ນາ​ໂຕ​ກ່າວ​ວ່າ,ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຂອງ​ນາ​​ໂຕ​ຢູ່​ລີ​ບີ​ຍັງ​ບໍ່​ທັນ​ສິ້ນ​ສຸດ,ສະຫະ​ປະຊາ​ຊາດ​ຈະ​ຈັດ​ກອງ​ປະຊຸມ​ດ່ວນ​ໃນ​ວັນ​ທີ26​ເດືອນ​ນີ້

(GMT+08:00) 2011-08-24 11:27:22     cri
ຄຽງ​ຄູ່​ກັບສະຖານະ​ການ​ຢູ່ລີ​ບີກ້າວ​ເຂົ້າ​ສູ່​ໄລຍະ​ສຸດ​ທ້າຍ,ທ່ານ​ໂລ​ແລນ ລາ​ວອຍ ​ໂຄສົກ​ຂອງ​ນາ​ໂຕ​ກ່ຽວ​ກັບການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ລີ​ບີ​ກ່າວ​ໃນ​ວັນ​ທີ23​ສິງຫາ​ນີ້​ວ່າ,ສະຖານະ​ການ​ຢູ່​ລີ​ບີ​ຍັງ​ມີ​ຄວາ​ມດຸ​ເດືອດແລະ​ອັນຕະລາຍ​ຢູ່.ນາ​ໂຕ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ການ​ທາງ​ທະຫານ​ຢູ່​ລີ​ບີ​ຕໍ່​ໄປ.ທ່ານ​ກ່າວ​ຢ້ຳວ່າ,ໜ້າ​ທີ່​ຂອງ​ນາ​ໂຕ​ລວມທັງ​ການ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ປະຊາ​ຊົນ,ປະຕິບັດ​ການ​ເກືອ​ດຫ້າມ​ຂົນ​ສົ່ງ​ອາວຸດ​ແລະ​ສ້າງ​ຕັ້ງ​ເຂດ​ຫ້າມ​ບິນ.

ມື້​ດຽວ​ກັນ,ທ່ານນາງ​ອົວນາ ລຸນ​​ເຈັສຄູ ​ໂຄສົກ​ນາ​ໂຕ​ໄດ້​ຖະ​ແຫຼ​ງຕໍ່​ສື່​ມວນ​ຊົນ​ວ່າ,ພາຍ​ຫຼັງ​ອຳ​ນາດ​ກັດ​ດາ​ຟີຖືກ​ໂຄ່ນ​ລົ້ມແລ້ວ,ນາ​ໂຕ​ຈະ​ບໍ່​ສົ່ງ​ກອງ​ກຳລັງ​ທະຫານ​ຮາບ​ໄປ​ລີ​ບີ,ມີ​ພຽງ​ແຕ່​​ພາຍ​ໃຕ້​ສະພາບ​ການ​ທີ່​ໄດ້​ຮັບ​ຄຳ​ຮ້ອງ​ຂໍ​ແລ້ວ​ຈິ່ງ​​ຈະ​ເຂົ້າຊ່ວຍ​ເຫຼືອ​ໃນ​ລະ​ດັບ​ໃດ​ໜຶ່ງ.

ພ້ອມ​ດຽວ​ກັນ​ນັ້ນ,​ໂຄສົກ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ໃນ​ວັນ​ທີ23​ສິງຫາ​ນີ້​ວ່າ,ສະຫະ​ປະຊາ​ຊາດ​ຈະ​ຈັດ​ກອງ​ປະຊຸມ​ດ່ວນ​ກ່ຽວ​ກັບ​ບັນຫາ​ລີ​ບີ​ໃນ​ວັນ​ທີ26​ເດືອນ​ນີ້​ເພື່ອ​ປຶກສາ​ຫາລື​ວ່າ​ປະຊາ​ຄົມ​ໂລກ​ຈະ​ຮ່ວມ​ກັນ​ດຳ​ເນີນ​ງານ​ຢູ່​ລີ​ບີ​ແນວ​ໃດ​ໃນ​ໄລຍະ​ທ້າຍ​ຂອງ​ສະຖານະ​ການ​ພາຍ​ໃນລີບີ.

ມື້​ດຽວ​ກັນ,ທ່ານ​ບານ​ກີ​ມູນ ​ເລ​ຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ຍັງ​ໄດ້​ໂທລະສັບ​ລົມ​ກັບ​ທ່ານ​ມູສຕາຟາ ອັບ​ເດ​ວ ຈາລີ​ນ ປະ​ທານ​ຄະ​ນະ​ກຳ​ມະການ​ຊົ່ວຄາວ​ແຫ່ງ​ຊາດ​ລີ​ບີ​,​ທ່ານ​ບານ​ກີ​ມູນ​ກ່າວ​ເນັ້ນ​ວ່າ,ລີ​ບີ​ຕ້ອງການ​ບັນລຸ​ຄວາມ​ສາມັກຄີ​ປອງ​ດອງ​ກັນ​ແລະ​ອະ​ໄພ​ແກ່​ກັນ​ພາຍ​ໃນ​ປະ​ເທດ​ຊາດ​ແລະ​ຮຽກຮ້ອງ​ໃຫ້​ລີ​ບີ​ປົກປັກ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອາຄານ​ສະຖານທູດ​ຕ່າງປະ​ເທດ​ໃນ​ລີ​ບີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ