ຣັດ​ເຊຍ​ແລະ​ສປປ​ເກົາຫຼີຕົກລົງ​ເຫັນ​ດີ​ຮ່ວມ​ກັນ​ກ່ຽວ​ກັບ​ແຜນການ​ວາງ​ທໍ່​ສົ່ງ​ອາຍ​ແກັສທຳ​ມະ​ຊາດ​ຂ້າມ​ຊາຍແດນ​ລະຫວ່າງ​ສອງ​ປະ​ເທດ

(GMT+08:00) 2011-08-25 14:21:31     cri
ວັນ​ທີ24​ສິງຫາ​ນີ້,ທ່ານ​ດີ​ມີ​ຕຼີ ​ເມັດ​ເວ​ເດັຟ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ພົບ​ປະ​ກັບ​ທ່ານ​ກິມ​ເຈີ່​ງອິນ ຜູ່​ນຳ​ສູງ​ສຸດ​ຂອງ​ສປປ​ເກົາຫຼີ​ທີ່​ໄປ​ຢ້ຽມ​ຢາມ​ຣັດ​ເຊຍ.​ທັງ​ສອງ​ຝ່າຍ​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ການ​ສ້າງ​ຄະ​ນະ​ກຳ​ມະ​ການ​ສາມ​ຝ່າຍ​ໃນ​ໂຄງ​ການ​ວາງ​ທໍ່​ສົ່ງ​ອາຍ​ແກັສ​ທຳ​ມະ​ຊາດ​ຂອງ​ຣັດ​ເຊຍ​ຜ່ານ​ດິນ​ແດນ​ສປປ​ເກົາ​ຫຼີ​ໄປ​ສູ່ສ.​ເກົາ​ຫຼີ.

ພາຍຫຼັງ​ການ​ພົບ​ປະ​ເຈລະຈາ​ກັນ,ທ່ານ​ເມັດ​ເວ​ເດັຟ​ໄດ້​ຖະ​ແຫຼ​ງຕໍ່​ສື່​ມວນ​ຊົນ​ວ່າ,​ທ່ານ​ພ້ອມ​ກັບ​ທ່ານກິມ​ເຈີ່​ງອິນ ຜູ່​ນຳ​ສປປ​ເກົາຫຼີ​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ສ້າງ​ຄະນະ​ກຳມະການ​ສາມ​ຝ່າຍ​ເພື່ອ​ໂຄງ​ການ​ວາງ​ທໍ່​ສົ່ງ​ອາຍ​ແກັສ​ທຳ​ມະ​ຊາດ​ຂອງ​ຣັດ​ເຊຍ​ຜ່ານ​ດິນ​ແດນ​ສປປ​ເກົາຫຼີ​ໄປ​ສູ່​ສ.​ເກົາ​ຫຼີ.​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຈະ​ດຳ​ເນີນ​ວຽກ​ງານ​ທາງ​ດ້ານ​ເຕັກ​ນິກ​ໃນ​ໄວໆ​ນີ້.​ທ່ານ​ເມັດ​ເວ​ເດັຟ​ຍັງ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ,ທໍ່​ສົ່ງ​ອາຍ​ແກັສ​ທຳ​ມະ​ຊາດ​ຈະ​ມີ​ຄວາມ​ຍາວ​ເຖິງ​1100​ກິ​ໂລ​ແມັດ,​ໃນ​ນັ້ນ​ຄວາມ​ຍາວ​ຂອງ​ທໍ່​ສົ່ງ​ແກັສ​ສ່ວນ​ຫຼາຍ​ແມ່ນ​ຢູ່​ໃນ​ດິນ​ແດນ​ສປປ​ເກົາ​ຫຼີ,​ເຊິ່ງ​ຈະ​ສົ່ງ​ອາຍ​ແກັສ​ທຳ​ມະ​ຊາດ​ເຖິງ10​ຕື້​ແມັດ​ກ້ອນ​ຕໍ່​ປີ.

ນອກ​ນີ້,ຕາມ​ຂ່າວສານ​ອີ​ຕາ​ຕາສຂອງຣັດ​ເຊຍ​ລາຍ​ງານ​ວ່າ,​ໃນ​ເວລາ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ເມັດ​ເວ​ເດັຟ ,ທ່ານ​ກິມ​ເຈີ່​ງ​ອິນ​ກ່າວ​ວ່າ,ສປປ​ເກົາຫຼີ​ຈະ​ກັບ​ຄືນ​ສູ່​ການ​ເຈລະຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ​ແລະ​ຈະ​ແກ້​ໄຂ​ບັນຫາ​ກ່ຽວ​ກັບ​ການ​ຢຸດ​​ຕິ​ເປັນ​ການ​ຊົ່ວຄາວ​ໃນການ​ທົດ​ລອງ​ແລະ​ຜະລິດ​ອາວຸດ​ນີວ​ເຄຼຍ.

ວັນ​ທີ20​ເດືອນ​ນີ້,ທ່ານກິມ​ເຈີ່​ງອິນ​ໄດ້​ເລີ່​ມຢ້ຽມຢາມຣັດ​ເຊຍຢ່າງບໍ່​ເປັນ​ທາງ​ການ,ນີ້​ແມ່ນ​ທ່ານ​ຢ້ຽມຢາມຣັດ​ເຊຍ​ເປັນ​ເທື່ອ​ທີ3​ໃນ​ຮອບ10​ປີ​ມາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ