​ເວທີ​ປຶກສາ​ຫາລືການ​ຮ່ວມ​ມື​ດ້ານເສດຖະກິດເຂດ​ບໍລິ​ເວນ​ອ່າວ​ເປີ​ຍປູ້ຄັ້ງ​ທີ6​ໄດ້​ອັດ​ລົງ

(GMT+08:00) 2011-08-19 17:36:48     cri
ຕາມ​ຂ່າວcri: ຕອນ​ເຊົ້າ​ວັນ​ທີ19​ສິງຫາ​ນີ້, ​ພາຍຫຼັງໄດ້​ສຳ​ເລັດວາລະ​ປະຊຸມ​ຕ່າງໆ​ແລ້ວ,ກອງ​ປະຊຸມເວທີ​ປຶກສາ​ຫາລື​ການຮ່ວມ​ມືດ້ານ​ເສດ​ຖະກິດ​ເຂດ​ບໍລິ​ເວນ​ອ່າວ​ເປີ​ຍປູ້​ຄັ້ງ​ທີ6ທີ່​ດຳ​ເນີນ​ເປັ​ນ​ເວລາ​1ວັນ​ເຄິ່ງນັ້ນ​ໄດ້​ອັດ​ລົງ​​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ຂອງ​ຈີນ​ຢ່າງ​ໄດ້​ຮັບ​ຜົນ​​ເຕັມ​ແມັດ​​ເຕັມ​ໜ່ວຍ, ​ໃນພິທີ​ອັດ​ກອງ​ປະຊຸມ,ທ່ານ​ເສີນ​ໂຈ່​ວ, ຫົວໜ້າ​ກົມ​ອາຊີ​ກະຊວງ​ການ​ຄ້າ​ຈີນ​ໄດ້​ປະກາດ "ບົດວິພາກ​ຄວາມ​ເປັນ​ໄປ​ໄດ້​ໃນການ​ຮ່ວມ​ມືດ້ານ​ເສດຖະກິດ​ເຂດ​ບໍລິ​ເວນ​ອ່າວ​ເປີ​ຍ​ປູ້".

ບົດ​ວິພາກ​ສະບັບ​ດັ່ງກ່າວ​ມີ5​ພາກ​ສ່ວນ: ໜຶ່ງ​ແນະນຳ​ເບື້ອງ​ຫຼັງຂອງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຢູ່ເຂດ​ບໍລິ​ເວນ​ອ່າວ​ເປີ​ຍ​ປູ້; ສອງ​ວິພາກ​ຄວາມ​ເປັນ​ໄປ​ໄດ້​ຕໍ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຢູ່​​ເຂດ​ບໍລິ​ເວນ​ອ່າວ​ເປີ​ຍ​ປູ້; ສາມ​​ສະ​ໜີ​ເປົ້າ​ໝາຍ,ຫຼັກ​ການ​ແລະ​ຮູບ​ການ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຢູ່​ເຂດ​ບໍລິ​ເວນ​ອ່າວ​ເປີ​ຍ​ປູ້; ສີ່ສະ​ເໜີ​7ຂົງ​ເຂດບູລິ​ມະ​ສິດ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຢູ່​ເຂດ​ບໍລິ​ເວນ​ອ່າວ​ເປີ​ຍ​ປູ້,ຄື: ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ທ່າ​ເຮືອ​ແລະ​ກາ​ນບໍລິ​ການສິນຄ້າ​ຈໍລະ​ຈອນ, ການ​ຄ້າ​ແລະການ​ລົງທຶນ​ຢ່າງສະ​ດວກ, ກະສິ​ກຳການ​ທ່ອງທ່ຽວ​,ການ​ອະນຸ​ລັກສິ່ງ​ແວດ​ລ້ອມ, ຄວາມ​ຫຼາກຫຼາຍ​ຂອງ​ຊີວະ​ຊາດ​ແລະ​ການ​ຮ່ວມ​ມື​ຂອງ​ຂະ​ແໜງ​ການ; ຫ້າ​ສະ​ເໜີ​ຂໍ້​ສະ​ເໜີ​ໃນ​ການ​ປະຕິບັດ​ງານການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຢູ່ເຂດ​ບໍລິ​ເວນ​ອ່າວ​ເປີ​ຍ​ປູ້,ຄື: ວາງ​ແຜນ​ໄລຍະກາງ​ແລະ​ຍາວ, ສ້າງ​ຕັ້ງ​ແລະ​ປັບປຸງ​ກົນ​ໄກ​ການ​ຮ່ວມ​ມື​ທີ່​ກ່ຽວຂ້ອງ​, ​ເພີ່ມ​ການ​ສະໜັບ​ສະໜູນ​ດ້ານ​ທຶນຮອນ, ​ເລີ່​ມດຳ​ເນີນ​ໂຄງການ​ຮ່ວມ​ມື​ທີ່​ເປັນ​ບູລິ​ມະ​ສິດ,​ເພີ່ມ​ທະວີ​ການ​ພັດທະນາ​ຊັບພະ​ຍາກອນ​ມະນຸດ​ແລະ​ການ​ສ້າງສາ​ເວ​ບ​ໄຊ​ຂໍ້​ມູນ​ຂ່າວສານ.

​ຜູ້​ຊ່ຽວຊານ​ທີ່​ມາ​ຈາກ​ຈີນ,10ປະ​ເທດ​ອາ​ຊຽນ,ກອງ​ເລຂາ​ອາ​ຊຽນ,ທະ​ນາຄານ​ພັດທະນາ​ອາຊີ​ຫຼືADB​ໄດ້​ປະກອບ​ໜ່ວຍ​ຊ່ຽວຊານ,ພ້ອມ​ກັນ​ດຳ​ເນີນ​ວຽກ​ງານ​ຮຽບຮຽງ​ບົດ​ວິພາກ,​ເຊິ່ງ​ໄດ້​ໃຊ້​ເວລາ3ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ