ທ່ານດຣ.ທອງ​ລຸນ ສີ​ສຸ​ລິດຢ້ຽມ​ຢາມ​ເຂດ​ກວາງຊີ​ຂອງ​ຈີນ

(GMT+08:00) 2011-08-26 14:43:28     cri
ຕາມ​ຂ່າວສານ​ຊິນ​ຮວາ,ຕອນ​ເຊົ້າ​ວັນ​ທີ25ສິງຫາ​ນີ້,ທ່ານ​ດຣທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີທັ​ງ​ເປັນ​ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດສປປລາວ​ພ້ອມ​ດ້ວຍ​ຄະນະ​ທີ່​ພວມ​ຢ້ຽມຢາມ​​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຂອງ​ຈີນ​ໄດ້​ໄປ​ຢ້ຽມ​ຢາມ​ໂຮງຮຽນ"​67".

ທ່ານດຣ​ທອງ​ລຸນ ສີ​ສຸ​ລິດ​ໄດ້​ເວົ້າ​ຕໍ່​ທ່ານ​ໂກວ​ເຊິ່ງຄຸນ ​ເລຂາ​ພັກ​ທັງ​ເປັນ​ປະທານສະພາ​ປະຊາຊົນ​ເຂດ​ປົກຄອງ​ຕົນ​ເອງ​​ເຜົ່າ​ຈວ້າງ​ກວາງຊີ​ວ່າ,​ເມື່ອ41​ປີ​ກ່ອນ,​ທ່ານ​ໄດ້​ໄປ​ປະ​ເທດ​ຈີນ​ເປັນ​ເທື່ອ​ທຳ​ອິດ,​ໃນ​ເວລາ​ນັ້ນ,ທ່ານ​ເປັນ​ອາຈານ​ແລະ​ເປັນ​ຜູ່​ນຳພາ​ນັກຮຽນ​ລາວ​ໄປ​ຮ່ຳຮຽນ​ຢູ່​ໂຮງ​ຮຽນ"​67"ທີ່​ຢູ່​ນະ​ຄອນ​ນານ​ນິງຂອງ​ເຂດ​ກວາງ​ຊີ.​ທ່ານ​ສະ​ແດງ​ຄວາມ​ຂອບ​ໃຈ​ນຳ​ນະຄອນ​ນານ​ນິງທີ່​ໄດ້​ບຳລຸງ​ສ້າງ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ຈຳນວນ​ຫຼວງ​ຫຼາຍ​ເພື່ອ​ປະ​ເທດ​ລາວ,ໝູ່​​ເພື່ອນຮຽນ​ຫຼາຍ​ຮ້ອຍ​ຄົນ​ທີ່​ເຄີຍ​ຮຽນ​ຢູ່​ໂຮງຮຽນ"​67"​ເມື່ອ​ກັບ​ຄືນ​ປະ​ເທ​ດລາວ​ແລ້ວ​ໄດ້​ກາຍ​ເປັນ​ຜູ່​ມີຄວາມ​ຮູ້​ຄວາມ​ສາມາດ​ທີ່​ດີ​ເດັ່ນ​ໃນ​ຂົງ​ເຂດວຽກ​ງານ​ຕ່າງໆ.​ເມື່ອ​ທ່ານ​ດຣທອງ​ລຸນ​ສີ​ສຸ​ລິດ​ໄດ້​ເຫັນວັດຖຸ​ພັນ​ອັນ​ປະ​ເສີດ​ໃນ​ຫ້ອງ​ວາງສະ​ແດງ​ຂອງ​ໂຮງຮຽນ67,ທ່ານ​ຮູ້ສຶກ​ດີ​ໃຈ​ຫຼາຍ​ເພາະວ່າ​ມັນ​ເປັນຫຼັກ​ຖານ​ທີ່​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ລາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ