ຫຼາຍ​ປະ​ເທດ​ອາ​ຊີ​ອາ​ຄະ​ເນ​ພິ​ຈາ​ລະ​ນາ​ປັບ​ປຸງ​ນະ​ໂຍ​ບາຍ​ເງິນ​ເດືອນ​ຂັ້ນ​ຕ່ຳ​ສຸດ

(GMT+08:00) 2011-08-26 17:43:07     cri
ຫວ່າງມໍ່ໆ​ນີ້,ທ່ານ​ວາງ​ຈີ້​ຢວນ,ຫົວໜ້າກົມ​ໄທ,ກຳປູ​ເຈຍ​ແລະ​ລາວ​ຂອງ​ອົງການ​ແຮງ​ງານ​ສາກົນ​ກ່າວ​ວ່າ:"ຫຼາຍ​ປະ​ເທດ​ອາ​ຊີ​ທີ່​ເປັນ​ຕະຫຼາດ​ຈະ​ເລີ​​ນ​ໃໝ່​ນັ້ນ​ພວມ​ພິ​ຈາ​ລະ​ນາ​ການ​ຍົກ​ສູງ​ເງິນ​ເດືອນ." ​ລາວ,​ໄທ,​ຫວຽດ​ນາມ,​ມະ​ເລ​ເຊຍ​ແລະ​ກຳ​ປູ​ເຈຍ​ລ້ວນ​ແຕ່​ໄດ້​ທາບ​ທາມ​ເຖິງ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ນຳ​ກົມ​ອາ​ຊີ​ປາ​ຊິ​ຟິກ​ຂອງ​ອົງ​ການ​ແຮງ​ງານ​ສາ​ກົນ​ແລ້ວ.​ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ໜັງ​ສື​ພິມ"International Herald Tribune"ຂອງ​ອາ​ເມ​ລິ​ກາ​ ລາຍ​ງານ​ວ່າ,​ໃນ10​ປີ​ທີ່​ຜ່ານ​ມາ,​ຫຼາຍ​ປະ​ເທດ​ແລະ​ເຂດ​ແຄ້ວ​ນຂອງ​ອາຊີ​ໄດ້​ນຳ​ເຂົ້າລະບົບ ເງິນ​ເດືອນ​ຕ່ຳ​ສຸດ,​ເພື່ອ​ໄລ່​​ໃຫ້ທັນ​ບາດກ້າວ​ຂອງ​​ເຂດ​ແຄ້ວ​ນອື່ນໆ​ໃນ​ໂລກ​ໃນ​ດ້ານ​ຮັບ​ປະ​ກັນ​ລາຍ​ໄດ້​ຕ່ຳ​ສຸດ​ຂອງ​ຜູ່​ອອກ​ແຮງ​ງານ.

ການຄົ້ນຄວ້າ​ຂອງ​ອົງການ​​ແຮງ​ງານ​ສາກົນ​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ10​ປີ​ທີ່​ຜ່ານ​ມາ,ຖ້າວ່າ ປຽບທຽບ​ລະດັບ​ເງິນ​ເດືອນ​ກັບ​ສະມັດ​ຕະພາບ​ການ​ຜະລິດ​ຈະ​ເຫັນ​ໄດ້​ວ່າ,ສະມັດ​ຕະພາບ​ການ​ຜະລິດ​ຂອງ​ເຂດ​ອາຊີ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ,​ແຕ່​ອັດຕາ​ການ​​ເພີ່ມ​ຂຶ້ນ​ຂອງ​ເງິນ​ເດືອນ​ພັດ​ບໍ່​ສົມ​ຄູ່​ກັນ.ນອກ​ນີ້,ລະດັບ​ເງິນ​ເດືອນ​ຕ່ຳ​ສຸດ​ຂອງ​ບາງ​ປະ​ເທດ​ກໍ່​ບໍ່​ໄລ່​ທັນກັບການ​ເຕີບ​ໂຕຂອງ​ອັດຕາ​ເງິນ​ເຟີ້.ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ​ການ​ແບ່ງປັນ​ຂອງ​ສັງຄົມ,​ເງິນ​ເດືອນ​ຂອງ​ຜູ່​ອອກ​ແຮງ​ງານຍັງ​ຮັກສາ​ຢູ່​ສະພາບ​ການ​ເຕີບ​ໂຕ​ຊ້າ​ເປັນ​ເວລາ​ຍາວ​ນານ.ພ້ອມ​ກັນ ນັ້ນ,ລາຍ​ໄດ້​ຂອງຜູ່ຄົນ​ທີ່​ມີ​ລາຍ​ໄດ້​ຕ່ຳ​ກັບ​ລາຍ​ໄດ້​ຂອງຜູ່ຄົນ​ທີ່​ມີ​ລາຍ​ໄດ້​ສູງ​​ໄດ້​ຜິດ​ໂຕນ​ກັນ​ນັບ​ມື້​ນັບ​ຫຼາຍ.ທ່ານ​ວາງ​ຈີ້​ຢວນກ່າວ​ວ່າ:"ຖ້າວ່າ​ສະພາບ​ການ​ແບບ​ນີ້​ແກ່ຍາວ​ຕໍ່​ໄປ​ອີກເປັນ​ເວລາ​ຍາວ​ນານ,​ແມ່ນ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ​ສັງຄົມ ຂອງ​ປະ​ເທດ​ໃດ​ໜຶ່ງ."

ຫຼາຍປະ​ເທດ​ໄດ້​ຮັບ​ຮູ້​ບັນຫາ​ນີ້​ຢ່າງ​ຈະ​ແຈ້ງ.​ແຕ່​ວ່າ,ການປັບປຸງນະ​ໂຍບາຍ​ເງິນ​ເດືອນ​ມັກ​ກາຍ​ເປັນ​ຈຸດ​ສຸມ​ຂອງ​ສັງ​ຄົມ,​ຈະ​ພາ​ໃຫ້​ເກີດ​ມີ​ການ​ເວົ້າ​ພິ​ພາກ​ວິ​ຈານ​ກັນ​ຢ່າງ​ກວ້າ​ງຂວາງ.​ໃນ​ເວ​ລາ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ການ​ເລືອກ​ຕັ້ງ,​ພັກ​ເພື່ອ​ໄທ​ຂອງ​ໄທ​ທີ່​ນຳ​ພາ​ໂດຍ​ນາງ​ຍິ່ງ​ລັກ ຊິນ​ນະ​ວັດ​ຊີ້​ອອກ​ວ່າ,ຈະ​ຍົກ​ສູງ​ເງິນ​ລາຍ​ໄດ້​ຕ່ຳ​ສຸດ​ໃຫ້​ຂຶ້ນ​ເປັນ​300​ບາດ​ຕໍ່​ມື້.ນີ້​ສູງ​ກວ່າ​ເງິນ​ລາຍ​ໄດ້​ຕ່ຳ​ຕໍ່​ມື້​ຂອງ​ຈັງ​ຫວັດ​ຕ່າງໆ​ຂອງ​ໄທ​ໃນ​ປະ​ຈຸ​ບັນ​ນີ້​40%,​ເຊິ່ງ​ໄດ້​ຖືກ​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຂອງ​ໄທ​ຄັດຄ້ານ.ບົດຄົ້ນຄວ້າ​ຂອງ​ສະ​ພາ​ອຸດ​ສາຫະກຳ​ການ​ຄ້າ​ຂອງ​ໄທ​ກ່າວ​ວ່າ,​ຖ້າ​ວ່າ​ປະ​ຕິ​ບັດ​ນະ​ໂຍບາຍ​ນີ້,ມີ​ວິ​ສາ​ຫະກິດ​ໄທ1​ແສນ​ຫາ2​ແສນ​ແຫ່ງ​ຈະ​ລົ້ມ​ລະ​ລາຍ​ພາຍ​ໃນ3​ເດືອນ.

ສະຫຼຸບ​ແລ້ວ​ເຫັນ​ໄດ້​ວ່າ,ຄົນ​ສ່ວນຫຼາຍມີ​ຄວາມ​ເປັນ​ຫ່ວງ​ສາມ​ຢ່າງ​ຕໍ່​ການ​ຍົກ​ສູງ​ເງິນ​ເດືອນ​ຕ່ຳ​ສຸດ,ຄື:ເປັນ​ຫ່ວງ​ວ່າ​ຈະ​ພາ​ໃຫ້​ເ​ກີດ​ໄພ​ເງິນ​ເຟີ້;​ຢ້ານ​ວ່າ​ຕົ້ນ​ທຶນ​ຄ່າ​ແຮງ​ງານ​ຖືກ​ຍົກ​ສູງ​ຂຶ້ນ​ຈະ​ມີ​ຜົນ​ກະ​ທົບ​ຕໍ່​ກຳລັງ​ແກ່ງ​ແຍ່ງ​ຂອງ​ວິ​ສາ​ຫະ​ກິດ;​ແລະ​ເປັນ​ຫ່ວງ​ວ່າ​ຈະ​ມີ​ຜົນ​ກະ​ທົບ​ຕໍ່​ກຳລັງ​ແກ່ງ​ແຍ່ງ​ຂອງ​ປະ​ເທດ​ໃດ​ໜຶ່ງ​ໃນ​ບາງ​ຂະ​ແໜງ​ການ​ຫຼື​ບາງ​ຂົງ​ເຂດ​ໃນ​ຕະ​ຫຼາດ​ສາ​ກົນ.

ທ່ານ​ວາງ​ຈີ້​ຢວນ​ເຫັນ​ວ່າ: "ອີງ​ຕາມ​ການຄົ້ນຄວ້າ​ຂອງ​ອົງການ​ແຮງ​ງານ​ສາກົນ,​ເວົ້າສຳ ລັບ​ໄທ​ແລະ​ບາງ​ປະ​ເທດ​ອາ​ຊີ​ອາ​ຄະ​ເນ​,ຄວາມ​ເປັນ​ຫ່ວງ​ສາມ​ຢ່າງ​ນັ້ນ​ແມ່ນ​ບໍ່​ຈຳ​ເປັນ.​ສາ​ເຫດ​ຕົ້ນ​ຕໍ​ທີ່​ພາ​ໃຫ້​ປະ​​ເທດ​​ຕະຫຼາດຈະ​ເລີ​ນ​ໃໝ່​ໃນ​ອາ​ຊີ​ເກີດ​ໄພ​ເງິນ​ເຟີ້​ນັ້ນ​ບໍ່​ແມ່ນ​ເງິນ​ເດືອນ,​ມັນ​ຫາກ​ແມ່ນ​ປັດ​ໄຈດ້​ານ​ອື່ນໆ,​ໂດ​ຍສະ​ເພາະ​ແມ່ນ​ຍ້ອນ​ວ່າ​ລາຄາ​ນ້ຳມັນ​ດິບ​ແລະ​ລາ​ຄາ​ວັດ​ຖຸ​ດິບ​ທີ່​ສຳ​ຄັນ​ແພງ​ຂຶ້ນ.​ນອກ​ນີ້,​​ເຖິງ​ແມ່ນ​ວ່າ​ເງິນ​ເດືອນ​ຂອງ​ຜູ່​ອອກ​ແຮງ​ງານ​ຈະ​ເພີ່ມ​ຂຶ້ນດ້ວຍ​ຄວາມ​ໄວ​ສູງ,​ກໍ່​ຈະ​ບໍ່​ມີ​ຜົນ​ກະທົບ​ຕໍ່​ສະ​ເໜ່​ຂອງ​ເຂດ​ອາ​ຊີ​ທີ່​ມີ​ຕໍ່ການ​ລົງ​ທຶນ ຂອງ​ຕ່າງປະ​ເທດ."

ຫວ່າງ​ມໍ່ໆ​ນີ້,ໜັງສືພິມ​​ແຟ​ແນນ​ໂຊແທັມ​ສ໌ພິມ​ບົດ​ຄວມຊີ້​ອອກ​ວ່າ,​ໃນ​ກໍລະນີ​ທີ່​ອົງ​ກອນ​ເສດຖະກິດ​ທີ່​​ໄດ້​ພັດ​ທະ​ນາ​ແລ້ວ​ຂອງ​ຕາ​ເວັນ​ຕົກ​ຕົກ​ຢູ່​ໃນ​ວິ​ກິດ​ການ​ການ​ເງິນ,ປະ​ເທດ​ອາ​ຊີ​ອາ​ຄະ​ເນ​ຕ້ອງ​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ຖື​ການ​ສົ່ງ​ອອກ​ສິນ​ຄ້າ​ເປັນ​ຫຼັກ,​ຄວນ​ກະ​ຕຸ້ນ​ຄວາມ​ຮຽກຮ້ອງ​ຕ້ອງ​ການ​ພາຍ​ໃນ​ປະ​ເທດ​ຢ່າງ​ແຂງ​ແຮງ​ກວ່າ​ເກົ່າ,​ໂດຍ​ສະ​ເພາະ ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ການ​ບໍລິ​ໂພ​ກ.​ເງິນ​ເດືອນ​ເພີ່ມ​ຫຼາຍ​ຂຶ້ນ,​ແມ່ນ​ຂໍກະ​ແຈ​ແຫ່ງ​ການ​ເພີ່ມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທັງ​ໝົດ​ຂອງ​ສັງ​ຄົມ,​ກະ​ຕຸ້ນ​ການ​ບໍ​ລິ​ໂພກ​ພາຍ​ໃນ​ປະ​ເທດ​ແລະ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ.

​ເວົ້າລວມ​ແລ້ວ,ນະ​ໂຍບາຍ​ເງິນ​ເດືອນ​ຕ່ຳ​ສຸດ​ຄວນ​ປະຕິບັດ​​ໄປ​ຄຽງ​ຄູ່​ກັບກັບ​ນະ​ໂຍ ບາຍ​ທີ່​ກ່ຽວຂ້ອງ.​ໃນ​ຂະ​ນະ​ທີ່​ໃຫ້​ຜູ່​ນຳ​ໃຊ້​ແຮງ​ງານ​ຍົກ​ສູງ​ເງິນ​ເດືອນ​ຂອງ​ຜູ່​ອອກ​ແຮງ​ງານ,​ກໍ່​ຄວນ​ໃຫ້​​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຝຶກ​ອົບ​ຮົມ​ຕື່ມ​ອີກ​ເພື່ອ​ເປັນ​ການ​ຍົກ​ສູງ​ສີ​ມື​ແຮງ​ງານ​ແລະ ສະ​ມັດ​ຕະ​ພາບ​ການ​ຜະ​ລິດ.​ເວົ້າ​ສຳ​ລັບ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ທີ່​ຖືກ​ຜົນ​ກະ​ທົບ​ອ່າວ​ຫຼາຍ​ຍ້ອນ​ຍົກ​ສູງ​ເງິນ​ເດືອນ​ຕ່ຳ​ສຸດ​ນັ້ນ,​ລັດ​ຖະ​ບານ​ຄວນ​ຫຼຸດ​ລະ​ດັບ​ການ​ເສຍ​ພາ​ສີ​ອາ​ກອນ​ຂອງ​ເຂົາ​ເຈົ້າ​ແລະ​ເພີ່ມ​ຊ່ອງ​ທາງ​ໃນ​ການ​ເຂົ້າ​ເຖິງ​ແຫຼ່ງ​ເງິນ​ທຶນ​ໃຫ້​ເຂົາ​ເຈົ້າ​ໄດ້​ກູ້​ຢືມ,​​ເພື່ອ​ຫຼຸດ​ຜ່ອນ​ແຮງ​ກົດ​ດັນ​ຕໍ່ເຂົາ​ເຈົ້າ​ທີ່​ມາ​ຈາກ​ການ​ປັບ​ຂຶ້ນ​ເງິນ​ເດືອນ​ຂອງ​ຜູ່​ອອກ​ແຮງ​ງານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ