ຮອງ​ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ​ເສດ​ຖະ​ກິດ​ຈີນ​ຈະ​ບໍ່​ປະ​ກົດ​ມີ​ສະ​ພາບ​ຫາ​ຈຸດ​ລົງ​ຕົວ​ຍາກ​ຢ່າງ​ເດັດ​ຂາດ

(GMT+08:00) 2011-08-19 17:19:50     cri

ວັນ​ທີ19​ສິງຫາ​ນີ້,ທ່ານ​ສີ​ຈີ້​ນພິງ ຮອງ​ປະທານ​ປະ​ເທດ​ຈີນພ້ອມ​ດ້ວຍທ່ານ​ໂຈ​ເຊັຟ ​ໄບ​ເດັນ ຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາ​ທີ່​ມາ​ຢ້ຽມຢາມ​ຈີນ​ໄດ້ເຂົ້າ​ຮ່ວມ​ງານພົບ​ປະສັງ​ສັນລະຫວ່າງ​ຜູ່ຕາງໜ້າ​ນັກ​ທຸລະກິດ​ຈີນ-ອາ​ເມ​ລິ​ກາ​ຢູ່​ທີ່​ປັກ​ກິ່ງ.ຢູ່​ທີ່​ປະຊຸມ,ທ່ານ​ສີ​ຈີ້​ນພິງ​ກ່າວ​ວ່າ, ເສດຖະກິດ​ຈີນ​ຈະ​ບໍ່​ປະກົດມີ​ສະພາບ ອັນ​ທີ່​ເອີ້ນ​ວ່າ​ສະພາບຫາຈຸດລົງຕົວຍາກຢ່າງ​ເດັດຂາດແລະ​ຈີນ​ເຊື່ອ​ວ່າ​ເສດ​ຖະ​ກິດ​ອ​າ​ເມ​ລິ​ກາ​ຍ່ອມ​ຈະ​ ​ມີ​ການ​ພັດທະນາ​​ໄປ​​ໃນ​ທາງທີ່​ດີກ​ວ່າ​ເກົ່າ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ.

ທ່ານ​ສີ​ຈີ້​ນພິງ​ກ່າວ​ວ່າ,ຈີນ​ຈະ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ການ​ເງິນ​ທີ່​ຕັ້ງໜ້າ​ແລະ​ນະ​ໂຍບາຍ​ເງິນຕາ​ທີ່​ໝັ້ນ​ທ່ຽງ,ຊຳລະ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​3ບັນຫາ​ຄື​ການ​ຮັກສາ​ໃຫ້​ເສດຖະກິ​ດພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ໄວ​ສົມຄວນ,ສັບຊ້ອນອົງ​ປະກອບ​ເສດຖະກິດ,ຄວບຄຸມ​ການ​ຄາດ​ຄະ​ເນ​ຕໍ່​ໄພ​ເງິນ​ເຟີ້.ທ່ານ​ສີ​ຈີ້​ນພິງ​ຫວັງ​ວ່າ​ນັກ​ວິ​ທຸລະກິດ​ຂອງ​ສອງ​ປະ​ເທດ​ຈີນ​ອາ​ເມ​ລິ​ກາ​ຈະມີ​ຄວາມ​ສະດຸ​ງ​ໄວ​ໃນ​ການ​ກຳກາລະໂອກາດອັນມີຄ່າ​ມະຫາສານ​ໃນ​ການ​ຮ່ວມ​ມື​ທາງ​ດ້ານ​ພະລັງງານ,ການ​ອະນຸລັກ​ສິ່ງ​ແວດ​ລ້ອມ,ພື້ນຖານ​ໂຄງ​ລ່າງ,ຢາ​ຊີວະ​ພາບ​ແລະ​ອື່ນໆ,ພັດທະນາ​ຕົນ​ເອງ​​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຮັດ​ໃຫ້​ເສດ​ຖະ​ກິດ​ຈີນ​ອາ​ເມ​ລິ​ກາ​ແລະ​ເສດ​ຖະ​ກິດ​ໂລກ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ,ຕໍ່​ເນື່ອງ​ແລະ​ດຸນດ່ຽງ.

ທ່ານ​ສີ​ຈີ້​ນພິງ​ກ່າວ​ວ່າ, ​ອາ​ເມ​ລິ​ກາ​ມີ​ຄວາມ​ສາມາດຢ່າງ​ແຂງ​ແຮງ​ໃນ​ການ​ແກ້​ໄຂ​ບັນຫາ​ທາງ​ດ້ານ​ເສດຖະກິດ,​ເຊື່ອ​ວ່າ ເສດ​ຖະ​ກິດ​ອ​າ​ເມ​ລິ​ກາ​ຍ່ອມ​ຈະ​ໄດ້​ມີ​ການ​ພັດທະນາ​​ໄປ​​ໃນ​ທາງທີ່​ດີກ​ວ່າ​ເກົ່າ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ.

ທ່ານ​ໂຈ​ເຊັຟ ​ໄບ​ເດັນ ຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາ​ກ່າວ​ວ່າ,ອາ​ເມ​ລິ​ກາ​ສຸມ​ໃສ່​ການ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ,ດຸນ​ດ່ຽງ,ຍຸດຕິ​ທຳ​ແລະ​ເປີດ​ປະຕູ,​ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມ​ຕໍ່​ເສດ​ຖະ​ກິດ​ອາ​ເມ​ລິກ​ຈະ​ຟື້ນ​ຟູ​ຄວາມ​ມີ​ຊີ​ວິດ​ຊີວາ​ຄືນ​ໃໝ່.ອາ​ເມ​ລິ​ກາ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ການ​ອະນຸມັດ​ເຂົ້າ​ຕະຫຼາດ​ແລະ​ການ​ລົງທຶນ​ເຊິ່ງກັນ​ແລະ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ