ອາ​ເມ​ລິ​ກາ​ເປີດ​ເຜີຍບົດ​ລາຍ​ງານສະ​ບັບ​ປະຈຳ​ປີກ່ຽວ​ກັບ"ການ​ພັດທະນາ​ດ້ານການ​ທະຫານ​ແລະ​ຄວາມ​ໝັ້ນຄົງ​ທີ່​ມີ​ການ​ພົວພັນ​ກັບ​ສາທາ​ລະນະ​ລັດ​ປະຊາຊົນ​ຈີນ"

(GMT+08:00) 2011-08-25 15:55:27     cri
ວັນ​ທີ24​ສິງຫາ​ນີ້, ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານປະຈຳ​ປີກ່ຽວ​ກັບ"ການ​ພັດທະ​ນາດ້ານ​ການ​ທະຫານ​ແລະ​ຄວາມໝັ້ນ​ຄົງທີ່​ມີ​ການ​ພົວພັນ​ກັບ​ສາທາ​ລະນະ​ລັດ​ປະຊາຊົນ​ຈີນ"​ໂດຍ​ໄດ້, ຮັບຮອງ​ແລະ​ຊົມ​ເຊີຍການ​ປະກອບ​ສ່ວນ​ຂອງ​ຈີນ​ໃນ​ວຽກ​ງານຮັກສາ​ຄວາມ​ໝັ້ນຄົງ​ສາກົນ. ​ແຕ່​ພ້ອມ​ກັນ​ນັ້ນພັດ​ບໍ່​ໄດ້​ເອົາ​ໃຈ​ໃສ່ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ທີ່​ມີ​ລັກ​ສະນະ​ປ້ອງ​ກັນຕົວ​ຂອງ​ຈີນ, ພ້ອມ​ທັງກ່າວ​ວ່າອາ​ເມ​ລິ​ກາ​ຍັງ​ບໍ່​ແນ່​ໃຈ​ວ່າ​ຈີນ​ຈະນຳ​ໃຊ້​ຄວາມ​ສາມາດດ້ານ​ການ​ປ້ອງ​ກັນປະ​ເທດ​ທີ່​ເພີ່​ມ​ໃໝ່​ນັ້ນ​ແນວ​ໃດ.

ບົດ​ລາຍ​ງານ​ກ່າວ​ວ່າ, ຄຽງ​ຄູ່​ກັບ​ເສດຖະ​ກິດ​ຈີນ​ນັບ​ມື້​ນັບ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ໂລກ,ຜົນ​ປະ​ໂຫຍ​ດ​ໃນ​ການ​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ຈີນ​​ໄດ້​​ຮັບ​ການ​ເປີດ​ກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ. ອາ​ເມ​ລິ​ກາ​ເຫັນ​ວ່າ,​ເພີ່ມ​ທະວີ​ການ​ພົວພັນ​ທາງ​ການ​ທະຫານ​ກັບ​ຈີນ​ມີ​ຄວາມ​ສຳຄັນ​ຫຼາຍ​ຕໍ່​ການ​ໃຊ້​ໂອກາດ​ການ​ຮ່ວມ​ມື​ແບບ​ນີ້​ຢ່າງ​ເຕັມທີ່ແລະ​ຫຼຸດ​ຄວາມ​ສ່ຽງ​ຕ່າງໆ. ບົດ​ລາຍ​ງານ​ຊີ້​ອອກ​ວ່າ, ລະດັບ​ຄວາມ​ໂປ່ງ​ໃສ​ຂອງ​ຈີນ​ໃນ​ການ​ເພີ່ມ​ທະວີ​ທາງ​ດ້ານ​ການ​ທະຫານ​ແລະ​ບັນຫາ​ຄວາມ​ໝັ້ນຄົງ​ໄດ້​ຮັບ​ການ​ປັບປຸງ​ຂຶ້ນ​ສູ່​ລະດັບ​ສູງ​ໃດ​ໜຶ່ງ​ແລ້ວ,​ແຕ່​ອາ​ເມ​ລິ​ກາ​ຍັງ​ບໍ່​ແນ່​ໃຈ​ວ່າ​ຈີນ​ຈະ​ນຳ​ໃຊ້​ຄວາມ​ສາມາດ​ດ້ານ​ການ​ປ້ອງ​ກັນປະ​ເທດ​ທີ່​ເພີ່​ມ​ໃໝ່ນັ້ນ​ແນວ​ໃດ.

ໃນ​ປີ2005, ຈີນ​ໄດ້​ເປີດ​ເຜີຍ​ປຶ້ມປົກ​ຂາວ​ທີ່​ມີ​ຫົວ​ຂໍ້​ວ່າ "​ເສັ້ນທາງ​ການ​ພັດທະນາ​ສັນຕິພາບ​ຂອງ​ຈີນ",​ໄດ້​ສະ​ແດງ​ໃຫ້​ເຫັນຄວາມ​ຕັ້ງ​ໃຈ​ໃນ​ການ​ເລືອກ​ເຟ້ນ​ແລະຄຳ​ໝັ້ນ​ສັນຍາ​ທີ່​ເຄັ່ງຂຶມຂອງ​ລັດຖະບານ​ແລະ​ປະຊາຊົນ​ຈີນ​ໃນ​ການ​ພັດທະນາ​ສັນຕິພາບ. ປຶ້ມ​ປົກ​ຂາວກ່ຽວ​ກັບ"ວຽກ​ງານ​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​ປີ2010"​ໄດ້​ເປີດ​ເຜີຍ​ໃນ​ເດືອນ​ມີນາ​ຂອງ​ປີ​ນີ້, ຢັ້ງຢືນ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ທີ່ໜັກ​ແໜ້ນຂອງ​ຈີນ​ໃນ​ການ​ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ການ​ພັດທະນາ​ສັນຕິພາບ​ແລະ​ປະຕິບັດ​ຕາມນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ທີ່​ມີ​ລັກສະນະ​ປ້ອງ​ກັນ​ຕົວ​ເອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ