ອົງ​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທີ່​ມີ​ເນື້ອ​ໃນ​ແທ້​ຈິງ​ແຫ່ງ​ທຳ​ອິດ​ຂອງ​ກອງ​ປະ​ຊຸມ​ອາ​ຊີ​ເອີ​ຣົບ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ຈີນ

(GMT+08:00) 2011-08-23 16:28:08     cri
ວັນ​ທີ22​ສິງຫາ​ນີ້,"ສູນ​ຄົ້ນຄວ້າ​ແລະ​ນຳ​ໃຊ້​ຊັບພະຍາກອນ​ນ້ຳອ​າ​ຊີ​ເອີ​ຣົບ"ທີ່​ເປັນ​ອົງການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ພາຍ​ໃນ​ກົນ​ໄກ​ກອງ​ປະ​ຊຸມ​ອາ​ຊີ​ເອີ​ຣົບ​ນັ້ນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ແຂວງ​ຫູ​ນານ​ຂອງ​ຈີນ.​ນີ້​ແມ່ນ​ອົງການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແຫ່ງ​ທຳ​ອິດ​ທີ່​ຕັ້ງ​ສຳ​ນັກ​ງານ​ຢູ່​ຈີນ​ເມື່ອ​ກົນ​ໄກ​ແຫ່ງ​ການ​ສ້າງ​ຕັ້ງ​ກອງ​ປະ​ຊຸມ​ອາ​ຊີ​ເອີ​ຣົບ​ມາ​ໄດ້​16​ປີ​ແລ້ວ.

ວັນ​ທີ22​ສິງຫາ​ນີ້,ຜູ່​ຕາງໜ້າ​ເຈົ້າໜ້າ​ທີ່​ລັດຖະບານຂອງ18​ປະ​ເທດ​ພາຄີ​ກອງ​ປະ​ຊຸມ ອາ​ຊີ​ເອີ​ຣົບ,​ເຊັ່ນ:ລາວ​ແລະ​ເຢຍ​ລະ​ມັນ,​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ກອງ​ປະຊຸມ​ອາ​ຊີ​ເອີ​ຣົບ​ພ້ອມ​ດ້ວຍ​ຜູ່​ແທນ​ຈາກ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ການ​ສ້າງ​ຕັ້ງ.

ທ່ານ​ບຸນ​ເກີດ ສັງ​ສົມ​ສັກ​,ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດສປປ​ລາວ​ເຫັນ​ວ່າ,​ການ​ສ້າງ​ຕັ້ງ​ສູນ​ແຫ່ງ​ນີ້​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ທີ່​ດີ​ຕໍ່​ບັນ​ດາ​ປະ​ເທດ​ພາ​ຄີ​ທີ່​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ດ້ວຍ​ການ​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ຕໍ່​ເນື່ອງ,​ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ດ້ານ​ຊັບ​ພະ​ຍາ​ກອນ​ນ້ຳ​ລະ​ຫ​ວ່າງ​ບັນ​ດາ​ປະ​ເທດ​ພາ​ຄີ,​ຊ່ວຍ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢ່າງ​ຕໍ່​ເນື່ອງ​ຂອງ​ບັນ​ດາ​ປະ​ເທດ​ພາ​ຄີ,​ແລະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ນະ​ໂຍບາຍ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ພາ​ຄີ.

ກອງ​ປະຊຸມອາຊີ​ເອີຣົບລວມ​ມີ​48​ປະ​ເທດ​ພາຄີ,ຈັດ​ກອງ​ປະຊຸມ2​ປີ​ໃດ​​ເທື່ອ​ໜຶ່ງ,​ແມ່ນ​ກົນໄກ​ສົນ​ທະ​ນາ​ປະ​ຈຳ​ທີ່​ມີ​ລະ​ດັບ​ສູງ​ສຸດ​ລະ​ຫວ່າງ​ປະ​ເທດ​ອາ​ຊີ​ເອີ​ຣົບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ