ເຈົ້າ​ໜ້າ​ທີ່​ຈີນ​-​ອາ​ຊຽນ​ຮ່ວມ​ກັນ​ສົນ​ທະ​ນາ​ກ່ຽວ​ກັບ​ອະ​ນາ​ຄົດ​ອັນ​ດີ​ງາມ​ຂອງ​ການ​ພົວ​ພັນ ລະ​ຫວ່າງ​ສອງ​ຝ່າຍ

(GMT+08:00) 2011-08-24 15:29:30     cri
ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ.ຕອນ​ຄ່ຳ​ວັນ​ທີ23​ສີ​ງຫາ ນີ້,ຢູ່​ທີ່​ປັກ​ກິ່ງ,ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແລະ​ຄະນະ​ກຳ​ມະ​ການ​ອາ​ຊຽນ​ປະ​ຈຳ​ປັກ​ກິ່ງ​ທີ່​ປະ​ກອບ​ດ້ວຍ​ເອກ​ອັກຄະ​ລັດ​ຖະ​ທູດ​ຈາກ​10​ປະ​ເທດ​ອາ​ຊຽນ​ປະ​ຈຳ​ຈີນ​ໄດ້ຮ່ວມ​ກັນ​ຈັດ ງານ​ລ້ຽງ​ຮັບ​ຮອງ,​ເພື່ອ​ລະ​ລຶກວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ ຄົບ​ຮອບ​20​ປີ.

ໃນ​ງານ​ລ້ຽງ​ຮັບຮອງ,ທ່ານ​ຫງວຽນວີ​ງກວາງ,​​ອັກຄະ​ລັດ​ຖະທູດ​ຫວຽດນາມ​ປະຈຳ​ຈີນ​ໄດ້​ຕີ​ລາຄາສູງ​ຕໍ່​ການ​ຂະ​ຫຍາຍ​ຕົວ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ປະຈຸ​ບັນ​ນີ້. ທ່ານ​ກ່າວ​ວ່າ:​"ປີ​ນີ້​ເປັນ​ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ຄົບ​ຮອບ​20​ປີ,​ຂ້າ​ພະ​ເຈົ້າ​ເຫັນ​ວ່າ,ນີ້​ແມ່ນ​ຂີດ​ໝາຍ​ສຳ​ຄັນ​ແຫ່ງ​ການ​ພົວ​ພັນ​ຈີນ​ອາ​ຊຽນ.​ທົບ​ທວນ​ຄືນ​ປະ​ຫວັດ​ສາດ​20​ປີ​ທີ່​ຜ່ານ​ມາ,​ພວກ​ຂ້າ​ພະ​ເຈົ້າ​ສາ​ມາດ​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ,​ໃນ​20​ປີ​ມາ​ນີ້,​ຈີນ​​​ກັບ​ອາ​ຊຽນ​ໄດ້​ເລີ່ມ​ຈາກ​ການ​ບໍ່​ມີ​ກົນ​ໄກ​ເຈ​ລະ​ຈາ,​ບໍ່​ມີ​ການ​ໄປ ມາ​ຫາ​ສູ່​ກັນ,​ບໍ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ,​ຈົນ​ກ້າວ​ມາ​ຮອດ​ທຸກ​ມື້​ນີ້​ທີ່​ໄດ້​ມີ ການ​ສ້າງ​ຕັ້ງ​ກົນ​ໄກ​ການ​ເຈ​ລະ​ຈາ,​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ເດັ່ນ​ຊັດ."

ນັບຕັ້ງແຕ່ມີການສ້າງຕັ້ງສາຍ​ພົວພັນ​ຄູ່​ເຈລະຈາລະຫວ່າງ​ຈີນ​ກັບ​ອາ​ຊຽນ​ເປັນຕົ້ນມາ,ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຫຼວງ​ຫຼາຍ.​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ມີ​ເຖິງ​300​ຕື້​ໂດ​ລາ.​ໃນ​ງານ​ລ້ຽງ​ຮັບ​ຮອງ,​ທ່ານ​ສູ​ນີງ​ນີງ,​ຮອງ​ເລ​ຂາ​ທິ​ການ​ປະ​ຈຳ​ການ​ຂອງ​ສະ​ພາ​ມົນ​ຕີ​ການ​ຄ້າ​ຈີນ​-​ອາ​ຊຽນ​ກ່າວ​ວ່າ,​ເຊື່ອ​ໝັ້ນ​ວ່າ,​ທ່ວງ​ທ່າ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ທີ່​ຟົດ​ຟື້ນ,​ຮອບ​ດ້ານ​ແລະ​ເລິກ​ເຊິ່ງ​ນັ້ນ​ຈະ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ,​ແລະ​ຈະ​ປະກົດ​ມີ​ອີກ4ຈຸດ​ພິ​ເສດ​ໃໝ່.​ທ່ານ​ກ່າວ​ວ່າ:​"ຈຸດ​ພິ​ເສດ​ອັນ​ທີ​ໜຶ່ງ​ແມ່ນ​ການ​ຮ່ວມ​ມື​ທີ່​ມີ​ການ​ປະ​ຕິ​ບັດ​ຕົວ​ຈິງ.ຫຼາຍປີ​ກ່ອນ, ຈີນ​ກັບ​ອາ​ຊຽນ​ໄດ້​ຂະ​ຫຍາຍ​ການ​ພົວ​ພັນ​​ຮ່ວມ​ມື​ດ້ວຍ​ບາດ​ກ້າວ​​ໃຫຍ່,​ດຽວ​ນີ້​ມີ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພວກ​ຂ້າພະ​ເຈົ້າ​ປະ​ຕິ​ບັດ​ຢ່າງ​ແທ້​ຈິງ;​ອັນ​ທີ​ສອງ​ແມ່ນ​ການ​ຮ່ວມ​ມື​ທີ່​ມີ​ການ​ປະ​ດິດ​ສ້າງ,​ຍ້ອນ​ວ່າ​ມີ​ການ​ປ່ຽນ​ແປງ​ອັນ​ໃໝ່​ຢ່າງ​ຫຼວງ​ຫຼາຍ,​ຈຶ່ງ​ຕ້ອງ​ການ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຕັ້ງ​ໜ້າ​ດຳ​ເນີນ​ການ​ປະ​ດິດ​ສ້າງ;​ອັນ​ທີ​ສາມ​ແມ່ນ​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ;​ສ່ວນ​ຈຸດ​ພິ​ເສດ​​ໃໝ່​ອັນ​ທີ​ສີ່​ແ​ມ່ນການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.ບົດ​ຮຽນ​ສຳ​ຄັນ​ອັນ​ໜຶ່ງ​ທີ່​ໄດ້​ມາ​ຈາກ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຫຼາຍ​ປີ​ມາ​ນີ້ກໍ່​ແມ່ນ, ໄດ້​ພິ​ຈາ​ລະ​ນາ​ເຖິງ​ຄວາມ​ສະ​ດວກ​ສະ​ບາຍ​ຂອງ​ທັງ​ສອງ​ຝ່າຍ​ຢ່າງ​ເຕັມ​ສ່ວນ."

ທ່ານ​ນູຣາ ສວາຈາ​ຢາ,​ຜູ່​ຕາງໜ້າ​ພິ​ເສດ​ຂອງ​ອິນ​ໂດ​ເນ​ເຊຍ​ປະຈຳ​ອາ​ຊຽນ​ໄດ້​ມີ​ຄວາມ​ປາ ຖະໜາ​ຢ່າ​ງ​ແຮງ​ກ້າ​ຕໍ່​ການ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຝ່າຍ,​ໂດຍ​ສະ​ເພາະ​ແມ່ນ​ຊາວ​ໜຸ່ມ​ຂອງ​ຈີນ​ແລະ​ອາ​ຊຽນ.​ທ່ານ​ກ່າວ​ວ່າ:​"ການ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຝ່າຍ​ແມ່ນ​ສ່ວນ​ປະ​ກອບ​ອັນ​ສຳ​ຄັນ​ຂອງ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ສອງ​ຝ່າຍ.​ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ,​ໄປ​ອີກ​10​ຫາ​20​ປີ,​ຊາວ​ໜຸ່ມ​ລຸ່ນ​ນີ້​ກໍ່​ຈະ​ກາຍ​ເປັນ​ເສົາ​ຄ້ຳ​ອັນ​ສຳ​ຄັນ​ຂອງ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ​ແລ້ວ.​ຖ້າ​ວ່າ​ພວກ​ຂ້າ​ພະ​ເຈົ້າ​ລົງ​ມື​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ໄປ​ມາ​ສູ່​ກັນ​ລະ​ຫວ່າງ​ຊາວ​ໜຸ່ມ​ສອງ​ຝ່າຍ​ເລີ່ມ​ຈາກ​​ມື້​ນີ້​ເປັນ​ຕົ້ນ​ໄປ,​ການ​ພົວ​ພັນ​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ​ຈະ​ມີ​ອະ​ນາ​ຄົດ​ທີ່​ສົດ​ໄສ​ຂະ​ໜາດ​ໄດ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ