ສັນນິບາດ​ອາຣັບຍອມຮັບ​ວ່າ​ຝ່າຍ​ຕໍ່​ຕ້ານ​ລັດ​ຖະ​ບານ​ລີ​ບີ​ເປັນ​ຜູ່​ຕາງ​ໜ້າ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ລີ​ບີ

(GMT+08:00) 2011-08-26 15:23:20     cri
ຄຽງ​ຄູ່​ກັບ​ສະຖານະ​ການ​ໃນ​ລີ​ບີ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ,ທ່ານ​ນາ​ບິ​ວ ​ເອລາ​ບີ ​ເລຂາ​ທິການ​ໃຫຍ່​ສັນນິບາດ​ອາຣັບກ່າວ​ໃນ​ວັນ​ທີ25​ສິງຫາ​ນີ້​ວ່າ,ສັນ​ນິບາດ​ອາຣັບຍອມຮັບ​ວ່າ​ຄະນະ​ກຳ​ມະ​ການ​ຊົ່ວຄາວ​ແຫ່ງ​ຊາດ​ຂອງ​ຝ່າຍ​ຕໍ່​ຕ້ານ​ລັດ​ຖະ​ບານ​ລີ​ບີ​ເປັນ​ຜູ່​ຕາງ​ໜ້າ​ທີ່​ຊອບ​ດ້ວຍ​ກົດໝາຍ​ພຽງ​ຝ່າຍດຽວ​ຂອງ​ປະຊາຊົນ​ລີ​ບີ.

ທ່ານ​ນາ​ບິ​ວ ​ເອລາ​ບີ ກ່າວ​ວ່າ, ຄະນະ​ກຳມະການ​ຊົ່ວ​ຄາວ​ແຫ່ງ​ຊາດ​ຈະ​ສົ່ງ​ຜູ່​ແທນ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ສັນນິບາດ​ອາຣັບທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ27​ສິງຫາ​ນີ້,ຮອດ​ເວລາ​ນັ້ນ,ສັນນິບາດ​ອາຣັບຈະຢຸດຕິ​ການ​ຍົກ​ເລີກ​ຄຸນ​ວຸດ​ທິຄວາ​ມ​ເປັນ​ສະ​ມາ​ຊິກ​ຂອງ​ລີ​ບີ​ນັບ​ຕັ້ງ​ແຕ່​ເດືອນ​ກຸມພາ​ປີ​ນີ້​ເປັນ​ຕົ້ນ​ມາ,​ແລ້ວ​ຟື້ນ​ຟູ​ບ່ອນ​ນັ່ງ​ຂອງ​ລີ​ບີ​ຢູ່​ສັນນິບາດ​ອາຣັບ.

ພ້ອມ​ດຽວ​ກັນ​ນັ້ນ,ໜ່ວຍ​ງານ​ຕິດ​ຕໍ່​ພັວພົນ​ບັນຫາ​ລີ​ບີ​ທີ່​ປະກອບ​ດ້ວຍຜູ່​ຕາງໜ້າຈາກ28​ປະ​ເທດ​ເຊັ່ນ​ອັງກິດ​,ອາ​ເມ​ລິ​ກາ,ຝະ​ຣັ່ງ​ແລະ​7​ອົງ​ການ​ຈັດ​ຕັ້ງ​ສາກົນ​ໄດ້​ຈັດ​ກອງ​ປະ​ຊຸມ​ຢູ່​ນະ​ຄອນ​ອິສຕັນ​ບູນ ​ເມືອງ​ໃຫຍ່​ທີ່​ສຸດ​ຂອງ​ຕວກກີ​ໃນ​ວັນ​ທີ25​ສິງຫາ​ນີ້​ໂດຍ​ກ່າວ​ຢ້ຳວ່າ​ຄະ​ນະ​ກຳ​ມະ​ການ​ຊົ່ວ​ຄາວ​ແຫ່ງ​ຊາດ​ຂອງ​ລີ​ບີ​ແມ່ນ​ຜູ່​ຕາງໜ້າ​ພຽງຝ່າຍ​ດຽວ​ຂອງ​ປະ​ເທດ​ລີ​ບີ​ແລະ​ປະ​ຊາ​ຊົນ​ລີ​ບີ,​ແລະ​ປຶກ​ສາ​ຫາ​ລື​ບັນຫາ​ກ່ຽວ​ກັບ​ສະຖານະ​ການ​ແລະ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ເສດ​ຖະ​ກິດ​ແກ່​ລີ​ບີ​ພາຍ​ຫຼັງ​ສົງ​ຄາມ.

ພາຍຫຼັງ​ກອງ​ປະຊຸມ,ໜ່ວຍ​ງານຕິດຕໍ່​ພົວພັນ​ດັ່ງກ່າວ​ໄດ້​ອອກ​ຖ​ະ​ແຫຼ​ງການ​ວ່າ,ຜູ່​ທີ່​ຮ່ວມ​ປະຊຸມ​ເຫັນ​ດີຍົກ​ເລີກ​ການ​ອາຍັດຊັບ​ສິນ​ຂອງ​ລັດ​ຖະ​ບານ​ກັດ​ດາ​ຟີ​ທີ່​ຢູ່​ຕ່າງ​ປະ​ເທດ​ຈຳນວນ2​ຕື້500​ລ້ານ​ໂດ​ລາ​ກ່ອນ​ທ້າຍ​ເດືອນ​ສິງຫາ​ນີ້,​ແລະ​ມອບ​ເງິນ​ທຶນ​ກ້ອນ​ນີ້​ໃຫ້​ຄະ​ນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ​ລີ​ບີ.ຖະ​ແຫຼ​ງການ​ຍັງ​ຮຽກຮ້ອງ​ໃຫ້​ສະຫະ​ປະຊາ​ຊາດ​ເປັນ​ຜູ່​ນຳ​ພາ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ການ​ຊ່ວຍ​ເຫຼືອ​ລີ​ບີ​ພາຍ​ຫຼັງ​ສົງຄາມ.

ຕໍ່​ເລື່ອງ​ນີ້,ທ່ານ​ອາ​ເລັກ​ຊັນ​ເດີ ລູຄາ​ເຊັນ​ວິສ ​ໂຄສົກ​ກະຊວງການ​ຕ່າງປະ​ເທດຣັດ​ເຊຍ​ກ່າວ​ໃນ​ວັນ​ທີ25​ສິງຫາ​ນີ້​ວ່າ,ສະຫະ​ປະຊາ​ຊາດ​ພ້ອມ​ດ້ວຍ​ສະພາ​ຄວາມ​ໝັ້ນຄົງ​ຄວນ​ເສີມ​ຂະ​ຫຍາຍ​ບົດບາດນຳ​ພາ​ໃນ​ການ​ແກ້​ໄຂ​ບັນຫາ​ລີ​ບີ,​ຫາກ​ບໍ່​ແມ່ນ​ໜ່ວຍ​ງານ​ຕິດ​ຕໍ່​ພົວ​ພັນ​ບັນຫາ​ລີ​ບີ​ຫຼື​ອົງການ​ຈັດ​ຕັ້ງ​ອື່ນໆ​ເປັນ​ຜູ່​ນຳ​ພາ.​ທ່ານ​ລູ​ຄາ​ເຊັນ​ວິສ​ຍັງ​ກ່າວ​ວ່າ,​ສະ​ຖາ​ນະ​ການ​ຢູ່​ລີ​ບີ​ຍັງ​ບໍ່​ຈະ​ແຈ້ງ​ເທື່ອ,​ປະ​ຈຸ​ບັນ,​ມັນ​ຍັງ​ໄວ​ເກີນ​ໄປ​ທີ່​ຈະ​ເວົ້າ​ວ່າ​ສະ​ຖາ​ນະ​ການ​ຢູ່​ລີ​ບີ​ໄດ້​ພິກ​ປີ້ນ​ຢ່າງ​ເຖິງ​ຖອງ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ