ວົງ​ການ​ຕ່າງໆ​ຂອງ​ຮົງ​ກົງ​ຕີ​ລາຄາ​ສູງ​ຕໍ່​ນະ​ໂຍ​ບາຍ​ແລະ​ມາດ​ຕະ​ການ​ໃໝ່​​ຂອງ​ສູນ​ກາງ​ທີ່​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ຂອງ​ຮົງ​ກົງ

(GMT+08:00) 2011-08-18 18:11:10     cri
ພາຍຫຼັງທ່ານຫຼີ​ເຄີ້ຊຽງ,ຮອງ​ນາຍົກລັດຖະມົນຕີຈີນປະກາດ​ມາດ​ຕະການ​ແລະ​ນະ​ໂຍບາຍ​ໃໝ່​ຂອງ​ສູນ​ກາງ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ຕື່ມ​ອີກ​ຂອງ​ຮົງ​ກົງ,​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ທະ​ນາ​ຄານ​ລະ​ຫວ່າງ​ແຜ່ນ​ດິນ​ໃຫຍ່​ກັບ​ຮົງ​ກົງ​ໃນ​ວັນ​ທີ​17​ສິງ​ຫາ​ນີ້​ແລ້ວ,​ຊັ້ນ​ຄົນ​ວົງ​ການ​ຕ່າງໆ​ຂອງ​ຮົງ​ກົງ​ໄດ້​ກ່າວ​ວ່າ,​ມາດ​ຕະ​ການ​​ແລະ​ນະ​ໂຍ​ບາຍ​ໃໝ່​ເຫຼົ່າ​ນີ້​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ຮົງ​ກົງ​ໃນ​ໄລ​ຍະ​ຍາວ,​ມີ​ຜົນ​ດີ​ຕໍ່​ການ​ສ້າງ​ທ່າ​ແຮງ​ການ​ແກ່ງ​ແຍ່ງ​ຂອງ​ຮົງ​ກົງ​ໃຫ້​ໝັ້ນ​ຄົງ,​ແລະ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ໃຫ້​ຮົງ​ກົງ​ປະ​ກອບ ສ່ວນ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ເຮັດ​ໃຫ້​ເສດ​ຖະ​ກິດ​ຂອງ​ຈີນ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ​ແລະ​ໝັ້ນ​ທ່ຽງ.

ທ່ານ​ຈົ່ງ​ຈື້ພີ​ງ,ປະທານ​ສະພາ​ອຸດສາຫະກຳ​ຮົງ​ກົງ​ກ່າວ​ວ່າ,​ໃນ​ສະພາບ​ປະຈຸ​ບັນ​ທີ່​ສິ່ງ​ແວດ​ລ້ອມ​ເສດ​ຖະ​ກິດ​ສາ​ກົນ​ບໍ່​ມີ​ຄວາມ​ໝັ້ນ​ທ່ຽງ​ປານ​ໃດ,​ຮົງ​ກົງ​ໄດ້​ຮັບ​ການ​ສະ​ໜັບ​ສະ ໜູນ​ຢ່າງ​ແຂງ​ແຮງ​ຈາກ​ສູນ​ກາງ,​ດັ່ງ​ນັ້ນ​ຈຶ່ງ​ເຊື່ອ​ໝັ້ນ​ວ່າ,​ນີ້​ຈະ​​ເປັນ​ການ​ເພີ່ມ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ປະ​ຊາ​ຊົນ​ຮົງ​ກົງ​ໃນ​ການ​ຕ້ານ​ຢັນ​ກັບ​ຄວາມ​ປັ່ນ​ປ່ວນ​ດ້ານ​ເສດ​ຖະ​ກິດ​ຮອບ​ໃໝ່​ຈາກ​ພາຍ​ນອກ.

ນາງ​ກ່າວ​ເຫມີຍ​ອີ,ຮອງ​ປະທານ​ສະພາ​ມົນຕີ​ທັງ​ເປັນ​ປະທານ​ບໍ​ລິ​ຫານ​ງານ​ຂອງ​ທະນາຄານ​ຮາງ​ເຊງ​ກ່າວ​ວ່າ,​ມາດ​ຕະ​ການ​ແລະ​ນະ​ໂຍ​ບາຍ​ໃໝ່​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ໄລ​ຍະ​ຍາວ​ໄກ​ຂອງ​ຮົງ​ກົງ​ແລະ​ແຜ່ນ​ດິນ​ໃຫຍ່​ຈີນ,​ການ​ຍົກ​ຖາ​ນະ​ບົດ​ບາດ ຂອງ​ຮົງ​ກົງ​​ໃຫ້​ເປັນ​ສູນ​ກາງ​ທາງ​ການ​ເງິນ​ແລະ​ການ​ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ໂລກ​ໃຫ້​ໝັ້ນ​ຄົງ, ​ຈະ​ສ້າງ​ໂອ​ກາດ​ການ​ພັດ​ທະ​ນາ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ວົງ​ການ​ທະ​ນາ​ຄານ​ຂອງ​ຮົງ​ກົງ​ແລະ​ແຜ່ນ​ດິນ​ໃຫຍ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ