ຝ່າຍ​ຕໍ່ຕ້ານ​ລັດຖະບານ​ລີ​ບີ​ບຸກ​ເຂົ້າ​ຄ້າຍ​ທະຫານ​ອາຊີ​ຊີ​ຢາ ທ່ານ​ກັດ​ດາ​ຟີ​ກ່າວ​ວ່າ​ຕົນ​ເອງ​ຍັງ​ຢູ່​ນະຄອນຫຼວງ​ຕຼີ​ໂປ​ລີ

(GMT+08:00) 2011-08-24 11:20:29     cri
ພາຍຫຼັງ​ໄດ້​ຍິງ​ປະ​ທະ​ກັນຢ່າງ​ຮຸນ​ແຮງເປັນ​ເວລາ1ວັນ​ແລ້ວ,ກຸ່ມ​ປະກອບ​ອາວຸດ​ຝ່າຍ​ຕໍ່ຕ້ານ​ລັດຖະບານ​ລີ​ບີ​ໄດ້​ບຸກ​ເຂົ້າ​ຄ້າຍ​ທະ​ຫານ​ອາຊີ​ຊີ​ຢາ​ຊຶ່ງ​ເປັນ​ສັນ​ຍະ​ລັກ​ຂອງ​ອຳນາດ​ກັດ​ດາ​ຟີ ຜູ່​ນຳ​ລີ​ບີ ​ໃນ​ຕອນແລງ​ວັນ​ທີ23​ສິງຫາ​ນີ້,​ແລະ​ໄດ້​ຍຶດຄອງ​ບ່ອນ​ຢູ່​ຂອງ​ທ່ານ​ກັດ​ດາ​ຟີໃນ​ຄ້າຍ​ທະ​ຫານ​ແຫ່ງນີ້,​ແຕ່​ບໍ່​ໄດ້​ພົບ​ເຫັນ​ຮ່ອງຮອຍ​ຂອງທ່ານ​ກັດ​ດາ​ຟີ​ແລະ​ລູກ​ຊາຍຂອງ​ທ່ານ.

ມື້​ດຽວ​ກັນ,ທ່ານ​ລຽມຊີ​ນົຟ ປະທານ​ສະຫະພັນ​ໝາກ​ເສິກ​ສາກົນ​ກ່າວ​ວ່າ, ທ່ານ​ກັດ​ດາຟີ ຜູ່​ນຳ​ລີ​ບີ​ໄດ້​ໂທລະສັບ​ລົມ​ກັບ​ທ່ານ​​ແລະ​ແຈ້ງວ່າ,ທ່ານ​​ກັດ​ດາ​ຟີຍັງ​ຢູ່​ໃນ​ນະ​ຄອນ​ຫຼວງຕີຼ​ໂປ​ລີ​ແລະ​ບໍ່​ຢາກ​ອອກ​ຈາກ​ລີ​ບີ.

ຕອນ​ຂ້ອນ​ແຈ້ງ​ວັນ​ທີ23​ສິງຫາ​ນີ້,ທ່ານ​ຊາ​ອິຟ ອັນ ອິສຣາມ ກັດ​ດາ​ຟີ​ລູກຊາຍ​ຜູ່​ທີ​ສອງ​ຂອງ​ກັດ​ດາ​ຟີ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ຢູ່​ຄ້າຍ​ທະຫານ​ອາຊີ​ຊີ​ຢາ​ວ່າ,​ນະ​ຄອນ​ຫຼວງ​ຕຼີ​ໂປ​ລີ​ຍັງ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ທ່ານ​ກັດ​ດາ​ຟີ,ທ່ານ​ກັດ​ດາ​ຟີ​ພ້ອມ​ດ້ວຍ​ຄອບຄົວ​ລ້ວນ​ແຕ່​ຢູ່​ຕຼີ​ໂປ​ລີ.​ແຕ່​ທ່ານ​ຊາ​ອິຟປະຕິ​ເສດ​ເປີດ​ເຜີຍ​ທີ່​ຢູ່​ລະອຽດ​ຂອງ​ຄອບຄົວ.

ນອກ​ນີ້,ມີ​ຂ່າວ​ແຈ້ງວ່າ,ມື້​ດຽວ​ກັນ,ຝ່າຍ​ຕໍ່ຕ້ານ​ລັດຖະບານ​ລີ​ບີຍັງ​ໄດ້​ຄວບ​ຄຸມ​ເມືອງ​ລາສ ລາ​ນົຟ ​ເມືອງ​ສຳຄັນ​ໃນ​ການ​ຜະລິດ​ນ້ຳມັນ​ທີ່ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ລີ​ບີ.

ປະຈຸ​ບັນ,​ສັນຍານ​ໂທລະພາບ​ແຫ່ງ​ຊາດ​ຂອງ​ລີ​ບີ​ຖືກ​ຕັດຂາດ​ແລ້ວ,​ແຕ່​ລະບົບອິນ​ເຕີ​ເນັດ​ແລະ​ການ​ສື່ສານໂທລະສັບຍັງ​ດຳ​ເນີນ​ໄປ​ເປັນ​ປົກກະຕິ​ຢູ່.ກຸ່ມ​ປະກອບ​ອາວຸດ​ຕໍ່​ຕ້ານ​ລັດ​ຖະ​ບານ​​ໄດ້​ຄວບ​ຄຸມ​ເຂດ​ສ່ວນ​ຫຼາຍ​ຂອງ​ນະ​ຄອນຫຼວງ​ແລະ​ເຂດ​ຊານເມືອງ,​ແລະ​ໄດ້​ຕັ້ງ​ປ້ອມ​ກວດກາ​ຢ່າງ​ຫຼວງຫຼາຍ​ຢູ່​ຕາມ​ເສັ້ນທາງ,ຄົນ​ສັນຈອນ​​ໄປ​ມາ​ຕ້ອງ​ແຈ້ງ​ບັດປະຈຳຕົວ​ເພື່ອ​ຮັບ​ການກວດ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ