ຝ່າຍ​ຕໍ່​ຕ້ານ​ລັດ​ຖະ​ບານ​ລີ​ບີ​ໄດ້​ຄວບ​ຄຸມ​ນະ​ຄອນ​ຫຼວງ​ຕຼີ​ໂປ​ລີ

(GMT+08:00) 2011-08-22 16:16:29     cri
ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 22 ສິງຫາ​ນີ້,​ເຈົ້າ​ໜ້າ​ທີ່​ຂອງ​ຝ່າຍ​ຕໍ່​ຕ້ານ​ລັດ​ຖະ​ບານ​ລີ​ບີ​ປະ​ກາດ​ວ່າ,​ກຳ​ລັງ​ປະ​ກອບ​ອາ​ວຸດ​ຂອງ​ຝ່າຍ​ຕໍ່​ຕ້ານ​ລັດ​ຖະ​ບານ​ໄດ້​ຄວບ​ຄຸມ​ສະ​ຖາ​ນະ​ການ​ຂອງ​ນະ​ຄອນ​ຫຼວງ​ຕຼີ​ໂປ​ລີ,​ປະ​ຈຸ​ບັນ​ນີ້.​ກຳ​ລັງ​ຊອກ​ຈັບ​ທ່ານ​ກັດ​ດາ​ຟີ,​ພ້ອມ​ທັງ​ກຳ​ຈັດ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ທະ​ຫານ​ລັດ​ຖະ​ບານ​ກັດ​ດາ​ຟີ​ທີ່​ເຫຼືອ​ຢູ່.

ຕາມ​ທ່ານ​ອັບ​ເດ​ຣ ຈາລີຣ,ປະທານ​ຄະນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ​ລີ​ບີ​​ເປີດ​ເຜີຍ​ວ່າ,ປະຈຸ​ບັນ​ນີ້,​ທ່ານ​ມູ​ຮາ​ມັດ ກັດ​ດາ​ຟີ,​ລູກ​ຊາຍ​ກົກ​ຂອງ​ທ່ານ​ກັດ​ດາ​ຟີ​ຖືກ​ປິດ​ລ້ອມ​ຢູ່​ບ່ອນ​ປະ​ຈຳ​ການ,​ແຕ່​ປະ​ຕິ​ເສດ​ວ່າ​ຈະ​ຍອມ​ຈຳ​ນົນ,​ທ່ານ​ເຊ​ອິຟ ອານ ອິສ​ລາມ ກັດ​ດາ​ຟີ,​ລູກ​ຊາຍ​ຜູ່​ທີ​ສອງ​ໄດ້​ຖືກ​ຈັບ​ຕົວ,​ແລະ​ຖືກ​ຈຳ​ຄຸກ​ຢູ່​ບ່ອນ​ປອດ​ໄພ.ທ່ານ​ຈາ​ລີຣ​ກ່າວ​ເນັ້ນ​ວ່າ, ຄະ​ນະ​ກຳ​ມະ​ການ​ຊົ່ວ​ຄາວ​ແຫ່ງ​ຊາດ​ບໍ່​ຢາກ​ໃຫ້​ເກີດ​ເຫດ​ການ​ນອງ​ເລືອດ​ອີກ,​ແລະ​ຫວັງ​ວ່າ​ແຕ່​ນີ້​ເປັນ​ຕົ້ນ​ໄປ​ຈະ​ສາ​ມາດ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ.

ນັບ​ແຕ່​ຕອນ​ຄ່ຳ​ວັນ​ທີ​21​ສິງ​ຫາ​ນີ້, ຝ່າຍຕໍ່ຕ້ານ​ລັດຖະບານ​ລີ​ບີ​ໄດ້​ເພີມ​ທະ​ວີ​ການ​ໂຈມ​ຕີ​ທາງ​ການ​ທະ​ຫານ​ຕໍ່​ນະ​ຄອນ​ຫຼວງ​ຕີຼ​ໂປ​ລີ.​ຕໍ່​ເລື່ອງ​ນີ້,​ທ່ານ​ບາ​ຣັກ ​ໂອ​ບາ​ມາ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ອອກ​ຖະ​ແຫຼງ​ການ​ວ່າ,​ການ​ຂຶ້ນ​ຄອງ​ອຳ​ນາດ​ຕໍ່​ລີ​ບີ​ຂອງ​ລັດ​ຖະ​ບານ​ກັດ​ດາ​ຟີ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ,​ແລະ​ຮຽກ​ຮ້ອງ​ໃຫ້​ກັດ​ດາ​ຟີ​ມອບ​ສິດ ອຳ​ນາດ​ຄືນ​ໃຫ້​ປະ​ເທດ​ຊາດ​ແລະ​ປະ​ຊາ​ຊົນ​ລີ​ບີ​ໂດຍ​ທັນ​ທີ.​ທ່ານ​ລັສມູ​ເຊັນ,​ເລ​ຂາ​ທິ​ການ​ໃຫຍ່​​ນາ​ໂຕ​ອອກ​ຖະ​ແຫຼງ​ການ​ວ່າ,​ນາ​ໂຕ​ຈະ​ຮ່ວມ​ມື​ກັບ​ຝ່າຍ​ຕໍ່​ຕ້ານ​ລັດ​ຖະ ບານ​ລີ​ບີ​ເພື່ອ​ຮັບ​ປະ​ກັນ​ຄວາມ​ສາ​ມາດ​ໃນ​ການ​ມອບ​ຮັບ​ສິດ​ອຳ​ນາດ​ການ​ປົກ​ຄອງ ໂດຍ​ສັນ​ຕິ,​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ,ຕິດ​ຕາມ​ກວດ​ກາ​ກອງ​ທະ​ຫານ​ຮາບ​ແລະ​ສິ່ງ​ປະ​ກອບ​ທີ່​ສຳ​ຄັນ​ທາງ​ທະ​ຫານ​ຂອງ​ລີ​ບີ​ຕື່ມ​ອີກ.​ນອກ​ນີ້,​ລັດ​ຖະ​ບານ​ອັງ​ກິດ​ແລະ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຝຣັ່ງ ກໍ່​ໄດ້​ສະ​ແດງ​ທ່າ​ທີ,​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ກັດ​ດາ​ຟີ​ມອບ​ອຳ​ນາດ​​ໂດຍ​ທັນ​ທີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ