ​ມຂະຫຍາຍ​ແລະ​ລົງ​ເລິກ​ການ​ຮ່ວມ​ມືທາງ​ດ້ານ​ເສດຖະກິດ​ການ​ຄ້າ​ແລະ​ການ​​ເງິນ​ລະ​ຫວ່າງ​ແຜ່ນດິນ​ໃຫຍ່​ກັບ​ຮົງ​ກົງ​,ຊຶ່ງ​ໄດ້​ສ່ອງ​ແສງ​​ເຖິງ​ທິດ​ທາງ​ນະ​ໂຍບາຍ​ທີ່​ປະຕິບັດ​ຕະຫຼອດ​ມາຂອງ​ແຜ່ນດິນ​ໃຫຍ່​ຈີນ​ທີ່​ໃຫ້​ບູລິ​ມະ​ສິດ​ໃນ​ການ​ເປີດ​ປະຕູ​ຕໍ່​ຮົງ​ກົງພາຍ​ໃຕ້ນະ​ໂຍບາຍ"ປະ​ເທດ​ດຽວ​ມີ​ສອງ​ລະບອບ",ຈຸດປະສົງ​ແມ່ນ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ການ​ຄ້າ​ແລະ​ການ​ເງິນ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ກ້າວ​ສູ່​ລະດັບ​ໃໝ່,ຊຶ່ງ​ມີ​ເນື້ອ​ໃນທີ່​ສຳຄັນຄື:​ແຜ່ນດິນ​ໃຫຍ່​ຍົກ​ລະດັບ​ການ​ເປີດ​ປະຕູ​ທາງ​ດ້ານ​ການ​ຄ້າ​ການ​ບໍ​ລິ​ການ​ຕໍ່​ຮົງ​ກົງ​ໃຫ້​ສູງ​ຂຶ້ນກວ່າ​ເກົ່າ,ປັບປຸງ​ແລະ​ຍົກ​ສູງ​ຖານະ​ຂອງ​ຮົງ​ກົງ​ທີ່​ເປັນ​ສູນ​ການ​ເງິນ​ສາກົນ,ສະໜັບ​ສະ​ໜູນ​ຮົງ​ກົງ​ໃຫ້​ກາຍ​ເປັນ​ສູນ​ທຸລະ​ກິດ​ເງິນ​ຢວນຢູ່​ນອກ​ແຜ່ນດິນ​ໃຫຍ່​ຈີນ,ສະ​ໜັບ​ສະ​ໜູນ​ຮົງ​ກົງ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ໃນ​ສາ​ກົນ​ແລະ​ພາກ​ພື້ນ,ຊຸກ​ຍູ້​​ໃຫ້ວິ​ສາ​ຫະກິດ​ຂອງແຜ່ນດິນ​ໃຫຍ່​ແລະ​ຮົງ​ກົງ​ຮ່ວມ​ກັນ​ລົງທຶນ​ຢູ່​ຕ່າງປະ​ເທດ,​ເສີ​ມຂະຫຍາຍ​ບົດບາດ​ທີ່​ສຳຄັນ​ຂອງ​ຮົງ​ກົງ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ແຂວງ​ກວາງ​ຕຸ້ງ,ຮົງ​ກົງ​ແລະມາ​ກາວ.

ທ່ານ​ລີ​ເຄີ​ສຽງ​ກ່າວ​ວ່າ,ການ​ຮັກສາ​ເສດຖະກິດ​ແຫ່ງ​ຊາດ​ພັດທະນາ​ຢ່າງ​ໝັນ​ທ່ຽງ​ຍາວ​ນານແລະ​ໄວ​ສົມຄວນ​,ຮັກສາ​ໃຫ້​ຮົງ​ກົງ​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະຖຽນ​ລະ​ພາບ​ຢ່າງ​ຍາວ​ນານ​ແມ່ນຕິດພັນ​ເຖິງ​ຜົນ​ປະ​ໂຫຍ​ດພື້ນ​ຖານ​ແຫ່ງ​ຊາດ​ແລະ​ຮົງ​ກົງ,​ເປັນ​ຄວາມ​ປາ​ຖະ​ໜາ​ຮ່ວມ​ກັນ​ຂອງ​ປະຊາຊົນຈີນ​ທຸກ​ຖ້ວນ​ໜ້າ.ຂໍ​ແຕ່​ແຜ່ນດິນ​ໃຫຍ່​ກັບ​ຮົງ​ກົງ​ຮ່ວມ​ກັນ​ທຳ​ຄວາມ​ພະຍາຍາມ​ກໍ່​ຈະ​ສາ​ມາດ​ບັນລຸ​2ເປົ້າ​ໝາຍ​ໄລຍະ​ຍາວດັ່ງກ່າວ​ນີ້​ໄດ້​ແນ່ນອນ,​ແລະ​ຈະ​ປະກອບສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ເພີ່ມ​ຄວາມຜາສຸກ​ໃຫ້​ແກ່​ປະຊາຊົນ​ແຜ່ນ​ດິນ​ໃຫຍ່​ກໍ່​ຄືປະຊາຊົນ​ຮົງ​ກົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ