ຂະ​ແໜງ​ການ​ໂທ​ລະ​ຄົມ​ມະ​ນາ​ຄົມ​ຂອງ​ລາວ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ

(GMT+08:00) 2011-08-25 17:56:54     cri
ຕາມ​ຂໍ້​ມູນ​ຫຼ້າສຸດ​ທີ່​ກະ ຊວງ​ໂທລະຄົມມະນາຄົມ,​ໄປ​ສະນີ​ແລະ​ການ​ສື່ສານ​ຂອງລາວ​ເປີດ​ເຜີຍວ່າ,ນັບ​ມາ​ຮອດ​ທ້າຍ​ເດືອນ​ມິ​ຖຸ​ນາ​ປີ​ນີ້,​ສາຍ​ໄຍ​ກາບ​ສື່​ສານ​ຂອງ​ລາວ​ມີ​ຄວາມຍາວ​ເຖິງ4​ໝື່ນ1​ພັນ​ກິ​ໂລ​ແມັດ,​ມີ​ເສົາ​ສັນຍານ​ໂທ​ລະ​ສັບ​ມື​ຖື​4644​ແຫ່ງ,ສາ​ມາດ​ປົກ​ຄຸມ​138​ເມືອງ​ໃນ17​ແຂວງ ຂອງ​ລາວ,​ໃນ​ນັ້ນ,​ສັນ​ຍານ​ໂທ​ລະ​ສັບ​ລະ​ບົບ​3​G​ໄດ້​ປົກ​ຄຸມ​2000​ບ້ານ.ມີ​​ໂທ​ລະ​ສັບ​ຕັ້ງ​ໂຕະ​1​ໝື່ນ​800​ເລກ​ໝາຍ​ແລະ​ໂທ​ລະ​ສັບ​ມື​ຖືກ​ອີກ1​ແສນ7​ໝື່ນ​7​ພັນ​ເລກ​ໝາຍ​ທີ່​ໄດ້​ຂຶ້ນ​ທະ​ບຽນ​ໃໝ່,​ໂທ​ລະ​ສັບ​ທີ່​ໄດ້​ຂຶ້ນ​ທະ​ບຽນ​ໃນ​ທົ່ວ​ປະ​ເທດ​ລາວມີ​ເຖິງ​5​ລ້ານ​4​ແສນ2​ພັນເລກ​ໝາຍ,​ສະ​ເລ່ຍ​ແລ້ວ,​ແຕ່​ລະ​100​ຄົນ​ມີ​88​ເລກ​ໝາຍ.​ແຕ່​ອັດ​ຕາ​ປົກ​ຄຸມ​ຂອງ​ລະ​ບົບ​ອິນ​ເຕີ​ເນັດຢູ່​ລາວ​ມີ​ພຽງ​ແຕ່5%ທໍ່​ນັ້ນ,​ລວມ​ທັງ​ໝົດ​ແລ້ວ​ໄດ້​ແຈກ​ຢາຍ​ບັນ​ຊີ​ອິນ​ເຕີ​ເນັດ​2​ໝື່ນ​6​ພັນ​ອັນ,​ຜູ່​ໃຊ້​ອິນ​ເຕີ​ເນັດ​ມີ​ບໍ່​ເຖິງ5​ແສນ​ຄົນ.

ບໍ່​ວ່າ​​​ເວົ້າສຳ​ລັບ​ການ​ເລັ່ງລັດ​ພັດທະນາ​ເສດ​ຖະ​ກິດ,ຫຼືວ່າ​ການ​ຍົກ​ສູງ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ,​ຂະ​ແໜງ​ການ​ໂທລະ​ຄົມມະນາຄົມ​ລ້ວນ​ແຕ່​​ເປັນ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ມີ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ.​ເພື່ອ​ຮັບ​ປະ​ກັນ​ໃຫ້​ຈັງ​ຫວະ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​ໂທລະ​ຄົມ​ມະ​ນາ​ຄົມ​ຂອງ​ລາວມີ​ການ​ຂະ​ຫຍາຍ​ຕົວ​ໄປ​ໃນ​ທາງ​ທີ່​ດີ,​ລັດ​ຖະ​ບານ​ໄດ້​ໃຊ້​ມາດ​ຕະ ການ​ຕ່າງໆ,​ໃນ​ນັ້ນ​ລວມ​ທັງ​ການ​ເພີ່ມ​ງົບ​ປະ​ມານ​ເຂົ້າ​ໃນ​ດ້ານ​ນີ້ຢ່າງ​ຫຼວງຫຼາຍ,ສົ່ງ​ເສີມ​ໃຫ້​ບໍ​ລິ​ສັດ​ຕ່າງປະ​ເທດ​ແລະ​ວິ​ສາ​ຫະກິດ​ເອ​ກະ​ຊົນ​ພາຍ​ໃນ​ປະ​ເທດ​ເຂົ້າ​ຮ່ວມ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​​ໂທລະ​ຄົມ​ມະ​ນາ​ຄົມ​ເປັນ​ຕົ້ນ.​ນັບແຕ່​ວັນ​ທີ1​ກໍລະກົດ​ປີ​ນີ້​ເປັນ​ຕົ້ນ​ໄປ, ລາວ​​ໄດ້​ເລີ່ມ​ປະ​ຕິ​ບັດ​ມາດຖານ​ຄ່າ​ໂທລະສັບທີ່​ເປັນ​ເອກະ​ພາບກັນ ຄື:​ຄ່າ​ໂທ​ລະ​ສັບ​ຕັ້ງ​ໂຕະ​ແມ່ນ250​ກີບ​ຕໍ່​ນາທີ,​ຄ່າ​ໂທ​ລະ​ສັບ​ມື​ຖື​ສຳ​ລັບ​ຜູ່​ເສຍ​ຄ່າ​ເປັນ​ລາຍ​ເດືອນ​ນັ້ນ​ແມ່ນ300​ກີບ​ຕໍ່​ນາ​ທີ,​ຄ່າ​​ໂທລະສັບ​ມື​ຖື​ສຳລັບ​ຜູ່​ເສຍ​ຄ່າ​ລ່ວງ​ໜ້າ​ແມ່ນ​800​ກີບ​ຕໍ່​ນາ​ທີ,​ຄ່າ​ສົ່ງ​ຂໍ້​ຄວາມ ສັ້ນ​ໃນ​​ເຄືອ​ຂ່າຍ​ຂອງ​ບໍ​ລິ​ສັດ​ດຽວ​ກັນ​ແມ່ນ​100​ກີບ​ຕໍ່​ຂໍ້​ຄວາມ,​ຄ່າ​ສົ່ງ​ຂໍ້​ຄວາມ​ສັ້ນ​ຕ່າງ​ເຄືອ​ຂ່າຍ​ແມ່ນ​200​ກີບ​ຕໍ່​ຂໍ້​ຄວາມ,​ຄ່າ​ໂທ​ໄປ​ຕ່າງປະ​ເທດ​ແມ່ນ​1800​ກີບ​ຕໍ່​ນາທີ,ຄ່າ​ສົ່ງຂໍ້ຄວາມ​ ສັ້ນ​ໄປ​ຕ່າງປະ​ເທດ​ແມ່ນ​500​ກີບ​ຕໍ່​ຂໍ້​ຄວາມ.

​ເມື່ອ​ທຽບ​ກັບ​ສະພາບ​ການ​​ໃນ​ເມື່ອ​ກ່ອນ​ທີ່​ບໍລິສັດ​ໂທລະ​ຄົມມະນາຄົມ​ຕ່າງໆ​​ໄດ້​ຕັ້ງ​ຄ່າ​ບໍ​ລິ​ການ​ຕາມ​ລຳ​ພັງ​ໃຈ​ນັ້ນ,​ແລະ​ການ​ທີ່​ລັດ​ຖະ​ບານ​ລາວ​ຕັດ​ສິນ​ໃຈ​ກະ​ທຳ​ຄື​ແນວ​ນີ້,​ແມ່ນ​ໄດ້ ຮັບ​ຄວາມ​ຍ້ອງ​ຍໍ​ສັນ​ລະ​ເສີນ​ຈາກ​ຜູ່​ຊົມ​ໃຊ້​ຢ່າງ​ກວ້າງ​ຂວາງ.​ຜູ່​ຊ່ຽວ​ຊານ​ເຫັນ​ວ່າ,​ຕະ​ຫຼາດ​ໂຄ​ລະ​ຄົມ​ມະ​ນາ​ຄົມ​ຂອງ​ລາວ​ທີ່​ມີ​ລາຄາ​​ເປັນ​ເອ​ກະ​ພາບ​ແລ້ວ,​ຍັງ​ຕ້ອງ​ໃຊ້​ມາດ​ຕະ​ການ ຕື່ມ​ອີກ​ເພື່ອ​ຮັບ​ປະ​ກັນ​ຄວາມ​ໂປ່ງ​ໄສ,​ຄວາມ​ໝັ້ນ​ທ່ຽງ​ແລະ​​ການ​ແກ່ງ​ແຍ່ງ​ແຂ່ງ​ຂັນ​ຢ່າງ​ຍຸດ​ຕິ​ທຳ​ຂອງ​ຕະ​ຫຼາດ,​ແລະ​ຄວນ​ວາງ​ມາດ​ຖານ​ຄ່າ​ອິນ​ເຕີ​ເນັດ​ໃຫ້​ເປັນ​ເອ​ກະ​ພາບ​ກັນ,​ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​​ໃຫ້​ເຂັ້ມ​ແຂງ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ