​ແຜນການ​ແລກປ່ຽນ​ນັກ​ສຶກສາ​ຝ່າຍ​ລະ1​ແສນ​ຄົນລະ​ຫວ່າງ​ຈີນກັບ​ບັນດາ​ປະ​ເທດ​ອາ​ຊຽນໄດ້​ດຳ​ເນີນ​ໄປ​ຢ່າງ​ສະດວກ

(GMT+08:00) 2011-08-18 16:47:36     cri
ຕາມ​ຂ່າວcri: ວັນ​ທີ17​ສິງຫາ​ນີ້, "ສັບປະ​ດາ​ແລ​ກປ່ຽນ​ດ້ານ​ການ​ສຶກສາ​ຈີນ-ອາ​ຊຽນ"ຄັ້ງ​ທີ4​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ​ກຸ້ຍ​ຢາງ​ແຂວງ​ກຸ້ຍ​ໂຈ່ວຂອງ​ຈີນ,ກອງ​ປະຊຸມ​ເທື່ອ​ນີ້ຈະ​ຊຸກຍູ້​ການ​ຮ່ວມ​ມື​​ໃນ​ການ​ປະ​ຕິ​ບັດ​ຕົວ​ຈິງ​ໃນ​ຂົງ​ເຂດ​ການ​ສຶກສາ​,​ເພື່ອ​ຊຸກຍູ້ "​ແຜນການ​ແລກປ່ຽນ​ນັກ​ສຶກສາ​ຝ່າຍ​ລະ1​ແສນ​ຄົນ"ໃຫ້ດຳ​ເນີນ​​ໄປຢ່າງ​ສະດວກ,​ຊຸກຍູ້​ການ​ແລ​ກປ່ຽນ​ແລະ​ການ​ພັດທະນາ​ດ້ານ​ວັດທະ​ນະທຳ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ.

"ແຜນການ​ແລກປ່ຽນ​ນັກ​ສຶກສາ​ຝ່າຍ​ລະ1​ແສນ​ຄົນ"​ແມ່ນ​ໄດ້​ຮັບ​ການ​ຕົກລົງ​ເລີ່ມປະ​ຕິບັດ​ໃນ​ງານ "ສັບປະດາ​ແລກປ່ຽນ​ດ້ານ​ການ​ສຶກສາ​ຈີນ-ອາ​ຊຽນ"ຄັ້ງ​ທີ3ທີ່​ຈັດ​ຂຶ້ນ​ໃນ​ປີ2010.​ແລ​ະໄດ້​ດຳ​ເນີນ​ໄປ​ຢ່າງ​ສະດວກ,​ໃນ​ປີ​2010ຜ່ານ​ມາ,ຈີນ​ແລະ​ບັນດາ​ປະ​ເທດອາ​ຊຽນ​ໄດ້​ແລ​ກປ່ຽນ​ນັກ​ສຶກສາ​ເຊິ່ງກັນ​ແລະ​ກັນ​ຈຳ​ນວນ1​ໝື່ນ​ກວ່າ​ຄົນ. ອີງ​ຕາມ​ແຜນ​ການ,ສອງ​ຝ່າຍ​ຈະ​ແລກ​ປ່ຽນນັກ​ສຶກສາ​ລະ​ກວ່າ​ງກັນ​ໃຫ້​ໄດ້1​ແສນ​ຄົນກັນ​ກ່ອນ​ປີ2020.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ