ສັບປະດາ​ແລ​ກປ່ຽນ​ດ້ານ​ການ​ສຶກສາຈີນ​-ອາ​ຊຽນ​ໄຂ​ຂຶ້ນ​ຢູ່​ນະຄອນ​ກຸ້ຍ​ຢາງ​ແຂວງ​ກຸ້ຍ​ໂຈ່​ວຂອງ​ຈີນ

(GMT+08:00) 2011-08-17 17:05:04     cri
ຕາມ​ຂ່າວສານ​ຈີນ​ລາຍ​ງານ​ວ່າ: ວັນ​ທີ17​ສິງຫາ​ນີ້, ສັບປະດາ​ແລກປ່ຽນ​ດ້ານ​ການ​ສຶກສາ​ຈີນ-ອາ​ຊຽນຄັ້ງ​ທີ4​ໄດ້​ໄຂຂຶ້ນ​ຢູ່​ນະຄອນ​ກຸ້ຍ​ຢາງ​ແຂວງ​ກຸ້ຍ​ໂຈ່​ວຂອງ​ຈີນ, ຫົວ​ຂໍ້​ຫຼັກຂອງສັບ​ປະດາ​ການ​ແລກປ່ຽນ​ເທື່ອ​ນີ້​ແມ່ນການ​ເປີດ​ກວ້າງ​ແລະ​ປະດິດ​ສ້າງ​ໃໝ່ ​, ​ເພື່ອ​ອອກ​ແຮງ​ສ້າ​ງ​ເວທີ​ໃໝ່​ໃນການ​ແລກປ່ຽນ​ດ້ານ​ການ​ສຶກສາ​ລະຫວ່າງ​ຈີນກັບ​ອາ​ຊຽນ.

ສັບປະດາ​ແລກປ່ຽນດ້ານ​ການ​ສຶກສາ​​ຈີນ-ອາ​ຊຽນຄັ້ງ​ທີ4​ແມ່ນ​ກະຊວງ​ການ​ສຶກສາ​​ທິການຈີນ​ແລະ​ອົງການ​ປົກຄອງ​ປະຊາ​ຊົນແຂວງ​ກຸ້ຍ​ໂຈ່ວຮ່ວມ​ກັນ​ຈັດ​ຂຶ້ນ,ຫົວ​ຂໍ້​ຫຼັກ​ແມ່ນການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ລະດັບ​ສູງລະຫວ່າງ​ຈີນ-ອາ​ຊຽນ,ສ້າງ​ເວທີ​ແລກປ່ຽນທີ່​ເປີດ​ປະຕູ​ແລະ​ປະດິດ​ສ້າງ​ໃໝ່​ແລະຊຸກຍູ້​ໂຮງຮຽນ​ຊັ້ນ​ສູງ​ຂອງ​ແຂວງ​ກຸ້ຍ​ໂຈ່ວ​ເພີ່ມ​ກຳລັງ​ເຂົ້າ​ໃນ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ.​ໃນ​ກິດຈະກຳ​ຕ່າງໆທີ່ຈະ​ດຳ​ເນີນ​ໄປເປັນ​ເວລາ4​ວັນນັ້ນ, ບຸກຄົນ​ວົງ​ການ​ການ​ສຶກສາ​ຈາກ​ປະ​ເທດ​ຕ່າງໆ​ຂອງ​ອາຊຽນ​,​ແຂວງ​ກຸ້ຍ​ໂຈ່​ວ​ແລະ​ແຂວງ​ອື່ນໆ​ຂອງ​ຈີນ​ເກືອບ​ຮ້ອຍ​ຄົນ​ຈະ​ເຂົ້າ​ຮ່ວມ​ກິດຈະກຳ​ເຊັ່ນ: "ພິທີໄຂ​ສັບປະດາ​ແລກປ່ຽນ​ດ້ານ​ການ​ສຶກສາ​ຈີນ-ອາ​ຊຽນຄັ້ງ​ທີ4", "​ເວທີ​ປຶກສາ​ຫາລື​ການ​ແລກປ່ຽນ​ສາກົນ​ໂຮງຮຽນ​ຊັ້ນ​ສູງ​ຈີນ-ອາ​ຊຽນ", "​ເວທີ​ປຶກສາ​ຫາລື​ການ​​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ຊາດ​ຈີນ​-ອາ​ຊຽນ", "​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ເຈົ້າ​ໜ້າ​ທີ່,ການ​ຜະລິດ,ກາ​ນສຶກສາ​ຈີນ-ອາ​ຊຽນ", "ວັນ​ວັດທະນະທຳ​ກິລາ​ຊາວ​ໜຸ່ມ​ຈີນ-ອາ​ຊຽນ"​​ແລະ​ອື່ນໆ.

ແຕ່​ປີ2008ຈົນ​ຮອດ​ປະຈຸ​ບັນ, "ສັບປະດາ​ແລກປ່ຽນ​ດ້ານ​ການ​ສຶກສາ​ຈີນ-ອາ​ຊຽນ"​ໄດ້​ຈັດ​ຂຶ້ນ​​ມາ​ແລ້ວ3ຄັ້ງ​ຢູ່​ນະຄອນ​ກຸ້ຍ​ຢາງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ