ທ່ານບີເດັນ​ກ່າວ​ຄຳ​ປາ​​​ໄສ​ວ່າ: ຈີນ​ທີ່​ຈະ​ເລີ​ນ​ໃຫມ່​ແມ່ນ​ພະລັງ​ແຮງຂອງ​ທົ່ວ​ໂລກ

(GMT+08:00) 2011-08-21 15:54:50     cri


(ທ່ານບີເດັນກ່າວປາຖະກະຖາຢູ່ມະຫາວິທະຍາໄລເສຊວນຂອງຈີນ)


ທ່ານ​ໂຈ​ເຊັຟ ບີ​ເດັນ,ຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ກ່າວປາຖະກະຖາຢູ່​ມະຫາວິທະຍາ​ໄລ​ເຊ​ສວນ​ໃນ​ວັນ​ທີ 21 ສິງຫາ​ນີ້, ​ໂດຍ​ກ່າວ​ເນັ້ນ​ວ່າ: ອາ​ເມ​ລິ​ກາ​ຍິນ​ດີ​​ໄດ້​ເຫັນ​ຈີນ​ກັບ​ອາ​ເມ​ລິກາ​ມີ​ການ​ແຂ່ງຂັນ​ກັນ​ຢ່າງ​ປອດ​ໃສ, ຈະ​ບໍ່​ໃຫ້​ປະ​ເທດ​ໃດ​ຫນຶ່ງ​ເຂັ້ມ​ແຂງ​ຂຶ້ນ​ໂດຍ​ເອົາ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ອື່ນ​ເປັນ​ສິ່ງ​ທົດ​ແທນ. ຈີນ​ທີ່​ຈະ​ເລີ​ນຂຶ້ນ​ມີ​ຄວາມ​ຫມາຍ​ເປັນ​ຢ່າງ​ດີ​ຕໍ່ອາ​ເມ​ລິ​ກາ​ແລະ​ໂລກ, ຈະ​ກາຍ​ເປັນ​ພະລັງ​ແຮງ​ທີ່​ຊຸກ​ຍູ້​​ໃຫ້ທົ່ວ​ໂລກ​ມີ​ການ​ພັດທະນາ​ດ້ານ​ເສດຖະກິດ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ທາງ​ສັງຄົມ.

​ໃນ​ເວລາ​ກ່າວປະຖະກະຖາ,ທ່ານ​ບີເດັນ​ເຜີຍ​ໃຫ້​ຮູ້​ວ່າ,ອາ​ເມ​ລິ​ກາ​ຈະ​ພະຍາຍາມ​ປັບປຸງ​ລະບຽບ​ການ​ຂໍ​ວິຊາ, ​ເພື່ອ​ແກ້​ໄຂ​ບັນຫາ​ທີ່​ພົນລະ​ເມືອງ​ຈີນ​ຂວິຊາໄປ​ອາ​ເມ​ລິ​ກາ​ຕ້ອງການ​ເວລາ​ດົນ​ນານ. ພ້ອມ​ກັນ​ນັ້ນ, ຈະ​ສືບ​ຕໍ່​ປະຕິ​ຮູບ​ຕໍ່​ລະບຽບ​ການ​ຄຸ້ມ​ຄອງ​ການ​ຄ້າ​ຂາ​ອອກ, ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ຂາຍ​ສິນຄ້າ​ຕໍ່​ຈີນ​ຫລາຍ​ກວ່າ​ເກົ່າ.

​ເມື່ອ​ເວົ້າ​ເຖິງ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ, ທ່າ​ນບີເດັນ​ກ່າວ​ວ່າ, ປີ​ກາຍ​ນີ້, ການ​ສົ່ງ​ອອກຂອງ​ອາ​ເມ​ລິ​ກາ​ຕໍ່​ຈີນ​ມີ​ເຖິງ 110 ຕື້​ໂດ​ລາ, ອັນ​ໄດ້​ສະຫນອງ​ໂອກາດ​ປະກອບ​ອາຊີບ​ໃຫ້ຄົນ​ອາ​ເມ​ລິ​ກາຫລາຍແສນ​ຄົນ. ທ່ານ​ຫວັງ​ວ່າ​ປະຊາຊົນ​ອາ​ເມ​ລິ​ກາ​ແລະ​ຈີນ​ຈົ່ງ​ຮັບ​ຮູ້​ເປັນ​ຢ່າງ​ດີ​ຄື:ແລ້ວ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ສາມາດສ້າງ​ຄວາມສຸກ​ໃຫ້​ແກ່​ສອງ​ປະ​ເທດ​ແລະ​ປະຊາຊົນ​ສອງ​ຊາດ.


1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ