ທ່ານ​ໂຈ່​ວຢົງ​ຄ່າງ​ເດີນທາງ​​ໄປຮອດ​ວຽງ​ຈັນ ເລີ່​ມຢ້ຽມຢາມ​ສັນທະ​ວາ​ໄມຕີ​ສ.ປ.ປ.ລາວຢ່າງ​ເປັນ​ທາງ​ການ

(GMT+08:00) 2011-08-18 18:13:22     cri

ຕາມ​ຂ່າວCRI: ວັນ​ທີ 18 ສິງຫາ​ນີ້, ທ່ານ​​ໂຈ່ວຢົງ​ຄ່າງ, ກຳມະການປະຈຳກົມ​ການ​ເມືອງ​ສູນ​ກາງ​ພັກ​, ​ເລຂາ​ຄະນະ​ກຳມະການ​ກົດໝາຍຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນໄດ້​ຂີ່​​ເຮືອບິນ​ພິ​ເສດ​ເດີນທາງ​ໄປ​ຮອດ​ນະຄອນຫຼວງ​ວຽງ​ຈັນ​ແຫ່ງ​ສ.ປ.ປ.​ລາວ, ເລີ່​ມຢ້ຽມຢາມ​ສັນທະ​ວາ​ໄມຕີ​ຢ່າງ​ເປັນ​ທາງ​ການທີ່​ເປັນ​ເວລາ 2 ມື້. ທ່ານຈັນ​ສີ ​ໂພ​ສີຄຳ ຫົວໜ້າ​ຄະນະຈັດ​ຕັ້ງສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ນາງ​ປູ້​ຈ້ຽນກົວ ​ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​​ແລະ​ທ່ານ​ອື່ນໆ​ໄດ້​ໄປ​ຕ້ອນຮັບ​ຢູ່​ສະໜາ​ມບິນ.

ທ່ານ​ໂຈ່​ວຢົງ​ຄ່າງ​​ແມ່ນ​ເດີນທາງຢ້ຽມຢາມ​ສັນທະ​ວາ​ໄມຕີສ.ປ.ປ.​ລາວຢ່າງ​ເປັນ​ທາງການຫຼັງ​ຈາກ​ສິ້ນ​ສຸດ​ການ​ຢ້ຽມຢາ​ມ​​ເນ​ປານ, ທ່ານ​ຍັງ​ຈະ​ຢ້ຽມຢາມ​ກຳປູ​ເຈຍ, ຕາຊີກີສະຖານ ​ແລະ ມົງ​ໂກລີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ